ອີທີແອລ-ຊຽວໝີ ລົງນາມສັນຍາຮ່ວມມືດ້ານທຸລະກິດ

    ບໍລິສັດ ອີທີແອລ ຈໍາກັດ ແລະ ບໍລິສັດ ຊຽວໝີ ລົງນາມສັນຍາຮ່ວມມືດ້ານທຸລະກິດ ແລະ ເປີດໂຕໂທລະສັບມືຖືຊຽວໝີຮຸ່ນໃໝ່ ພ້ອມ function 4 ຢ່າງ ແລະ ແພັກແກັດຂອງໂທລະສັບຊຽວໝີ ວັນທີ 16 ຕຸລາ 2020 ຢູ່ສໍານັກງານໃຫຍ່ບໍລິສັດ ອິີທີແອລ ຈໍາກັດ ລະຫວ່າງທ່ານ ຮວງ ສູຢຸນ ຜູ້ອໍານວຍການໃຫຍ່ຂອງບໍລິສັດ ອິີທີແອລ ຈໍາກັດ ແລະ ທ່ານ ວັງລີນ ຕາງໜ້າບໍລິສັດຊຽວໝີ ມີຄະນະບໍລິຫານ ແລະ ພະນັກງານກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ.

    ທ່ານ ຮວງ ສູຢຸນ ຜູ້ອໍານວຍການໃຫຍ່ບໍລິສັດ ອິີທີແອລ ຈໍາກັດ ກ່າວ​ວ່າ: ອີທີແອລ ເປັນບໍລິສັດທີ່ໃຫ້ບໍລິການດ້ານການໂທລະຄົມ ຮ່ວມທຶນລະຫວ່າງ ລາວ-ຈີນ ມີເງື່ອນໄຂຄົບຖ້ວນດ້ານເຄືອຂ່າຍໂທລະຄົມມະນາຄົມ ແລະ ເຄືອຂ່າຍປົກຄຸມທົ່ວປະເທດ ທຸລະກິດກວມເອົາໂທລະສັບມືຖື ໂທລະສັບຕັ້ງໂຕະ ອິນເຕີເນັດ ແລະ ບໍລິການເສີມຕ່າງໆ ສັນຍານ 4G ໄດ້ທົ່ວເຖິງທຸກເມືອງ ທຸກແຂວງທົ່ວປະເທດ ສ່ວນສັນຍານ 4,5G ກວມເອົາເມືອງທີ່ສໍາຄັນຂອງນະຄອນຫຼວງວຽງຈັນ ແຂວງສະຫວັນນະເຂດ ແຂວງຫຼວງພະບາງ ແລະ ແຂວງຈຳປະສັກ ການຮ່ວມມືກັບບໍລິສັດຊຽວໝີ ຈະເປີດພາກໃໝ່ໃນການພັດທະນາ ໃນນີ້ ອີທີແອລ ຈະສະໜອງບໍລິການຮອບດ້ານ ຜະລິດຕະພັນທີ່ສົມບູນ ສ້າງຄວາມຮູ້ສຶກແບບພິເສດກວ່າເກົ່າໃຫ້ລູກຄ້າທັງສອງຝ່າຍ ທັງຈະເສີມຂະຫຍາຍຍີ່ຫໍ້ໂທລະສັບຊຽວໝີ ໃຫ້ເປັນທີ່ນິຍົມຢ່າງກວ້າງຂວາງ.

    ທ່ານ ວັງລີນ ກ່າວວ່າ: ຍີ່ຫໍ້ ຊຽວໝີ ເຂົ້າສູ່ຕະຫຼາດ ສປປ ລາວ ໃນເດືອນກັນຍາ 2018 ລາວເປັນປະເທດທີ 17 ທີ່ຍອດການຂາຍເປັນໜຶ່ງອັນດັບ 5 ທໍາອິດຂອງຍີ່ຫໍ້ ຊຽວໝີ ການເປີດນໍາໃຊ້ສະມາດໂຟນໃໝ່ ໄດ້ບັນລຸເຖິງ 500 ໜ່ວຍກວ່າຕໍ່ວັນ 2 ປີຜ່ານມາ ຊຽວໝີໄດ້ເປີດຮ້ານຈຳໜ່າຍໂທລະສັບແຫ່ງທໍາອິດຢູ່ລາວ ພ້ອມທັງໄດ້ລົງທຶນ ຊຽວໝີ Park ແລະ ເປີດຮ້ານໂຊປິນອອນລາຍ Mimall.la 2020 ມີແຜນການດໍາເນີນທຸລະກິດດ້ວຍຮູບແບບ E-commerce+Physical store ເພື່ອເຮັດໃຫ້ສີສັນພິເສດ E-commerce ຂອງຊຽວໝີ ສາມາດເຂົ້າຕະຫຼາດລາວໄດ້ຢ່າງເລິກເຊິ່ງ ອີທີແອລ ແລະ ຊຽວໝີ ໄດ້ຮ່ວມກັນຕອບສະໜອງຜະລິດຕະພັນ ຊຸດສະມາດໂຟນຊຽວໝີ ທີ່ມີຄຸນະພາບທີ່ເປັນທີ່ນິຍົມໃຊ້ຂອງລູກຄ້າ ເພື່ອໃຫ້ເຂົ້າກັບເຄືອຂ່າຍ 4,5 G ຂອງອີທີແອລ ແນໃສ່ໃຫ້ລູກຄ້າສາມາດເລືອກສິນຄ້າທີ່ມີຄຸນນະພາບ ລາຄາຖືກ ແລະ ທັນສະໄໝ.

      # ພາບ & ຂ່າວ: ສະບາໄພ

error: Content is protected !!