ສານອວຍພອນວັນຄູແຫ່ງຊາດ ຂອງທ່ານລັດຖະມົນຕີກະຊວງ ສສກ ຄົບຮອບ 26 ປີ

    ວັນຄູແຫ່ງຊາດ ທີ 7 ຕຸລາ ເປັນວັນປະຫວັດສາດສໍາຄັນໜຶ່ງຂອງຊາດລາວ ທີ່ໝູນວຽນມາບັນຈົບຄົບຮອບ 26 ປີ (7 ຕຸລາ 1994 – 7 ຕຸລາ 2020) ຂ້າພະເຈົ້າ ຕາງໜ້າໃຫ້ຄະນະພັກ ຄະນະນໍາກະຊວງສຶກສາທິການ ແລະ ກີລາ ຂໍສະແດງຄວາມຢື້ຢາມຖາມຂ່າວ ຄວາມສາມັກຄີຮັກແພງອັນອົບອຸ່ນ ມາຍັງ ຄູ-ອາຈານ ໃນຂອບເຂດທົ່ວປະເທດ ຕະຫຼອດຮອດຜູ້ບໍລິຫານການສຶກສາ ແລະ ກີລາ ທຸກຂັ້ນ.

    ພັກ ແລະ ລັດຖະບານ ເວລາໃດກໍໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຕໍ່ວຽກງານການສຶກສາຄູ ແລະ ຖືເອົາຄູສອນເປັນກົກ ໃນການຍົກສູງຄຸນນະພາບຂອງການສຶກສາ ກໍຄືການພັດທະນາຊັບພະຍາກອນມະນຸດ ຄູໄດ້ມີບົດບາດສໍາຄັນໃນການສ້າງອະນາຄົດໃຫ້ຄົນແຕ່ລະຮຸ່ນ ແລະ ໃນພາລະກິດສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ ຈົນຖືກສັງຄົມຂະໜານນາມວ່າ: ຄູແມ່ນຄົນຂອງພັກ ຄູແມ່ນວິສະວະກອນແຫ່ງດວງວິນຍານ ຄູແມ່ນແມ່ພິມຂອງຊາດ ຄູແມ່ນພໍ່ແມ່ຜູ້ທີສອງຂອງເດັກ ຄູແມ່ນຜູ້ທີ່ມີຄວາມຮູ້ ແລະ ປະສົບການທີ່ສາມາດຖ່າຍທອດໃຫ້ແກ່ຜູ້ອື່ນ ຄູຄືຜູ້ນໍາພາການປ່ຽນແປງໃໝ່ ແລະ ອື່ນໆ.

    ເມື່ອຫວນເບິ່ງແລ້ວ ຈະເຫັນວ່າພາລະໜ້າທີ່ຂອງຄູແມ່ນມີຄວາມສໍາຄັນ ໜັກໜ່ວງ ແລະ ມີຂອບເຂດກວ້າງຂວາງຫຼາຍ ໃນການດໍາເນີນພາລະກິດການສຶກສາຂອງພັກ ແລະ ລັດຖະບານ ກໍຄືການຈັດຕັ້ງຜັນຂະຫຍາຍແຜນພັດທະນາການສຶກສາ ແລະ ກີລາ ໂດຍສະເພາະແມ່ນການຮັບປະກັນການສະໜອງການສຶກສາໃຫ້ມີຄຸນນະພາບ ແລະ ປະຊາຊົນບັນດາເຜົ່າສາມາດເຂົ້າເຖິງ ສຳລັບການສະເຫຼີມສະຫຼອງວັນຄູແຫ່ງຊາດ ປີ 2020 ນີ້ ສອດຄ່ອງກັບວັນຄູສາກົນ ຄືວັນທີ 5 ຕຸລາ 2020 ເຊິ່ງປີນີ້ໃສ່ຫົວຂໍ້ວ່າ: “ ຄູເປັນຜູ້ນຳພາຜ່ານຜ່າວິກິດ ພິຊິດອະນາຄົດທີ່ກ້າວໜ້າ ” ອົງການອຸຍເນັສໂກເວົ້າວ່າ: ວັນຄູສາກົນປີນີ້ ເປັນໂອກາດສະເຫຼີມສະຫຼອງຜົນງານການສິດສອນຂອງຄູໃນທົ່ວໂລກ ເປັນໂອກາດສັງລວມບັນດາຜົນສຳເລັດທີ່ປະຕິບັດໄດ້ດີໃນປີຜ່ານມາ ແລະ ເພີ່ມຄວາມເອົາໃຈໃສ່ໃນການຮັບຟັງຄຳຄິດເຫັນຂອງຄູ ຜູ້ເຊິ່ງເປັນຫົວໃຈແຫ່ງຄວາມສຳເລັດຂອງເປົ້າໝາຍການສຶກສາໃນທົ່ວໂລກ.

    ສຳລັບ ສປປ ລາວ ຂອງພວກເຮົາ ໃນໄລຍະ 26 ປີ ຜ່ານມາ ເຖິງວ່າສະພາບເສດຖະກິດໄດ້ພົບກັບຄວາມຫຍຸ້ງຍາກຫຼາຍປະການ ສະເພາະປີນີ້ ພັດມີການລະບາດຂອງເຊື້ອພະຍາດໂຄວິດ-19 ເຊິ່ງມີຜົນກະທົບໂດຍກົງຕໍ່ການຈັດການຮຽນ-ການສອນ ແຕ່ດ້ວຍຄວາມເຊື່ອໝັ້ນຕໍ່ອຸດົມການຂອງພັກ ຄູ-ອາຈານ ແລະ ຜູ້ບໍລິຫານການສຶກສາ ໄດ້ອຸທິດສະຕິປັນຍາ-ເຫື່ອແຮງ ຕໍ່ການປະຕິບັດໜ້າທີ່ການສິດສອນຂອງຕົນດ້ວຍຄວາມພາກພຽນ ແລະ ມານະອົດທົນ ອັນໄດ້ເຮັດໃຫ້ວຽກງານພັດທະນາການສຶກສາໄດ້ຂະຫຍາຍຕົວ ນັບແຕ່ສູນກາງຮອດທ້ອງຖິ່ນ ຕາໜ່າງການສຶກສາໄດ້ຂະຫຍາຍໄປທົ່ວປະເທດ ເຂດຫ່າງໄກສອກຫຼີກທຸກແຫ່ງລ້ວນແຕ່ເຂົ້າເຖິງການຮຽນ-ການສອນ ຄູ-ອາຈານຫຼາຍໆຄົນ ກາຍເປັນຄູສອນດີ-ສອນເກ່ງ ກາຍເປັນຄູຊ່ຽວຊານ ຄູປະສົບການ ຄູຊໍານານງານ ຜູ້ຊ່ວຍອາຈານ ອາຈານ ຮອງສາດສະດາຈານ ແລະ ສາດສະດາຈານ ທັງມີສະຖານະພາບ ແລະ ມີບົດບາດສູງຂຶ້ນໃນສັງຄົມ.

    ຕາງໜ້າໃຫ້ການນໍາຂອງພັກ ແລະ ລັດຖະບານ ຂໍສະແດງຄວາມກະຕັນຍູ ຮູ້ບຸນຄຸນ ແລະ ຍ້ອງຍໍຊົມເຊີຍຕໍ່ຄຸນງາມຄວາມດີຂອງຄູ-ອາຈານ ພ້ອມກັນນີ້ ກໍຂໍສະແດງຄວາມຂອບໃຈມາຍັງທຸກພາກສ່ວນໃນທົ່ວສັງຄົມ ທີ່ໄດ້ມີສ່ວນຮ່ວມ ແລະ ໃຫ້ການຊ່ວຍເຫຼືອຄູ-ອາຈານ ແລະ ຜູ້ບໍລິຫານການສຶກສາໃນຊຸມປີຜ່ານມາ ເປັນການປະກອບສ່ວນຍົກສູງຄຸນນະພາບການສຶກສາຂອງປະເທດເຮົາໃຫ້ເທົ່າທຽມກັບພາກພື້ນ ແລະ ສາກົນດີຂຶ້ນເປັນກ້າວໆ ພັກ ແລະ ລັດຖະບານ ຕີລາຄາສູງຕໍ່ຜົນງານການປະກອບສ່ວນຂອງຄູ-ອາຈານ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ ໂດຍສະເພາະແມ່ນການກໍ່ສ້າງ ແລະ ການພັດທະນາຊັບພະຍາກອນມະນຸດ ພັດທະນາຄົນ ນັບແຕ່ຊັ້ນເດັກກ່ອນໄວຮຽນຈົນຮອດມະຫາວິທະຍາໄລ.

    ໃນປະຫວັດແຫ່ງການຕໍ່ສູ້ ແລະ ການສ້າງສາພັດທະນາປະເທດຊາດ ບໍ່ວ່າຍຸກໃດສະໄໝໃດ ມັນຮຽກຮ້ອງໃຫ້ມີຊັບພະຍາກອນມະນຸດທີ່ມີຄວາມຮູ້ ຄວາມສາມາດ ມີແບບແຜນການດຳລົງຊີວິດທີ່ປອດໄສ ມີຄຸນສົມບັດທີ່ໜັກແໜ້ນ ຢາກເຮັດໄດ້ຄືແນວນັ້ນ ຄູ-ອາຈານຂອງພວກເຮົາທີ່ຢູ່ຕາມສະຖານການສຶກສາໃນໂຮງຮຽນ ນອກໂຮງຮຽນ ແລະ ຕາມອັດທະຍາໄສ ຍິ່ງຈະຕ້ອງໄດ້ເສີມຂະຫຍາຍການຮຽນຮູ້ຂອງຕົນເອງໃຫ້ກ້າວທັນການປ່ຽນແປງຂອງສາກົນກວ່າເວລາໃດໝົດ.

    ທາງດ້ານຄວາມຮູ້ ຈະຕ້ອງໄດ້ຄົ້ນຄວ້າລົງເລິກວິຊາທີ່ຕົນຮັບຜິດຊອບໃຫ້ເລິກເຊິ່ງ ການສອນວິຊາສະເພາະ ຕ້ອງຕິດພັນກັບການນຳໃຊ້ຕົວຈິງກັບຊີວິດສັງຄົມ ສາມາດປະສົມປະສານແຫຼ່ງການຮຽນຮູ້ທີ່ມີຢ່າງຫຼາກຫຼາຍໃນປັດຈຸບັນ ໃຫ້ເກີດປະໂຫຍດສູງສຸດໃນການຮຽນຂອງຜູ້ຮຽນ ແລະ ນັກສຶກສາ ນອກຈາກຈະມີວິຊາສະເພາະແລ້ວ ຕ້ອງຮຽນຮູ້ບັນດາທັກສະສັດຕະວັດທີ 21 ເຊັ່ນ: ການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ (ICT Literacy) ທັກສະການຮຽນດ້ວຍຕົນເອງ ທັກສະທາງດ້ານສັງຄົມ (Soft Skills) ຮູ້ນຳໃຊ້ພາສາຕ່າງປະເທດ ແລະ ອື່ນໆ.

    ທາງດ້ານຄວາມສາມາດ ຕ້ອງເປັນຜູ້ນຳພາເຮັດຕົວຈິງໃນທຸກພາລະກິດທີ່ພັກ-ລັດມອບໝາຍໃຫ້ສຳເລັດ ມີຄຸນນະພາບ ແລະ ດ້ວຍຄວາມຮັບຜິດຊອບສູງ ເຊັ່ນ: ຜັນຂະຫຍາຍຈິດໃຈ 3 ລັກສະນະ ແລະ 5 ຫຼັກມູນຂອງຂະແໜງສຶກສາ ແລະ ກີລາ ຕິດພັນກັບຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ແລະ 3 ຂໍ້ແຂ່ງຂັນຂອງຂະແໜງການ ຄື: ສອນດີ-ຮຽນເກັ່ງ ຕ້ານປະກົດການຫຍໍ້ທໍ້ ແລະ ສ້າງສະພາບແວດລ້ອມທີ່ດີໃນສະຖານການສຶກສາໃຫ້ເປັນຮູບປະທຳ.

    ທາງດ້ານຄຸນສົມບັດ ຄູລາວໃນສັດຕະວັດທີ 21 ນີ້ ຈະຕ້ອງເປັນຜູ້ທີ່ມີຈັນຍາບັນອັນໜັກແໜ້ນ ມີຈິດວິນຍານຂອງຄວາມເປັນຄູຢ່າງເລິກເຊິ່ງ ບໍ່ສວຍໃຊ້ໜ້າທີ່ຕໍາແໜ່ງໄປໃນທາງທີ່ບໍ່ຖືກຕ້ອງ.

    ການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ຫຼື ໂຄວິດ-19 ນີ້ ຍັງໄດ້ເພີ່ມຄວາມທ້າທາຍໃໝ່ຕໍ່ຂະແໜງການສຶກສາ ແລະ ກີລາກວ່າເວລາໃດໃດໝົດ ພຽງແຕ່ລຳພັງຄູກໍບໍ່ສາມາດຮັບມືກັບການປ່ຽນແປງນີ້ ທົ່ວສັງຄົມຈະຕ້ອງໄດ້ໃຫ້ການຮ່ວມມື ແລະ ເຮັດວຽກຮ່ວມກັບຄູ ໂດຍສະເພາະແມ່ນໃນການປ້ອງກັນ ແລະ ຄວບຄຸມການລະບາດໂຄວິດ-19 ໃຫ້ທັນການ ການສ້າງຄວາມເຂັ້ມແຂງໃຫ້ແກ່ຄູໃນການສອນທາງໄກ-ອອນລາຍ ສົ່ງເສີມການເປີດຮຽນຄືນໃຫ້ມີຄວາມປອດໄພ ແລະ ຮັບປະກັນວ່ານັກຮຽນທີ່ຮຽນອ່ອນ-ຮຽນບໍ່ທັນໝູ່ ຈະໄດ້ຮັບການບຳລຸງຄືນ.

    ສຸດທ້າຍ ຂໍອວຍພອນໄຊອັນປະເສີດມາຍັງບັນດາເພື່ອນໆ ຄູ-ອາຈານສອນ ຜູ້ບໍລິຫານການສຶກສາ ຜູ້ປະກອບການ ຕະຫລອດຮອດປະຊາຊົນລາວບັນດາເຜົ່າ ຈົ່ງມີສຸຂະພາບເຂັ້ມແຂງ ມີພາລະນາໄມສົມບູນ ມີຄວາມສຸກຄວາມຈະເລີນ ແລະ ປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານຂອງຕົນ.

# ຂ່າວ & ພາບ: ບຸນມີ ສີວິໄລ

error: Content is protected !!