ການນຳເມືອງປາກງື່ມ ໄດ້ຮັບການຍົກລະດັບວຽກງານຕ່າງປະເທດ

    ວັນທີ 8 ຕຸລາ 2020 ພະແນກການຕ່າງປະເທດນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຊຸດອົບຮົມວຽກງານການຕ່າງປະເທດ ຊຸດທີ 14 ໃຫ້ການນຳເມືອງປາກງື່ມ ຂຶ້ນທີ່ເມືອງດັ່ງກ່າວ ເປັນປະທານຂອງທ່ານ ດວງຕາ ສຸລິວົງ ຫົວໜ້າພະແນກການຕ່າງປະເທດ ນວ ແລະ ທ່ານ ຄຳໝູນ ຕຽງທະລາດ ເຈົ້າເມືອງປາກງື່ມ. 

    ຊຸດອົບຮົມຄັ້ງນີ້ ໄດ້ຖ່າຍທອດຄວາມຮູ້ວຽກງານຕ່າງປະເທດໃຫ້ການນຳເມືອງ ເປັນຕົ້ນສະພາບແວດລ້ອມທີ່ພົ້ນເດັ່ນໃນພາກພື້ນ ແລະ ສາກົນ ການປະຕິບັດວຽກງານຕ່າງປະເທດຂອງພັກໄລຍະ 5 ປີ ຂອງ ນວ ການຄຸ້ມຄອງ ແລະການເຄື່ອນໄຫວອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ຂັ້ນຕອນການຂໍອະນຸມັດຮັບຕ້ອນແຂກ ແລະ ການຂໍອະນຸມັດເດີນທາງໄປຕ່າງປະເທດ ວຽກງານພິທີການ ແລະ ມາລະຍາດສາກົນ ພິທີການທູດ ພິທີທາງການຕ່າງໆ ຮູບແບບວິທີຕ້ອນຮັບແຂກຂັ້ນສູງຂອງຕ່າງປະເທດ ຮູບແບບຢ້ຽມຄຳນັບ ເຂົ້າຢ້ຽມພົບປະ ແລະ ອື່ນໆທີ່ກ່ຽວກັບວຽກງານຕ່າງປະເທດ ໂອກາດດັ່ງກ່າວນີ້ ພະແນການຕ່າງປະເທດ ນວ ຍັງໄດ້ມອບເຄື່ອງພິມ 1 ເຄື່ອງໃຫ້ເມືອງປາກງື່ມຕື່ມອີກ.

# ຂ່າວ & ພາບ: ສົມສະຫວັນ

error: Content is protected !!