ເມືອງໄຊພູທອງ ຈັດກິດຈະກຳລະດົມທຶນຊື້ດອກໄຟໂຊລາເຊວ

ເມື່ອ​ບໍ່​ດົນ​ມາ​ນີ້ ອຳ­ນາດ​ການ​ປົກ­ຄອງ​ເມືອງ​ໄຊ​ພູ​ທອງ ແຂວງ​ສະ­ຫວັນ​ນະ​ເຂດ ຈັດ​ກິດ­ຈະ­ກຳ​ແຂ່ງ­ຂັນ​ກີ­ລາ​ຂຶ້ນ ໂດຍ​ປະ­ກອບ​ມີ 2 ປະ­ເພດ​ກິ­ລາ​ຄື: ກິ­ລາ​ເປ​ຕັງ ແລະ ກິ­ລາ​ບານ­ເຕະ ເພື່ອ​ລະ­ດົມ​ທຶນ​ຊື້​ດອກ­ໄຟ Solar Cell ຫຼື ດອກ­ໄຟ​ທີ່​ໃຊ້​ພະ­ລັງ­ງານ​ແສງ​ຕາ­ເວັນ​ເຍືອງ​ທາງ ຕິດ​ຕັ້ງ​ຕາມ​ເສັ້ນ­ທາງ​ເທ­ສະ​ບານ​ເມືອງ ເຊິ່ງ​ເລີ່ມ​ຈາກ​ຫ້ອງ​ວ່າ­ການ​ປົກ­ຄອງ ຫາ​ຫ້ອງ­ການ ຍທຂ ເມືອງ ຈຳ­ນວນ 110 ຕົ້ນ ຖ້າ​ຫາກ​ຕິດ​ຕັ້ງ​ສຳ­ເລັດ ຈະ​ເຮັດ​ໃຫ້​ເສັ້ນ­ທາງ​ພາຍ​ໃນ​ເທ­ສະ​ບານ​ເມືອງ​ໄຊ​ພູ​ທອງ ມີ​ຄວາມ​ສວຍ​ງາມ ແລະ ມີ​ແສງ​ສະ­ຫວ່າງ​ຕາມ​ເສັ້ນ­ທາງ ໂດຍ​ປະ­ຕິ­ບັດ​ຕາມ​ທິດ ສ້າງ​ເມືອງ​ໄຊ​ພູ​ທອງ​ໄປ​ຕາມ 6 ສ ພ້ອມ​ນັ້ນ ເພື່ອ​ຫຼຸດ­ຜ່ອນ​ອຸ­ບັດ­ເຫດ​ຕາມ​ທ້ອງ​ຖະ­ໜົນ​ຂອງ​ພໍ່​ແມ່​ປະ­ຊາ­ຊົນ.

ຜ່ານ​ການ​ຈັດ​ກິດ­ຈະ­ກຳ​ແຂ່ງ­ຂັນ​ກິ­ລາ​ຄັ້ງ​ນີ້ ສາ­ມາດ​ລະ­ດົມ​ທຶນ​ໄດ້​ທັງ​ໝົດ 60.400.000 ກີບ ແລະ ເງິນ​ບາດ 79.700 ບາດ ເງິນ​ໂດ​ລາ​ສະ­ຫະ­ລັດ 150 ໂດ​ລາ ແລະ ອຸ­ປະ­ກອນ​ກິ­ລາ​ອີກ​ຈຳ­ນວນ​ໜຶ່ງ.

# ຂ່າວ & ພາບ: ຂັນ​ທະ­ວີ

error: Content is protected !!