ເຈົ້າພາບ ເປີດທົດລອງນຳໃຊ້ສະໜາມກີລາ ຊຽງຂວາງ ເກມ

    ທ່ານ ທອງ​ຜິວ ສີ​ປັນ­ຍາ ຮອງ​ຫົວ­ໜ້າ​ພະ​ແນກ​ສຶກ​ສາ​ທິ​ການ ແລະ ກີ­ລາ ແຂວງ​ຊຽງ​ຂວາງ ແຈ້ງ​ໃຫ້​ຊາບ ວັນ​ທີ 25 ມີ­ນາ 2020 ໃຫ້​ຮູ້​ວ່າ: ພາຍ­ຫຼັງ​ທີ່​ໄດ້​ມີ​ການ​ປະ­ກາດ​ແຈ້ງ​ໂຈະ​ຈັດ­ການ​ແຂ່ງ­ຂັນ ງານ​ມະ​ຫະ​ກຳ​ກີ­ລາ​ແຫ່ງ​ຊາດ ຄັ້ງ​ທີ XI ຫຼື ຊຽງ​ຂວາງ ເກມ ທີ່​ແຂວງ​ຊຽງ​ຂວາງ ຮັບ​ກຽດ​ເປັນ​ເຈົ້າ­ພາບ ໃນ​ເບື້ອງ​ຕົ້ນ​ຈະ​ຈັດ​ລະ­ຫວ່າງ​ວັນ​ທີ 22 ມີ­ນາ ຫາ 1 ເມ­ສາ 2020 ເລື່ອນ​ອອກ​ໄປ​ແບບ​ບໍ່​ມີ​ກຳ­ນົດ ຍ້ອນ​ຫຼີກ​ລ່ຽງ​ບັນ­ຫາ ເຊື້ອ​ພະ­ຍາດ​ຈຸ​ລະ​ໂລກ​ສາຍ​ພັນ​ໃໝ່ ໂຄ​ວິດ-19 ທີ່​ກຳ­ລັງ​ແຜ່​ລະ­ບາດ​ຢ່າງ​ໜັກ​ໃນ​ທົ່ວ​ໂລກ ແລະ ເພື່ອ​ເປັນ​ການ​ປະ­ຕິ­ບັດ​ຕາມ​ຄຳ​ສັ່ງ​ແຈ້ງ​ການ​ຈາກ​ລັດ­ຖະ­ບານ ທາງ​ຄະ­ນະ​ນຳ​ຂັ້ນ​ເທິງ​ແຂວງ​ຊຽງ​ຂວາງ ຈຶ່ງ​ໄດ້​ມີ​ແຈ້ງ​ການ​ເຖິງ​ບັນ­ດາ​ເມືອງ ແລະ ພໍ່​ແມ່​ປະ­ຊາ­ຊົນ​ຊາວ​ເມືອງ​ວິ­ລະ​ຊົນ​ຊຽງ​ຂວາງ ທຸກ​ທົ່ວ​ໜ້າ ຮັບ​ຊາບ ກ່ຽວ​ກັບ​ການ​ໂຈະ​ທຸກ​ກິດ­ຈະ­ກຳ​ຕ່າງໆ ເປັນ­ຕົ້ນ​ແມ່ນ​ຮ້ານ​ອາ­ຫານ ສະ­ຖານ​ບັນ­ເທີງ​ຕ່າງໆ ບັນ­ດາ​ງານ​ບຸນ​ປະ­ເພ­ນີ ແລະ ການ​ໂຮມ​ຊຸມ­ນຸມ​ທີ່​ມີ​ຄົນ​ຫຼາຍ​ແອ​ອັດ ແມ່ນ​ບໍ່​ອະ­ນຸ­ຍາດ​ໃຫ້​ດຳ­ເນີນ​ການ​ໄດ້.

    ແຕ່​ແນວ­ໃດ​ກໍ​ດີ ກໍ​ຍັງ​ມີ​ບາງ​ກິດ­ຈະ­ກຳ ທີ່​ອະ­ນຸ­ຍາດ​ໃຫ້​ມີ​ການ­ເຄື່ອນ­ໄຫວ​ປົກ­ກະ­ຕິ ເປັນ­ຕົ້ນ​ແມ່ນ​ການ​ຫຼິ້ນ​ກີ­ລາ ທາງ​ແຂວງ​ໄດ້​ທຸ້ມ­ເທ​ທຶນ​ມະ­ຫາ­ສານ​ສ້າງ 26 ສະ­ໜາມ​ກີ­ລາ ເພື່ອ​ກຽມ​ຮອງ​ຮັບ ຊຽງ​ຂວາງ ເກມ ດັ່ງ­ນັ້ນ ເພື່ອ​ເຮັດ​ໃຫ້​ສະ­ໜາມ​ດັ່ງ­ກ່າວ ມີ​ການ­ເຄື່ອນ­ໄຫວ ແລະ ມີ​ຄວາມ​ພ້ອມ​ກ່ອນ​ຮັບ​ໃຊ້ ຊຽງ​ຂວາງ ເກມ ທາງ​ແຂວງ​ພວກ​ເຮົາ​ຈຶ່ງ​ໄດ້​ເປີດ​ການ​ນຳ​ໃຊ້​ທົດ​ລອງ​ບາງ​ປະ­ເພດ​ກີ­ລາ ກໍ​ຄື ກິ­ລາ​ໂບ​ລິ້ງ ແລະ ດອກ​ປີກ​ໄກ່ ເພື່ອ​ບໍ­ລິ­ການ​ແກ່​ມວນ​ຊົນ ຊາວ​ແຂວງ​ຊຽງ​ຂວາງ ໄດ້​ມາ​ອອກ­ກຳ­ລັງ​ກາຍ ເຖິງ​ວ່າ​ຢູ່​ແຂວງ​ຊຽງ​ຂວາງ ພວກ​ເຮົາ​ຍັງ​ບໍ່​ທັນ​ມີ​ສະ­ພາບ​ໃນ​ກໍ­ລະ­ນີ​ສົງ​ໃສ ແລະ ພົບ​ເຫັນ​ຜູ້​ຕິດ­ເຊື້ອ​ພະ­ຍາດ ໂຄ​ວິດ-19 ກໍ​ຕາມ ແຕ່​ກໍ​ບໍ່​ປະ­ໝາດ ໄດ້​ປຸກ­ລະ­ດົມ​ພໍ່​ແມ່​ປະ­ຊາ­ຊົນ​ຊາວ​ເມືອງ​ວິ­ລະ​ຊົນ​ຊາວ​ຊຽງ​ຂວາງ ຕ້ອງ​ເປັນ​ເຈົ້າ​ການ​ຕົນ​ເອງ​ເພື່ອ​ຮັກ­ສາ​ສຸ­ຂະ­ພາບ ແລະ ປະ­ຕິ­ບັດ​ວິ­ທີ​ການ​ປ້ອງ​ກັນ​ເຊື້ອ​ພະ­ຍາດ​ດັ່ງ­ກ່າວ ຕະ ຫຼອດ​ເວ­ລາ​ໃນ​ເວ­ລາ​ອອກ​ຈາກ​ບ້ານ.

    ສ່ວນ​ທັບ​ນັກ­ກີ­ລາ ຈຳ­ນວນ 490 ຄົນ ຈາກ 28 ປະ­ເພດ​ກີ­ລາ ກໍ​ໄດ້​ແຈ້ງ​ການ​ໃຫ້​ເຂົາ­ເຈົ້າ​ຮັບ​ຮູ້ ແລະ ສົ່ງ​ກັບ​ບ້ານ​ໝົດ​ທຸກ​ຄົນ​ແລ້ວ ພ້ອມ​ທັງ​ເນັ້ນ​ໜັກ​ໃຫ້​ທຸກ​ຄົນ​ຈົ່ງ​ຢ່າ​ປະ​ຖິ້ມ​ເວ­ລາ​ໃຫ້​ສູນ​ເສຍ​ລ້າ ໃຊ້​ເວ­ລາ​ຫວ່າງ​ໃຫ້​ເປັນ​ປະ­ໂຫຍດ ສືບ­ຕໍ່​ເກັບ​ໂຕ​ເຝິກ­ຊ້ອມ​ດ້ວຍ​ຕົນ​ເອງ ເພື່ອ​ຮັກ­ສາ​ສະ­ມັດ­ຖະ­ພາບ​ຂອງ​ຮ່າງ­ກາຍ ໃຫ້​ມີ​ຄວາມ​ແຂງ​ແກ່ນ ພາຍ­ຫຼັງ​ພະ­ຍາດ​ດັ່ງ­ກ່າວ ຖືກ​ສະ­ກັດ​ກັ້ນ​ຢຸດ​ການ​ແຜ່​ລະ­ບາດ ແລະ ທາງ​ລັດ­ຖະ­ບານ​ອາ​ນຸ​ຍາດ​ໃຫ້​ດຳ­ເນີນ​ການ​ເປີດ​ພິ­ທີ​ເປັນ​ທາງ​ການ ກໍ​ຈະ​ໄດ້​ຮຽກ​ຕົວ​ເຂົາ­ເຈົ້າ​ກັບ​ມາ​ນອນ​ສູນ​ຝຶກ​ຊ້ອມ​ຢ່າງ​ເປັນ​ປົກ­ກະ­ຕິ.

error: Content is protected !!