7 ຂໍ້ຫ້າມຫຼັງຄາບອາຫານ ເພື່ອສຸຂະພາບທີ່ດີ

ຫຼັງ​ຈາກ​ຮັບ​ປະທານ​ອີ່ມ​ໃນ​ແຕ່​ລະວັນ ມີ​ຂໍ້​ຫ້າມ​ທີ່​ບໍ່ຄວນ​ເຮັດ ຫຼື ຄວນຫຼີກ​ລ່ຽງ​ຢູ່​ຫຼາຍ​ປະ­ການ ເພາະ​ຈະ​ສົ່ງ​ຜົນ​ເສຍ​ຕໍ່​ສຸຂະ​ພາບ​ໄດ້ ແລະ ນີ້​ຄື 7 ສິ່ງ​ທີ່​ຄວນ​ຫຼີກ​ລ່ຽງ​ຫຼັງ​ຄາບອາ­ຫານ ຫາກ​ບໍ່​ຢາກ​ສ່ຽງ​ຕໍ່​ອາ­ການ​ເຈັບ­ເປັນ​ໃດໆ ເຊິ່ງ​ເປັນ​ຂໍ້​ມູນ​ດີໆຈາກ​ເວັບ​ໄຊ​ປະ­ເທດ​ເພື່ອນ​ບ້ານ​ຄື:

1. ຢ່າ​ສູບ­ຢາ​ທັນ­ທີ

ປົກ­ກະ­ຕິ ການ​ສູບ­ຢາ​ກໍ​ບໍ່​ມີ​ຜົນ​ດີ​ຕໍ່​ສຸ­ຂະ­ພາບ​ຢູ່​ແລ້ວ ເພາະ​ສ່ຽງ​ທີ່​ເຮັດ​ໃຫ້​ເກີດ​ພະ­ຍາດ​ຢ່າງ​ຖົງລົມ​ໂພງ ແລະ ມະ​ເຮັງ ທັງ​ນີ້ ຈາກ​ຜົນ​ການ​ທົດລອງ​ຂອງ​ຜູ້​ຊ່ຽວ­ຊານ ພົບ​ວ່າ ການ​ສູບ­ຢາ​ຫຼັງ​ອາຫານ ທຽບ​ໄດ້​ກັບ​ການ​ສູບ­ຢາ​ຍາມ​ປົກ­ກະ­ຕິ​ເຖິງ​ສິບກອກ ເຊິ່ງ​ເຮັດ​ໃຫ້​ມີ​ໂອ­ກາດ​ເປັນ​ພະ­ຍາດ​ມະ​ເຮັງ ໄດ້​ຫຼາຍ​ຂຶ້ນ​ອີກ​ດ້ວຍ ສະ­ນັ້ນ ຫຼັງ​ກິນ​ເຂົ້າ​ສຳ­ເລັດ ແນະ­ນຳ​ວ່າ​ຢ່າ​ຟ້າວ​ສູບ­ຢາ​ທັນ­ທີ.

2. ຢ່າ​ດື່ມ­ນ້ຳ​ອັດ​ລົມ ຫຼື ກິນ​ໝາກ​ໄມ້​ທີ່​ມີ​ແກ໊​ສຫຼາຍ​ທັນ­ທີ

ການ​ດື່ມ­ນ້ຳ​ອັດ​ລົມ​ຫຼັງ​ກິນ​ອີ່ມ ຈະ​ມີ​ແກ໊​ສ​ຄາບອນ​ໄດ​ອອກ​ໄຊ ທີ່​ມາ​ລົບ​ກວນ​ການ​ຍ່ອຍ​ຂອງ​ອາຫານ ແລະ ການ​ກິນ​ໝາກ​ໄມ້​ທີ່​ມີ​ແກ໊​ສ​ຫຼາຍ​ຫຼັງຄາບ​ອາ­ຫານ ກໍ​ເປັນ​ອີກ​ສິ່ງ​ທີ່​ບໍ່​ຄວນ​ເຮັດ ເພາະຈະ​ເຮັດ​ໃຫ້​ທ້ອງ​ອືດ ທ້ອງ​ເຟີ້ ແລະ ມີ​ລົມ​ໃນ​ກະເພາະ​ອາ­ຫານ ຄວນ​ເລືອກ​ກິນ​ເປັນ​ໝາກ​ໄມ້​ຍ່ອຍງ່າຍ ເຊັ່ນ: ໝາກ­ໂມ ໝາກ­ກ້ຽງ ແລະ ຫຼີກ​ລ່ຽງ ໝາກ​ໄມ້​ທີ່​ມີ​ແກ໊​ສ​ຫຼາຍ ເຊັ່ນ: ໝາກ​ຖຸ​ລຽນ.

3. ຢ່າ​ດື່ມ​ຊາ​ທີ່​ມີ​ຄວາມ​ເຂັ້ມ​ຂຸ້ນ​ຫຼາຍໆ​ທັນ­ທີ

ການ​ດື່ມ​ຊາ​ທີ່​ເຂັ້ມ​ຂຸ້ນ​ຫຼາຍໆ ຈະ​ມີ​ຜົນ​ເຮັດ​ໃຫ້ກະ­ເພາະ​ອາ­ຫານ​ດູດ​ຊັບ​ອາ­ຫານ​ໄດ້​ໜ້ອຍ​ລົງ ເຮັດໃຫ້​ລະ­ບົບ​ການ​ຍ່ອຍ​ອາ­ຫານ​ເຮັດ​ວຽກ​ຜິດ​ປົກ­ກະ­ຕິ ເຊິ່ງ​ຈະ​ເຮັດ​ໃຫ້​ຖອກ­ທ້ອງ​ໄດ້ ທາງ​ທີ່​ດີ​ຄວນ​ຈະ​ດື່ມ​ຊາ​ຫຼັງ​ຮັບ​ປະ­ທານ​ອາ­ຫານ​ໄປ​ແລ້ວ​ປະ­ມານ 2-3 ຊົ່ວ­ໂມງ ແລະ ເຄີຍ​ມີ​ງານ​ວິ­ໄຈ​ລະ­ບຸ​ວ່າ​ຄົນ​ທີ່​ຂາດ​ທາດ​ເຫຼັກ ອາດ​ຈະ​ຫຼີກ​ລ່ຽງ​ການ​ດື່ມ​ຊາ​ທັນ­ທີ​ທີ່​ກິນ​ຢາ​ທີ່​ເສີມ​ທາດ​ເຫຼັກ.

4. ຢ່າ​ກິນ​ຫຼາຍ​ເກີນຈົນ​ຕ້ອງ​ຍານ​ສາຍ­ແອວ ຫຼື ປົດ​ກະ­ດຸມ

ກິນ​ໃຫ້​ພໍ­ດີ ແລະ ຫາກ​ຮູ້­ສຶກ​ອີ່ມ​ແລ້ວ​ໃຫ້​ເຊົາກິນ ຄວນ​ເວັ້ນ​ໄລ­ຍະ​ຫ່າງ​ການ​ກິນ​ອາ­ຫານ​ໃນ​ແຕ່ລະ­ຄາບ​ປະ­ມານ 3 ຊົ່ວ­ໂມງ ລໍ­ຖ້າ​ໃຫ້​ອາ­ຫານ​ແຕ່ລະ​ປະ­ເພດ​ຍ່ອຍ​ສຳ­ເລັດ ແລະ ຍ້າຍ​ຈາກ​ກະເພາະ​ອາ­ຫານ​ໄປ​ສູ່​ບ່ອນ​ອື່ນ​ກ່ອນ ແລ້ວ​ຄ່ອຍ​ກິນຄາບ​ຕໍ່​ໄປ ຢ່າ​ກິນ​ຫຼາຍ​ຈົນ​ເກີນ​ໄປ ເພາະ​ຈະ​ເຮັດໃຫ້​ຮູ້­ສຶກ​ບໍ່​ສະ­ບາຍ​ທ້ອງ ຈຸກ​ແໜ້ນ ທ້ອງ​ອືດ ທ້ອງເຟີ້ ແລະ ຢ່າ​ກິນ​ຈຸກ​ຈິກ ເພາະ​ຈະ​ເຮັດ​ໃຫ້​ເກີດພາ­ວະ​ອ້ວນ​ໄດ້.

5. ຢ່າ​ຟ້າວ​ອາບ­ນ້ຳ​ຫຼັງ​ກິນ​ອີ່ມ

ຫຼາຍ​ຄົນ​ເຊື່ອ​ວ່າ​ຈະ​ສົ່ງ​ຜົນ​ໃຫ້​ລະ­ບົບ​ການ​ຍ່ອຍອາ­ຫານ​ເຮັດ​ວຽກ​ໄດ້​ບໍ່​ເຕັມ­ທີ່ ເຊິ່ງ​ຖ້າ​ຕ້ອງ­ການອາບ­ນ້ຳ ຄວນ​ອາບ​ຕອນ​ທີ່​ອາ­ຫານ​ເລີ່ມ​ຍ່ອຍປະມານ 1-2 ຊົ່ວ­ໂມງ ການ​ອາບ­ນ້ຳ​ຫຼັງ​ກິນ​ເຂົ້າ​ໃນບາງ​ຄົນ​ອາດ​ເກີດ​ອາ­ການ​ຈຸກ ຫຼື ມີ​ຜົນ​ເຮັດ​ໃຫ້​ທ້ອງອືດ​ເລື້ອຍ ເຊິ່ງ​ບໍ່​ເປັນ​ຜົນ​ດີ​ກັບ​ຮ່າງ­ກາຍ​ເລີຍ ແລະ ການ​ທີ່​ທ້ອງ​ອືດ​ເລື້ອຍໆ ຍັງ​ສົ່ງ​ຜົນ​ເຮັດ​ໃຫ້​ລຳ​ໄສ້ອັກ­ເສບ​ໄດ້​ງ່າຍ​ອີກ​ດ້ວຍ.

6. ຢ່າ​ອອກ­ກຳ­ລັງ​ກາຍ​ທັນ­ທີ

ການ​ອອກ­ກຳ­ລັງ​ກາຍ ຈຳ­ເປັນ​ຕ້ອງ​ໃຊ້​ພະ­ລັງງານ​ໃນ​ຮ່າງ­ກາຍ​ຫຼາຍ ເຊິ່ງ​ໃນ​ຂະ­ນະ​ທີ່​ກະ­ເພາະ​ກໍຍັງ​ເຮັດ​ການ​ຍ່ອຍ​ອາ­ຫານ​ຢູ່ ປະ­ສິດ­ທິ­ພາບ​ໃນ​ການເຮັດ​ວຽກ​ທັງ​ໝົດ​ທຸກ​ສ່ວນ​ໃນ​ຮ່າງ­ກາຍ ຫາກ​ເຮັດພ້ອມ​ກັນ​ແບບ​ນີ້​ບໍ່​ດີ​ແນ່­ນອນ ສະ­ນັ້ນ ຫຼັງ​ກິນ​ອາຫານ​ຄວນ​ພັກ­ຜ່ອນ​ເລັກ​ນ້ອຍ ແລະ ບໍ່​ຄວນ​ອອກກຳ­ລັງ​ກາຍ​ທັນ­ທີ.

7. ຢ່າ​ນອນ​ທັນ­ທີ

ການ​ນອນ​ທັນ­ທີ​ຫຼັງ​ຮັບ​ປະ­ທານ​ອາ­ຫານ​ສຳ­ເລັດ ຈະ​ເຮັດ​ໃຫ້​ເກີດ​ລົມ ຫຼື ແກ໊​ສ​ໃນ​ທາງ​ເດີນ​ອາ­ຫານໄດ້ ແລະ ເຮັດ​ໃຫ້​ທ້ອງ​ອືດ ອີກ​ທັງ​ຍັງ​ເຮັດ​ໃຫ້​ເກີດກົດ​ໄຫຼ​ຢ້ອນ​ໄດ້​ອີກ​ດ້ວຍ ສະ­ນັ້ນ ຖ້າ​ຈະ​ນອນ​ຄວນເວັ້ນ​ໄລ­ຍະ​ເວ­ລາ​ຫຼາຍ​ກວ່າ 3 ຊົ່ວ­ໂມງ​ຂຶ້ນ​ໄປ​ຫຼັງກິນ​ອີ່ມ ຫຼື ຫາ​ກິດ­ຈະ­ກຳ​ທີ່​ເຮັດ​ໃຫ້​ຮ່າງ­ກາຍ​ໄດ້ເຄື່ອນ​ໄຫວ ເຊັ່ນ ການ​ເຮັດ​ວຽກ​ເຮືອນ​ຈັກ​ເລັກໜ້ອຍ​ ເພື່ອ​ກະ​ຕຸ້ນ​ການ​ເຮັດ​ວຽກ​ຂອງ​ລະ­ບົບ​ຢ່ອຍອາ­ຫານ ແລະ ຊ່ວຍ​ໃນ​ການ​ເຜົາ​ຜານ​ແຄ​ລໍ​ຣີ.

ຊາວ­ບ້ານ – ນຳ​ສະ­ເໜີ

error: Content is protected !!