ລາວພຣີເມຍລີກ-ຄອມມານໂດລາວລີກ ເລື່ອນການແຂ່ງຂັນບໍ່ມີກຳນົດ

    ສະ­ຫະ­ພັນ​ບານ­ເຕະ​ແຫ່ງ​ຊາດ​ລາວ (ສຕລ) ໄດ້​ແຈ້ງ​ມາ​ຍັງ​ບັນ­ດາ​ສະ­ໂມ­ສອນ​ບານ­ເຕະ​ທີ່​ເຂົ້າ​ຮ່ວມ​ການ​ແຂ່ງ­ຂັນ​ບານ­ເຕະ​ເປບ​ຊີ​ລາວ​ພຣີ​ເມຍ​ລີກ​ແລະ​ຄອມ​ມານ​ໂດ​ລາວ​ລີກ 2 ລະ­ດູ​ການ 2020 ຊາບ​ກັນ​ວ່າ: ເພື່ອ​ເປັນ​ການ​ປະ­ຕິ­ບັດ​ຕາມ​ມາດ​ຕະ­ການ​ສະ­ກັດ​ກັ້ນ ການ​ແຜ່​ລະ­ບາດ​ຂອງ​ເຊື້ອ​ພະ­ຍາດ COVID-19 ຂອງ​ຄະ­ນະ​ສະ­ເພາະ​ກິດ​ເພື່ອ​ປ້ອງ​ກັນ​ຄວບ​ຄຸມ ແລະ ແກ້​ໄຂ​ການ​ລະ­ບາດ​ຂອງ​ພະ­ຍາດ COVID-19 ສະ­ນັ້ນ ສຕລ ມີ​ຄວາມ​ຈຳ­ເປັນ​ທີ່​ຕ້ອງ​ໄດ້​ເລື່ອນ​ບັນ­ດາ​ກິດ­ຈະ­ກຳ​ຂອງ ສຕລ ເຊິ່ງ​ລວມ​ທັງ​ການ​ຈັດ­ການ​ແຂ່ງ­ຂັນ​ບານ­ເຕະ​ລາຍ­ການ​ຕ່າງໆ​ອອກ​ໄປ​ຕາມ​ລາຍ​ລະ­ອຽດ​ດັ່ງ​ລຸ່ມ​ນີ້:

    ສຳ­ລັບ​ການ​ແຂ່ງ­ຂັນ​ບານ­ເຕະ​ເປບ​ຊີ​ລາວ​ພຣີ​ເມຍ​ລີກ ຈະ​ເລື່ອນ​ມື້​ເປີດ​ການ​ແຂ່ງ­ຂັນ​ຕາມ​ກຳ­ນົດ​ເວ­ລາ​ເດີມ ວັນ​ທີ 25 ເມ­ສາ 2020 ແລະ ການ​ແຂ່ງ­ຂັນ​ບານ­ເຕະ​ຄອມ​ມານ​ໂດ​ລາວ​ລີກ 2 ໃນ​ລະ­ດູ​ການ 2020 ຈະ​ເລື່ອນ​ມື້​ເປີດ​ການ​ແຂ່ງ­ຂັນ​ຕາມ​ກຳ­ນົດ​ເວ­ລາ​ວັນ​ທີ 2 ພຶດ­ສະ­ພາ 2020 ອອກ​ໄປ​ຈົນ​ກວ່າ​ອອກ​ໄປ ຈົນ​ກວ່າ​ສະ­ພາບ​ການ​ລະ­ບາດ​ຂອງ​ພະ­ຍາດ COVID-19 ຈະ​ຢຸດ­ຕິ ແລະ ສະ­ພາບ​ການ​ກັບ​ສູ່​ພາ­ວະ​ປົກ­ກະ­ຕິ.

    ນອກ​ນີ້ ການ​ກຳ­ນົດ​ການ​ລົງ­ທະ­ບຽນ​ຂອງ​ນັກ­ກີ­ລາ ໃນ​ການ​ແຂ່ງ­ຂັນ​ສອງ​ລາຍ­ການ​ດັ່ງ­ກ່າວ ຈະ​ໄດ້​ຂະ­ຫຍາຍ​ໄລ­ຍະ​ເວ­ລາ​ອອກ​ໄປ​ຈົນ​ກວ່າ​ຈະ​ມີ​ການ​ແຈ້ງ​ການ​ເພີ່ມ​ເຕີມ ຈາກ ສຕລ ໃຫ້​ບັນ­ດາ​ສະ­ໂມ­ສອນ​ໂຈະ​ກິດ­ຈະ­ກຳ​ການ​ຈັດ​ຊຸມ­ນຸມ ຫຼື ການ​ເຝິກ­ຊ້ອມ​ທີ່​ບໍ່​ຈຳ­ເປັນ​ອອກ​ໄປ ພ້ອມ​ທັງ​ຕິດ­ຕາມ​ຂ່າວ ແລະ ປະ­ຕິ­ບັດ​ຕາມ​ມາດ​ຕະ­ການ​ຂອງ​ລັດ­ຖະ­ບານ ໃນ​ການ​ປ້ອງ​ກັນ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ COVID-19 ຢ່າງ​ເຂັ້ມ​ງວດ​ໃຫ້​ສະ­ໂມ­ສອນ​ຕິດ­ຕາມ​ການ​ແຈ້ງ​ການ​ທາງ​ການ​ຈາກ ສຕລ ເປັນ​ປະ­ຈຳ​ເພື່ອ​ໃຫ້​ມີ​ຄວາມ​ກຽມ­ພ້ອມ​ຂອງ​ສະ­ໂມ­ສອນ ໃນ​ການ​ເຂົ້າ​ຮ່ວມ​ແຂ່ງ­ຂັນ​ລາຍ­ການ​ຕ່າງໆ​ຂອງ ສຕລ ປະ­ຈຳ​ປີ 2020.

    ດັ່ງ­ນັ້ນ ຈຶ່ງ​ຖື​ເປັນ​ກຽດ​ແຈ້ງ​ມາ​ຍັງ​ບັນ­ດາ​ສະ­ໂມ­ສອນ​ບານ­ເຕະ ທີ່​ເຂົ້າ​ຮ່ວມ​ການ​ແຂ່ງ­ຂັນ​ບານ­ເຕະ​ເປບ​ຊີ​ລາວ​ພຣີ​ເມຍ​ລີກ ແລະ ຄອມ​ມານ​ໂດ​ລາວ​ລີກ 2 ລະ­ດູ​ການ 2020 ຮັບ​ຊາບ ແລະ ຈັດ​ຕັ້ງ​ປະ­ຕິ­ບັດ​ຕາມ​ຄວາມ​ເໝາະ​ສົມ.

error: Content is protected !!