ກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງການພຸດທະສາສະໜາສຳພັນລາວ (ອພສ) ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 6 ຕຸລາ 2020 ຢູ່ວັດທາດຫຼວງໃຕ້ ເປັນປະທານຂອງພະອາຈານ ວັນຄຳ ວົງສາສຸລິນ ຮອງເຈົ້າຄະນະ ອພສ ນວ ທັງເປັນເຈົ້າຄະນະເມືອງໄຊເສດຖາ ມີພະອາຈານ ມະຫາ ບຸນມາ ສິມມາພົມ ອົງຮັກສາການປະທານສູນກາງ ອພສ ແລະ ອົງຊີ້ນຳວຽກງານກຳມາທິການປົກຄອງສົງທົ່ວປະເທດ ແລະ ເປັນທີ່ປຶກສາ ອພສ ເມືອງໄຊເສດຖາ ພະອາຈານ ມະຫາວັນນາ ສຸລິຍະວົງ ເຈົ້າຄະນະ ນວ ເຈົ້າຄະນະເມືອງ 5 ຕົວເມືອງ ພະເຖລາ-ນຸເຖລະ ເຈົ້າອະທິການວັດ 62 ວັດທົ່ວເມືອງ ພ້ອມດ້ວຍທ່ານ ຄຳສະຫວັນ ໂຄດໄຊ ຮອງເຈົ້າເມືອງໄຊເສດຖາ ທ່ານ ແສງພອນ ສຸວັນນີ ຮອງປະທານແນວລາວສ້າງຊາດ ນວ ແນວລາວສ້າງຊາດເມືອງ ອຳນາດການປົກຄອງ ແລະ ແນວໂຮມບ້ານ 48 ບ້ານ ທົ່ວເມືອງໄຊເສດຖາ ເຂົ້າຮ່ວມ.

ພະອາຈານ ຄຳຜຸຍ ບຸບຜາພອນ ຮອງເຈົ້າຄະນະ ອພສ ເມືອງໄຊເສດຖາ ໄດ້ຂຶ້ນຜ່ານບົດລາຍງານສອງ ພາກ ເຫັນວ່າ: ໃນ 5 ປີຜ່ານມາ (2016-2020) ອສພ ເມືອງ ໄດ້ເອົາໃຈໃສ່ປະກອບສ່ວນຊຸກຍູ້ສົ່ງເສີມຕໍ່ພຸດ ທະສາສະໜາ ຕາມພາລະບົດບາດໜ້າທີ່ ແລະ ຂອບເຂດສິດຂອງຕົນ ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານຕ່າງໆຂອງຄະນະສົງ ໂດຍສະເພາະແມ່ນ ອພສ ເມືອງໄຊເສດຖາ ມີຜົນສຳເລັດແຕ່ລະດ້ານ ພ້ອມທັງຊຸກຍູ້ໃຫ້ແຕ່ລະວັດເອົາໃຈໃສ່ປະຕິບັດຕໍ່ນະໂຍບາຍ 6 ສ 5 ຮ່ວມ 3 ຫຼຸດ ແລະ 3 ເພີ່ມ ຂອງ ນວ ໃຫ້ໄດ້ຮັບໝາກຜົນດີຍິ່ງຂຶ້ນ.

ກອງປະຊຸມໄດ້ຮັບຮອງເອົາຜົນການເລືອກຕັ້ງຄະນະກຳມາທິການບໍລິຫານງານ ອພສ ເມືອງໄຊເສດຖາ ຊຸດໃໝ່ ໄດ້ແຕ່ງຕັ້ງຄະນະກຳມະການ ອພສ ເມືອງ 22 ອົງ ຄະນະປະຈຳ 7 ອົງ ແລະ ແຕ່ງຕັ້ງພະອາຈານ ອິນປັນ ພິລາວັນ ເປັນເຈົ້າຄະນະ ແຕ່ງຕັ້ງຮອງເຈົ້າຄະນະອີກ 4 ອົງ ມີພະອາຈານ ສົມຊາຍ ບຸນຍະປະສິດ ພະອາຈານ ຄຳຜຸຍ ບຸບຜາພອນ ພະອາຈານ ສາຍທອງ ພົມມະຈັນ ແລະ ພະອາຈານ ອຳມະຣິນ ບຸນວິເສດ ແລະ ຄະນະອີກ 2 ອົງ.



# ຂ່າວ & ພາບ: ບຸນມີ ສີວິໄລ