ປະກາດການຈັດຕັ້ງ ຄະນະສະຫະພັນກ໊ອຟແຫ່ງຊາດຊຸດໃໝ່

ພິ­ທີ​ປະ­ກາດ​ກົງ­ຈັກ​ການ­ຈັດ­ຕັ້ງ ຄະ­ນະ​ບໍ­ລິ­ຫານ​ງານ​ສະ­ຫະ­ພັນ​ກີ​ລາກ໊ອຟ​ແຫ່ງ​ຊາດ​ລາວ ປະ­ຈຳ​ສົກ​ປີ 2020-2024 ຈັດ​ຂຶ້ນ​ວັນ​ທີ 6 ຕຸ­ລາ 2020 ຢູ່​ຄະ­ນະ​ກຳ­ມະ­ການ​ກີ­ລາ​ໂອ​ແລມ​ປິກ​ແຫ່ງ​ຊາດ​ລາວ (ຄອລ) ລະ­ຫວ່າງ​ທ່ານ ສູນ​ທອນ ສິ​ຣິ​ສັກ ປະ­ທານ​ສະ­ຫະ​ພັນ​ກ໊ອຟ​ແຫ່ງ​ຊາດ​ລາວ (ຜູ້​ເກົ່າ) ແລະ ທ່ານ ກອງ​ສີ ແສງ​ມະ­ນີ ປະ­ທານ​ສະ­ຫະ​ພັນ​ກ໊ອຟ​ແຫ່ງ​ຊາດ​ລາວ (ຜູ້​ໃໝ່) ໂດຍ​ມີ​ທ່ານ​ນາງ ແສງ​ເດືອນ ຫຼ້າ​ຈັນ­ທະ​ບູນ ລັດ​ຖະ ມົນ­ຕີ​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ທັງ​ເປັນ​ປະ­ທານ ຄອລ ມີ​ທ່ານ ສົມ​ສະ­ຫວາດ ເລັ່ງ​ສະ​ຫວັດ ອະ­ດີດ​ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ພ້ອມ​ດ້ວຍ​ຜູ້​ຊ່ວຍ​ລັດ­ຖະ­ມົນ­ຕີ ຫົວ­ໜ້າ​ກົມ ພະ­ແນກ­ການ​ກ່ຽວ­ຂ້ອງ ຄະ­ນະ​ສະ­ຫະ­ພັນ ກ໊ອຟ​ແຫ່ງ​ຊາດ ແລະ ແຂກ​ຖືກ​ເຊີນ​ເຂົ້າ​ຮ່ວມ.

ສຳ­ລັບ​ຄະ­ນະ​ບໍ­ລິ­ຫານ​ງານ​ສະ­ຫະ​ພັນ​ກ໊ອຟ​ແຫ່ງ​ຊາດ​ລາວ​ຊຸດ​ໃໝ່ ປະ­ກອບ​ມີ: ຄະ­ນະ​ປະ­ທານ​ທີ່​ປຶກ­ສາ​ກິດ​ຕິ​ມະ​ສັກ ທ່ານ ສົມ​ສະ­ຫວາດ ເລັ່ງ​ສະ​ຫວັດ ທ່ານ ສູນ​ທອນ ສິ​ຣິ​ສັກ ແລະ ທ່ານ ຄຳ​ໄພ ປະ­ເສີດ ສ່ວນ​ຄະ­ນະ​ບໍ­ລິ­ຫານ​ງານ ມີ​ທ່ານ ກອງ​ສີ ແສງ​ມະ­ນີ ເປັນ​ປະ­ທານ ທ່ານ ສອນ​ເພັດ ເມືອງ​ວົງ ທ່ານ ສົງ­ຄາມ ສີ​ລາ​ເພັຊ ທ່ານ ຄຳ​ແພງ ວົງ​ຂັນ­ຕີ ທ່ານ ສັງ­ຄົມ ພົມ​ພັກ­ດີ ແລະ ທ່ານ ບົວ​ວຽງ ຈຳ­ປາ​ພັນ ເປັນ​ຮອງ​ປະ­ທານ ທ່ານ ພົງ​ໄຊ​ໄຊ­ຊະ­ນະ ໄຊ​ຍະ​ເສ­ນາ ເປັນ​ເລ­ຂາ­ທິ­ການ ທ່ານ ອາ​ນຸ​ສັກ ພັນ­ທຸ​ໄລ ແລະ ທ່ານ ສິນ​ສະ­ໜອງ​ສັກ ຈັນ­ທະ​ສົມ­ບັດ ເປັນ​ຮອງ​ເລ­ຂາ­ທິ­ການ ພ້ອມ​ດ້ວຍ​ຄະ­ນະ​ກຳ­ມະ­ການ ອີກ 12 ທ່ານ.

error: Content is protected !!