ທ່ານລັດຖະມົນຕີ ຊຸກຍູ້ຊີ້ນໍາປັບປຸງສ້ອມແປງທາງເລກ 13 ເໜືອ ແຕ່ ສີໄຄ-ສີເກີດ-ໂພນໂຮງ-ວັງວຽງ

    ໃນວັນທີ 6 ຕຸລາ 2020 ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມສະພາບການສ້ອມແປງທາງ 13 ເໜືອ ໂດຍສະເພາະແມ່ນໄລຍະສີເກີດ-ໂພນໂຮງ ທີ່ມີຫາງສຽງຈົ່ມວ່າຂອງປະຊາຊົນ ກ່ຽວກັບສະພາບຄວາມຫຍຸ້ງຍາກໃນການສັນຈອນໄປມາ ແລະ ການເປ່ເພຂອງເສັ້ນທາງດັ່ງກ່າວ.

    ໃນໂອກາດການລົງເຄື່ອນໄຫວຄັ້ງນີ້ ທ່ານລັດຖະມົນຕີ ແລະ ຄະນະ ໄດ້ເຂົ້າປະຊຸມທີ່ແຄັມພັກ ບໍລິສັດ ຮູເປີຍ ຊາງຈ້ຽງ ຂົວທາງ ຈໍາກັດ ກິໂລແມັດ 47 ທາງເລກ 13 ເໜືອ ພ້ອມທັງໄດ້ຮັບຟັງລາຍງານຄວາມຄືບໜ້າຂອງວຽກ ແລະ ສະເໜີແຜນການກໍ່ສ້າງ ໄລຍະ 1 ແລະ ໄລຍະ 2 ໃນໄລຍະ 3 ປີ (10/2020 ຫາ 20202) ພ້ອມທັງຂໍ້ສະດວກ ຫຍຸ້ງຍາກ ແລະ ຂໍ້ສະເໜີຈາກທ່ານ Yoon ISWS Team Leader ຕາງໜ້າຂອງບໍລິສັດ ຮູເປີຍ ຊາງຈ້ຽງ ຂົວທາງ ຈໍາກັດ ຈາກນັ້ນກໍໄດ້ຮັບຟັງລາຍງານ ກ່ຽວກັບສະພາບເສັ້ນທາງ ແລະ ມາດຕະການໃນການສ້ອມແປງໃນຕອນທາງທີ່ກຳລັງກໍ່ສ້າງ ແລະ ຕອນທາງທີ່ຍັງນອນໃນແຜນຈະກໍ່ສ້າງ ໃນໄລຍະເວລາຂອງສັນຍາທີ່ຍັງເຫຼືອ  ຈາກທ່ານ ລັດສະໝີ ອະລິຍະວົງສິງ ຫົວໜ້າໂຄງການປັບປຸງ ແລະ ສ້ອມແປງທາງເລກ 13 ເໜືອຕື່ມອີກ.

    ໃນໂອກາດດຽວກັນນີ້ ທ່ານລັດຖະມົນຕີກໍໄດ້ມີຄໍາເຫັນ ແລະ ໃຫ້ທິດຊີ້ນໍາຕໍ່ໂຄງການ ເຊິ່ງໄດ້ເນັ້ນໃຫ້ໂຄງການສືບຕໍ່ແກ້ໄຂການສ້ອມແປງທາງໃນລະດູແລ້ງຕາມແຜນການສ້ອມແປງທາງປີ 2020-2021 ໂດຍໃຫ້ແບ່ງເສັ້ນທາງອອກເປັນ 3 ໄລຍະເພື່ອແກ້ໄຂ ຄື: ໄລຍະທີ 1 ແຕ່ສີໄຄ-ສີເກີດ ໄລຍະທີ 2 ແຕ່ສີເກີດ-ໂພນໂຮງ ແລະ ໄລຍະທີ 3 ແຕ່ໂພນໂຮງ-ວັງວຽງ ພ້ອມນັ້ນ ກໍໃຫ້ມີລະບົບບໍລິການລະບາຍການສັນຈອນໃນໄລຍະທີ່ກໍາລັງດໍາເນີນການກໍ່ສ້າງ ເພື່ອໃຫ້ພາຫະນະຜ່ານໄປ-ມາໄດ້ສະດວກຂຶ້ນ.

ທ່ານລັດຖະມົນຕີ ຊຸກຍູ້ຊີ້ນໍາປັບປຸງສ້ອມແປງທາງເລກ 13 ເໜືອ ແຕ່ ສີໄຄ-ສີເກີດ-ໂພນໂຮງ-ວັງວຽງ

    ຫຼັງຈາກນັ້ນ ທ່ານລັດຖະມົນຕີ ແລະ ຄະນະ ກໍໄດ້ເຄື່ອນໄຫວເພື່ອສໍາຫຼວດເບິ່ງສະພາບທາງເລກ 13 ເໜືອ ທີ່ມີຈຸດເປ່ເພ ເພື່ອແກ້ໄຂໃຫ້ມີຄວາມສະດວກໃນການສັນຈອນ ພ້ອມດຽວກັນນັ້ນ ຍັງໄດ້ໄປຕິດຕາມເບິ່ງສະພາບໂຄງການກໍ່ສ້າງທາງດ່ວນ ວຽງຈັນ-ວັງວຽງ ໃນນັ້ນ ທ່ານລັດຖະມົນຕີໄດ້ຊີ້ນໍາໃຫ້ໂຄງການ ປັບປຸງແກ້ໄຂແຍກແຕ່ເມືອງຫີນເຫີບເຂົ້າໄປເມືອງເຟືອງ ແຂວງວຽງຈັນ ເນື່ອງຈາກວ່າຈຸດດັ່ງກ່າວມີນໍ້າຂັງ ເປັນຕົມ ເຮັດການສັນຈອນໄປມາບໍ່ສະດວກ ແລະ ໃຫ້ໂຄງການແກ້ໄລຍະທີ່ບໍ່ໄດ້ມາດຕະຖານ ທີ່ນໍ້າຖ້ວມເມື່ອຝົນຕົກ ແລະ ຈຸດອື່ນໆອີກຈໍານວນໜຶ່ງ.

# ຂ່າວ & ພາບ: ຂັນທະວີ

error: Content is protected !!