ເຈົ້າຄອງ ນວ ລົງຢ້ຽມຢາມເຮັດວຽກຢູ່ເມືອງສັງທອງ

     ໃນໂອກາດລົງຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງສັງທອງ ໃນ ວັນທີ 23 ຕຸລາ 2020 ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ພົບປະພະນັກງານຫຼັກແຫຼ່ງພາຍໃນເມືອງ ໂດຍການຕ້ອນຮັບຂອງທ່ານ ພົງສະຫວັນ ສິລິພັນ ເຈົ້າເມືອງສັງທອງ ມີ ຫົວໜ້າພະແນກ ຫົວໜ້າຫ້ອງການ ເລຂາພັກບ້ານ ແລະ ນາຍບ້ານເຂົ້າຮ່ວມ.

    ທ່ານ ພົງສະຫວັນ ສິລິພັນ ໄດ້ຂຶ້ນຜ່ານບົດລາຍງານຫຍໍ້ ແຜນພັດທະນາເສດຖະກິດ-ສັງຄົມວ່າ: ການພັດທະນາເສດຖະກິດສັງຄົມໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ 7,4% ຕໍ່ປີ ໂຄງປະກອບເສດຖະກິດຫັນປ່ຽນຕາມທິດທີ່ຕັ້ງໜ້າ ລວມຍອດຜະລິດຕະພັນພາຍໃນໄດ້ 1.114 ຕື້ກີບ ລາຍຮັບສະເລ່ຍຕໍ່ຫົວຄົນ ບັນລຸ 34 ລ້ານກີບ ເທົ່າກັບ 3.885 ໂດລາສະຫະລັດຕໍ່ຄົນຕໍ່ປີ ສາມາດລົບລ້າງຄອບຄົວທຸກຍາກໄດ້ 100% ໂຄງປະກອບເສດຖະກິດຕາມຂະແໜງການໄດ້້ຂະຫຍາຍຕົວຕາມທິດ ການສ້າງບ້ານພັດທະນາຕາມ 4 ເນື້ອໃນ 4 ຄາດໝາຍ ແລະ ວຽກງານ 3 ສ້າງ ບັນລຸໝາກຜົນດີ ສາມາດລຶບລ້າງຄວາມທຸກຍາກໄດ້ໂດຍພື້ນຖານ ສຳລັບປິີ 2020 ການຈັດເກັບລາຍຮັບງົບປະມານທີ່ ນວ ມອບໃຫ້ 7,6 ຕື້ກີບ ຜ່ານການຈັດຕັ້ງປະຕິບັດມາຮອດວັນທີ 13 ທັນວາ 2020 ສາມາດເກັບລາຍຮັບເຂົ້າງົບປະມານໄດ້ 6,2 ຕື້ກວ່າກີບ ເທົ່າກັບ 80,81% ປະຕິບັດລາຍຈ່າຍໄດ້ 2,1 ຕື້ກວ່າກີບ ເທົ່າກັບ 49,75% ສ່ວນວຽກງານກະສິກຳ ສາມາດເກັບກູ້ຜົນຜະລິດເຂົ້ານາແຊງ ແລະ ນາປີ ໄດ້ 37 ພັນກວ່າໂຕນ ສະເລ່ຍໃສ່ຫົວຄົນໄດ້ 1.224 ກິໂລຕໍ່ຄົນຕໍ່ປີ  ການປູກພືດອຸດສາຫະກຳ ປະຕິບັດໄດ້ 1.125 ເຮັກຕາ ເທົ່າກັບ 97,4% ປູກໄມ້ໃຫ້ໝາກປະຕິບັດໄດ້ 254 ເຮັກຕາ ເທົ່າກັບ 117,59% ການລ້ຽງສັດມີສັດລ້ຽງ 128.155 ໂຕ ໄດ້ລ້ຽງເປັນຟາມທັງໝົດ 11 ຟາມ ມີສັດລ້ຽງ 13.207 ໂຕ  ພິເສດ ໄດ້ຮັບການສະໜັບສະໜູນຈາກໂຄງການນູແວນເຊລັງ ເປັນໂຄງການສົ່ງເສີມປະຊາຊົນລ້ຽງງົວໃຫ້ມີຄຸນນະພາບຊີ້ນ ປັດຈຸບັນມີ 26 ຄອບຄົວເຂົ້າຮ່ວມໂຄງການ ວຽກຊົນລະປະທານທົ່ວເມືອງມີ 10 ໂຄງການ ໃນນັ້ນ ມີ 5 ສະຖານີສູບນໍ້າ ອ່າງເກັບນໍ້າ 4 ແຫ່ງ ແລະ 1 ຝາຍນໍ້າລົ້ນ ສາມາດຕອບສະໜອງການຜະລິດໄດ້ 1.800 ກວ່າເຮັກຕາ ຕໍ່ກັບວຽກພັດທະນາຊົນນະບົດ ໄດ້ສຸມໃສ່ສ້າງບ້ານໃຫຍ່ນາຈະເລີນຕາມທິດສາມສ້າງ ແລະ ໄດ້ຮັບໂຄງການຮ່ວມມືລາວ-ຈີນ ໃນການພັດທະນາຊົນນະບົດໃໝ່ຕາມສີສັນຈີນຢູ່ບ້ານຊໍ້ ເຊິ່ງໄດ້ຮັບການປັບປຸງພື້ນຖານໂຄງລ່າງເປັນສ່ວນໃຫຍ່ ແລະ ໄດ້ສຸມໃສ່ສ້າງບ້ານເພຍລາດເປັນເທສະບານເມືອງ ຄຽງຄູ່ກັບການເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ຕາມທິດ 3 ຫຼຸດ 3 ເພີ່ມ 3 ຂະບວນການ ສຳລັບທິດທາງການພັດທະນາໃນຕໍ່ໜ້າ ແມ່ນສືບຕໍ່ຈັດຕັ້ງປະຕິບັດອີງໃສ່ມະຕິ V ໂດຍສະເພາະຕາມ 4 ທິດ 12 ຄາດ ໝາຍ ແລະ 8 ວຽກງານຈຸດສຸມທີ່ໄດ້ວາງອອກໃຫ້ບັນລຸຕາມເປົ້າໝາຍ.

    ໃນການພົບປະໃນຄັ້ງນີ້ ທ່ານ ເຈົ້າເມືອງສັງທອງໄດ້ສະເໜີໃຫ້ ນວ ປັບປຸງ 2 ເສັ້ນທາງຄື: ເສັ້ນທາງແຕ່ເທສະບານ ຫາ ເຕົາໄຫ ແລະ ເສັ້ນທາງບ້ານນາປໍ ຫາ ບ້ານວັງມ້າ ເບີ່ງຄືນການອະນຸມັດໂຄຕ້າໄມ້ປ່ອງ ພາຫະນະຮັບໃຊ້ຍັງມີບໍ່ພຽງພໍ ແລະ ການສ້າງເຂື່ອນນໍ້າສັງ.

    ໂອກາດນີ້ ທ່ານ ເຈົ້າຄອງນະຄອນຫຼວງວຽງຈັນໄດ້ເປັນກຽດໂອ້ລົມຕໍ່ພະນັກງານຫຼັກແຫຼ່ງຂອງເມືອງສັງທອງ ໂດຍໄດ້ເນັ້ນໃຫ້ຄະນະພັກເມືອງເອົາໃຈໃສ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງເມືອງໃຫ້ເປັນແຜນໂຄງການດຳເນີນງານລະອຽດ ພ້ອມທັງກຳນົດໄລຍະໃນການຈັດຕັ້ງປະຕິບັດໃຫ້ເປັນ 2 ໄລຍະ ແລະ ພ້ອມກັນຈັດຕັ້ງປະຕິບັດ ແລະ ກຳນົດເປັນແຜນວຽກໄປໃນແຕ່ລະປີ ເພື່ອໃຫ້ມະຕິດັ່ງກ່າວບັນລຸໄດ້ຕາມເປົ້າໝາຍ ພ້ອມນັ້ນ ຕໍ່ກັບຂໍ້ສະເໜີດັ່ງກ່າວ ແມ່ນເນັ້ນໃຫ້ພາກສ່ວນກ່ຽວຂ້ອງສືບຕໍ່ກວດກາຄືນ ຖ້າພົບເຫັນບັນຫາ ແມ່ນໃຫ້ສືບຕໍ່ແກ້ໄຂ ນອກຈາກນັ້ນ ໄດ້ເນັ້ນໃຫ້ຊອກໃຫ້ເປັນທ່າແຮງຂອງເມືອງ ແລະ ພ້ອມກັນຊຸກຍູ້ປະຊາຊົນຜະລິດເປັນສິນຄ້າເພື່ອສ້າງລາຍຮັບ ໄປພ້ອມກັບການເອົາໃຈໃສ່ປ້ອງກັນຄວາມສະຫງົບ ຕ້ານປາກົດການຫຍໍ້ທໍ້ຕ່າງໆ.

    ພາຍຫຼັງສຳເລັດການພົບປະພະນັກງານຫຼັກແຫຼ່ງ ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ເດີນທາງໄປຢ້ຽມຢາມຄອບຄົວຕົວແບບ ແລະ ພົບປະປະຊາຊົນຢູ່ບ້ານໃຫຍ່ນາຈະເລີນ ເດີນທາງໄປຢ້ຽມຢາມ ໂຮງງານອຸດສາຫະກຳໄມ້ປ່ອງຄົບວົງຈອນຢູ່ບ້ານຫ້ວຍຄຳ ແລະ ຢ້ຽມຢາມການປູກພືດປອດສານພິດຂອງບໍລິສັດລາວໂກລເອເຊຍຢູ່ບ້ານຄົກເພິງ.

# ຂ່າວ & ພາບ: ເພັດສະໝອນ

error: Content is protected !!