ເສບຂ່າວ ຫຼື ສ້າງຂ່າວ

    ເວົ້າ​ສະ­ເພາະ​ແມ່ນ​ພວກ​ສ້າງ​ຂ່າວ​ໃນ​ຍາມ​ວິ​ກິດ​ເລື່ອງ​ການ​ຊື້​ສິນ­ຄ້າ ຫຼື ກັກ​ຕຸນ​ສິນ­ຄ້າ ເຊິ່ງ​ບາງ​ຄົນ​ຂ້ອນ​ຂ້າງ​ມີ​ລັກ­ສະ­ນະ​ເອົາ​ໂຕ​ລອດ​ຍອດ​ດີ ຫຼື ບໍ່​ດັ່ງ­ນັ້ນ ກໍ່­ສ້າງ​ຂ່າວ​ໃຫ້​ເປັນ​ກະ­ແສ ເພື່ອ​ກັກ​ຕຸນ​ສິນ­ຄ້າ ແລະ ສວຍ­ໂອ­ກາດ​ຂຶ້ນ​ລາ­ຄາ​ສິນ­ຄ້າ​ແບບ​ຕ່າງ­ປະ­ເທດ​ໃກ້​ຄຽງ​ບ້ານ​ເຮົາ ທີ່​ເປັນ​ປາ­ກົດ­ການ​ຕິດ​ແສດ​ທຶນ​ນິ­ຍົມ ແກ້​ບໍ່​ຕົກ ! ຜູ້​ຂຽນ​ເບິ່ງ​ລາຍ­ການ​ໂທລະ­ພາບ​ລາວ​ເຮົາ ມີ​ລາຍ­ການ​ໜຶ່ງ​ເຂົາ​ເອົາ​ຄິບ​ສຽງ​ອອກ​ມາ​ເປີດ !.

    ອີງ​ຕາມ​ແຈ້ງ​ການ​ຂອງ​ຫ້ອງ​ວ່າ­ການ​ສຳ­ນັກ­ງານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ເລກ​ທີ 397 ວັນ​ທີ 19/3/2020 ຂໍ້​ທີ 4 ໄດ້​ມອບ​ໃຫ້​ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ຕິດ­ຕາມ​ກວດ­ກາ​ລາ­ຄາ​ສິນ­ຄ້າ ແລະ ຄຸ້ມ​ຄອງ​ລາ­ຄາ​ສິນ­ຄ້າ ແລະ ຄຸ້ມ​ຄອງ​ລາ­ຄາ​ສິນ­ຄ້າ​ໃນ​ຕະ­ຫຼາດ ເພື່ອ​ບໍ່​ໃຫ້​ມີ​ການ​ສວຍ­ໂອ­ກາດ​ຂຶ້ນ​ລາ­ຄາ ກັກ​ຕຸນ​ສິນ­ຄ້າ ແລະ ສະ­ບຽງ​ອາ­ຫານ ຜູ້​ຂຽນ​ຈຶ່ງ​ຂໍ​ອາ­ໄສ​ສື່​ໜັງ­ສື­ພິມ​ເປັນ​ກະ­ບອກ​ສຽງ​ຕື່ມ​ວ່າ: ເລື່ອງ​ການ​ລົງ​ກວດ­ກາ ຕິດ­ຕາມ ຄວບ​ຄຸມ​ລາ­ຄາ​ສິນ­ຄ້າ​ບໍ່​ໃຫ້​ພວກ​ສວຍ­ໂອ­ກາດ​ກັກ​ຕຸນ ຂຶ້ນ​ລາ­ຄາ​ສິນ­ຄ້າ​ນີ້​ສຳ­ຄັນ​ຫຼາຍ ເພາະ​ປະ­ຊາ­ຊົນ​ຈະ​ພາ­ກັນ​ແຕກ​ຕື່ນ ໝາຍ​ຄວາມ​ວ່າ ທຸກ​ຝ່າຍ​ກ່ຽວ­ຂ້ອງ​ຕ້ອງ​ໄດ້​ພາ­ກັນ ຕິດ­ຕາມ ກວດ­ກາ ຊ່ວຍ​ລັດ­ຖະ­ບານ ເພາະ​ຖ້າ­ວ່າ​ມີ​ແຕ່​ພຽງ​ປະ­ກາດ ແຕ່​ຂາດ​ການ​ຕິດ­ຕາມ ພວກ​ສວຍ­ໂອ­ກາດ​ຍ່ອມ​ມີ​ໂອ­ກາດ​ຊ່ອງ​ຫວ່າງ.

    ເວົ້າ​ເລື່ອງ​ການ​ສວຍ­ໂອ­ກາດ​ຂຶ້ນ​ລາ­ຄາ​ສິນ­ຄ້າ​ໃນ​ໄລ­ຍະ​ວິ​ກິດ​ນີ້ ກໍ​ມີ​ຫາງ​ສຽງ​ເລື່ອງ​ເຄື່ອງ​ບໍ­ລິ­ໂພກ​ປະ­ເພດ​ແຫ້ງ ເຊັ່ນ: ມີ່​ໄວ​ໄວ​ແກັດ​ໜຶ່ງ​ລາ­ຄາ​ຂຶ້ນ​ໄປ​ຮອດ​ສອງ​ທົບ ພ້ອມ​ສິນ­ຄ້າ​ແນວ​ອື່ນ ກໍ​ມີ ເຫັນ​ວ່າ­ການ​ເສບ​ຂ່າວ ຫຼື ບາງ​ຄົນ​ກໍ​ເຈດ​ຕະ​ນາ​ສ້າງ​ຂ່າວ​ລື ໂດຍ​ອາດ​ມີ​ເຈດ​ຕະ​ນາ​ຮ່ວມ​ມື​ກັບ​ພໍ່­ຄ້າ​ສວຍ­ໂອ­ກາດ ທັງ​ກັກ​ຕຸນ​ສິນ­ຄ້າ ແລະ ຂຶ້ນ​ລາ­ຄາ​ສິນ­ຄ້າ.

    ສັງ​ລວມ​ວ່າ: ອີງ​ຕາມ​ແຈ້ງ​ການ​ຂອງ​ຫ້ອງ​ວ່າ­ການ​ສຳ­ນັກ­ງານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ແລະ ສະ­ພາບ​ວິ​ກິດ​ການ​ຕົວ​ຈິງ ມີ​ແຕ່​ຄວາມ​ສາ­ມັກ­ຄີ ນ້ຳ­ໃຈ​ເສຍ­ສະ­ຫຼະ​ເທົ່າ​ນັ້ນ ຈະ​ສາ­ມາດ​ຮ່ວມ​ກັນ​ແກ້​ໄຂ​ບັນ­ຫາ​ໄປ​ພ້ອມ​ກັນ ແຕ່​ຖ້າ​ຍັງ​ມີ​ຄົນ​ສວຍ­ໂອ­ກາດ​ນັ້ນ ພາກ​ລັດ​ຈະ​ຕ້ອງ​ເຄັ່ງ​ຄັດ ກວດ­ກາ​ນຳ​ກັນ​ນໍ?.

ໂດຍ: ດັ້ນ​ກີບ​ເມກ

error: Content is protected !!