ເບິ່ງບ້ານເຂົາເອົາບົດຮຽນ 31-03-2020

    ມື້­ນີ້​ຂໍ​ພາ​ທ່ານ​ຜູ້​ອ່ານ ໄປ​ຮູ້­ຈັກ​ກັບ​ມາດ​ຕະ­ການ​ຄວບ​ຄຸມ​ການ​ຊື້-ຂາຍ​ສັດ­ປ່າ​ຢູ່​ຫວຽດ­ນາມ ຄະ­ດີ​ຜົວ​ທຳ­ລາຍ​ຮ່າງ­ກາຍ​ຂອງ​ເມຍ​ຢູ່​ມາ​ເລ​ເຊຍ ແລະ ມາດ​ຕະ­ການ​ຂອງ ສ ເກົາ­ຫຼີ ເພື່ອ​ຮັບ­ປະ­ກັນ​ການ​ເລືອກ​ຕັ້ງ​ໃນ​ເດືອນ ເມ­ສາ ປີ​ນີ້.

    ທີ່ ຫວຽດ­ນາມ: ຂ່າວ​ຕ່າງ­ປະ­ເທດ​ໃນ​ອາ­ທິດ​ທີ 2 ເດືອນ​ກຸມ­ພາ​ນີ້ ໃຫ້​ຮູ້​ວ່າ ທາງ​ການ​ຫວຽດ­ນາມ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ຫ້ອງ­ການ​ກະ­ສິ­ກຳ​ຂອງ​ບັນ­ດາ​ແຂວງ ແລະ ເມືອງ ໃນ​ທົ່ວ​ປະ­ເທດ​ເອົາ­ໃຈ​ໃສ​ຕິດ­ຕາມ​ຄວບ​ຄຸມ​ການ​ນຳ​ເຂົ້າ​ສັດ­ປ່າ ທ່າມ­ກາງ​ການ​ລະ­ບາດ​ຂອງ​ພະ­ຍາດ​ປອດ​ອັກ­ເສບ​ສາຍ​ພັນ​ໃໝ່ ຫຼື ໂຄ​ວິດ-19 ເພາະ​ມີ​ຄວາມ​ເຊື່ອ​ຢ່າງ​ກວ້າງ­ຂວາງ​ວ່າ ເຊື້ອ​ພະ­ຍາດ​ສາຍ​ພັນ​ນີ້​ເກີດ​ມາ​ຈາກ​ສັດ­ປ່າ​ນັ້ນ​ເອງ ຈຸດ​ທີ່​ຕ້ອງ​ເອົາ­ໃຈ­ໃສ່​ຄວບ​ຄຸມ​ເປັນ​ພິ­ເສດ​ຄື​ຕາມ​ດ່ານ ແລະ ເສັ້ນ­ທາງ​ຢູ່​ບໍ­ລິ­ເວນ​ຊາຍ​ແດນ​ທີ່​ມັກ​ມີ​ການ​ລັກ­ລອບ​ນຳ​ເຂົ້າ​ສັດ­ປ່າ ຄຳ​ສັ່ງ​ໄດ້​ກຳ­ນົດ​ຫ້າມ​ເດັດ­ຂາດ​ການ​ນຳ​ເຂົ້າ​ອະ​ໄວ​ຍະ​ວະ ຫຼື ສິ້ນ​ສ່ວນ​ສັດ​ເພື່ອ​ໃຊ້​ເປັນ​ສ່ວນ​ປະ­ສົມ​ຂອງ​ຢາ​ປົວ​ພະ­ຍາດ ນອກ­ຈາກ​ນັ້ນ ທາງ​ການ​ຍັງ​ໄດ້​ແນະ­ນຳ​ໃຫ້​ອຳ­ນາດ​ການ​ປົກ­ຄອງ​ທ້ອງ­ຖິ່ນ​ເພີ່ມ​ທະ­ວີ​ມາດ​ຕະ­ການ​ຕິດ­ຕາມ​ກວດ­ກາ ການ​ຊື້-ຂາຍ ສັດ­ປ່າ​ທີ່​ເອົາ​ມາ​ລ້ຽງ ນັບ​ແຕ່​ວິ­ທີ​ລ້ຽງ ແລະ ວິ­ທີ​ປຸງ​ແຕ່ງ ທາງ​ກະ­ຊວງ​ກະ­ສິ­ກຳ ແລະ ພັດ­ທະ­ນາ​ຊົນ­ນະ­ບົດ​ຫວຽດ­ນາມ ກໍ​ໄດ້​ອອກ​ຄຳ​ສັ່ງ​ແນະ­ນຳ​ໃຫ້​ແຍກ​ສັດ­ປ່າ ທີ່​ຕິດ­ເຊື້ອ​ພະ­ຍາດ​ຕິດ­ແປດ​ອອກ ເພື່ອ​ປິ່ນ­ປົວ​ສະ­ເພາະ.

    ທີ່ ມາ​ເລ​ເຊຍ: ໃນ​ທີ່​ສຸດ​ຜົວ​ອຳ­ມະ­ຫິດ​ທີ່​ລົງ​ໄມ້​ລົງ­ມື​ຕີ​ເມຍ ກໍ​ຖືກ​ສານ​ຕັດ­ສິນ​ຈຳ​ຄຸກ​ຢ່າງ​ສະ​ສົມ​ເປັນ​ເວ­ລາ 10 ເດືອນ ເຫດ​ຮ້າຍ​ນີ້​ເກີດ​ຢູ່​ເມືອງ​ໂກ​ຕາ​ກິ​ນາ​ບາ​ລູ ມາ​ເລ​ເຊຍ ຜົວ​ຜູ້​ກໍ່​ເຫດ ຊື່​ທ້າວ ເຈຣີ ໂບ​ລິດ (jerry Boris) ອາ­ຍຸ 34 ປີ ຂ່າວ​ບອກ​ວ່າ­ການ​ຕ່ອຍ​ຕີ​ເກີດ​ຂຶ້້ນ​ຍ້ອນ​ຝ່າຍ​ຜົວ​ແຄ້ນ​ເມຍ ທີ່​ໄປ​ຮ່ວມ​ງານ​ວັນ​ເກີດ​ຂອງ​ພີ່­ນ້ອງ ໂດຍ​ບໍ່​ຂໍ­ອະ­ນຸ­ຍາດ​ຈາກ​ຜູ້­ກ່ຽວ​ກ່ອນ ຂໍ້​ມູນ​ກ່ຽວ​ກັບ​ການ​ຜິດ​ຖຽງ ແລະ ລົງ​ໄມ້​ລົງ­ມື​ຕ່ອຍ​ຕີ​ເມຍ​ຄັ້ງ​ນີ້ ຖືກ​ລັກ​ບັນ­ທຶກ​ພາບ​ໂດຍ​ຄົນ​ທີ່­ຢູ່​ເຮືອນ​ໃກ້​ກັນ ທ້າວ ເຈຣີ ໂບ​ລິດ ກັບ​ເມຍ​ແຕ່ງ­ດອງ​ຢູ່​ກິນ​ນຳ​ກັນ​ມາ​ເປັນ​ເວ­ລາ 9 ປີ ມີ​ລູກ​ນຳ​ກັນ 4 ຄົນ ທັງ​ສອງ​ໄດ້​ແຍກ​ກັນ​ຢູ່​ໃນ​ປີ 2019 ແຕ່​ບໍ່​ໄດ້​ຢ່າ​ຮ້າງ ຜົວ​ໃຈ​ອຳ­ມະ­ຫິດ​ຄົນ​ນີ້​ຖືກ​ຕັດ­ສິນ​ລົງ­ໂທດ​ຕາມ​ກົດ­ໝາຍ​ອາ­ຍາ ໝວດ​ທີ 323 ວ່າ​ດ້ວຍ​ໂທດ​ທີ່​ເຮັດ​ໃຫ້​ຄົນ​ອື່ນ​ບາດ­ເຈັບ​ດ້ວຍ​ເຈດ​ຕະ​ນາ ເຊິ່ງ​ມີ​ໂທດ​ຕິດ​ຄຸກ​ສູງ​ສຸດ 1 ປີ ຫຼື ຖືກ​ປັບ​ໃໝ​ສູງ​ສຸດ 2.000 ຣິງ​ກິດ (ສະ­ກຸນ​ເງິນ​ມາ​ເລ​ເຊຍ) ຫຼື ທັງ​ຖືກ​ໂທດ​ຕິດ​ຄຸກ ແລະ ຖືກ​ປັບ​ໃໝ.

    ທີ່ ສ ເກົາ­ຫຼີ: ຂ່າວ​ຕ່າງ­ປະ­ເທດ​ໃຫ້​ຮູ້​ວ່າ ການ​ເລືອກ​ຕັ້ງ​ສະ­ມາ­ຊິກ​ສະ­ພາ​ແຫ່ງ​ຊາດ (ສສຊ) ຊຸດ​ທີ 21 ຂອງ ສ ເກົາ­ຫຼີ​ຈະ​ມີ​ຂຶ້ນ​ໃນ​ເດືອນ ເມ­ສາ ປີ​ນີ້ ສ່ວນ​ການ​ຈົດ​ທະ­ບຽນ​ຂອງ​ຜູ້​ມີ​ສິດ​ລົງ​ສະ­ໝັກ​ຮັບ​ເລືອກ​ຕັ້ງ​ນັ້ນ​ໄດ້​ມີ​ຂຶ້ນ​ແຕ່​ວັນ​ທີ 17 ທັນ­ວາ 2019 ເພື່ອ​ຮັບ­ປະ­ກັນ​ຄວາມ​ໂປ່ງ​ໃສ ຂາວ​ສະ­ອາດ​ຂອງ​ການ​ເລືອກ​ຕັ້ງ​ຄັ້ງ​ນີ້ ທາງ​ກອງ​ກຳ­ລັງ​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ ໄດ້​ຮັບ​ຄຳ​ສັ່ງ​ໃຫ້​ທັບ​ມ້າງ​ທຸກ​ການ​ກະ­ທຳ​ທີ່​ເປັນ​ການ​ລະ­ເມີດ​ກົດ­ໝາຍ ວ່າ​ດ້ວຍ​ການ​ເລືອກ​ຕັ້ງ ໂດຍ​ສະ­ເພາະ​ແມ່ນ​ພຶດ­ຕິ​ກຳ ທີ່​ຈະ​ເຮັດ​ໃຫ້​ເກີດ​ມີ​ສະ­ພາບ​ຜິດ​ປົກ­ກະ­ຕິ​ໃນ​ຂະ​ບວນ​ການ​ເລືອກ​ຕັ້ງ ຂ່າວ​ບອກ​ວ່າ ຫ້ອງ­ການ​ບັນ­ຊາ​ການ​ຕຳ­ຫຼວດ​ຈຳ­ນວນ 255 ແຫ່ງ​ໃນ​ທົ່ວ​ປະ­ເທດ​ໄດ້​ກຽມ­ພ້ອມ​ປະ­ຕິ­ບັດ​ຄຳ​ສັ່ງ​ນີ້​ແລ້ວ.

error: Content is protected !!