ເສັ້ນທາງ 4 ແຍກຕານມີໄຊ-3 ແຍກສີເກີດ ສຳເລັດການເທເບຕົງໜ້າທາງ 100%

ໂຄງ­ການ​ກໍ່­ສ້າງ​ເສັ້ນ­ທາງ​ເບ​ຕົງ ແຕ່ 4 ແຍກ​ໄຟ​ອຳ­ນາດ​ຕານ​ມີ​ໄຊ ເມືອງ​ໄຊ​ທາ­ນີ-3 ແຍກ​ສີ​ເກີດ ເມືອງ​ນາ​ຊາຍ​ທອງ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ສຳ­ເລັດ​ການ​ເທ​ເບ​ຕົງ​ໜ້າ​ທາງ 100% ແລະ ກຳ­ລັງ​ສຸມ​ໃສ່​ໜ້າ​ວຽກ​ທີ່​ຍັງ​ເຫຼືອ ໂດຍ​ສະ­ເພາະ ສືບ­ຕໍ່​ຕິດ​ຕັ້ງ​ເສົາ​ໄຟ​ເຍືອງ​ທາງ ທາງ​ຄົນ​ຍ່າງ ດອນ​ກາງ​ທາງ ປ້າຍ​ຈະ­ລາ­ຈອນ ເສັ້ນ​ຈະ­ລາ­ຈອນ ເຊິ່ງ​ຄາດ​ວ່າ​ຈະ​ໃຫ້​ສຳ­ເລັດ​ທ້າຍ​ເດືອນ​ພະ­ຈິກ 2020.

ທ່ານ ຫຸມ­ພັນ ພະ​ດວງ​ເດດ ຫົວ­ໜ້າ​ໂຄງ­ການ​ກໍ່­ສ້າງ​ເສັ້ນ­ທາງ​ເບ​ຕົງ ແຕ່ 4 ແຍກ​ໄຟ​ອຳ­ນາດ​ຕານ​ມີ​ໄຊ ຫາ 3 ແຍກ​ສີ​ເກີດ ໃຫ້​ສຳ­ພາດ​ໂອ­ກາດ​ການ​ເທ​ເບ​ຕົງ​ສຳ­ເລັດ ວັນ​ທີ 23 ຕຸ­ລາ 2020 ວ່າ: ໂຄງ­ການ​ນີ້ ມີ​ຄວາມ​ຍາວ 9,37 ກິ­ໂລ­ແມັດ ກວ້າງ 28 ແມັດ ຊ່ອງ​ຈະ­ລາ­ຈອນ 6 ເລນ ຮັບ​ເໝົາ​ໂດຍ​ກຸ່ມ​ບໍ­ລິ­ສັດ​ຕັງ​ຈະ­ເລີນ ເລີ່ມ​ປະ­ຕິ­ບັດ​ແຕ່​ປີ 2016 ເປັນ­ຕົ້ນ​ມາ ປັດ­ຈຸ­ບັນ ສຳ­ເລັດ​ການ​ຍົກ­ຍ້າຍ​ສິ່ງ​ກີດ­ຂວາງ ວຽກ​ດິນ ເທ​ເບ​ຕົງ​ໜ້າ​ທາງ ສ່ວນ​ຮ່ອງ​ລະ­ບາຍ​ນ້ຳ ຄືບ​ໜ້າ​ຫຼາຍ​ກວ່າ 97% ປະ­ດັບ​ປະ­ດາ 60% ຕິດ​ຕັ້ງ​ເສົາ​ໄຟ​ເຍືອງ​ທາງ 60% ທາງ​ຍ່າງ 7,53 ກິ­ໂລ­ແມັດ ດອນ​ກາງ​ທາງ 7,58 ກິ­ໂລ­ແມັດ ສັງ​ລວມ​ແລ້ວ ໂຄງ­ການ​ມີ​ຄວາມ​ຄືບ​ໜ້າ​ຫຼາຍ​ກວ່າ 97% ຂອງ​ໜ້າ​ວຽກ​ທັງ​ໝົດ ສຳ­ລັບ​ໜ້າ​ວຽກ​ທີ່​ກຳ­ລັງ​ຈັດ​ຕັ້ງ​ປະ­ຕິ­ບັດ ແມ່ນ​ສຸມ​ໃສ່​ເທ​ເບ​ຕົງ​ທາງ​ຊອຍ ກໍ່­ສ້າງ​ທາງ​ຄົນ​ຍ່າງ ແລະ ດອນ​ກາງ​ທາງ ຕິດ​ຕັ້ງ​ປ້າຍ​ຕ່າງໆ ແຕ້ມ​ເສັ້ນ​ຈະ­ລາ­ຈອນ ແລະ ອະ­ນາ­ໄມ ເຊິ່ງ​ຈະ​ໃຫ້​ສຳ­ເລັດ ແລະ ຈັດ​ພິ­ທີ​ມອບ-ຮັບ​ກ່ອນ​ວັນ​ທີ 30 ພະ­ຈິກ 2020.

ການ​ປະ­ຕິ­ບັດ​ໂຄງ­ການ​ນີ້​ໂດຍ​ລວມ​ຢູ່​ພາກ​ສະ­ໜາມ ພົບ​ບັນ­ຫາ​ຫຍຸ້ງ­ຍາກ ແລະ ອຸ­ປະ­ສັກ​ຫຼາຍ​ຢ່າງ ແຕ່​ບໍ­ລິ­ສັດ​ຜູ້​ຮັບ​ເໝົາ​ໄດ້​ພະ­ຍາ­ຍາມ​ສູ້​ຊົນ ມີ​ຄວາມ​ຕັ້ງ­ໃຈ​ສູງ ແລະ ໄດ້​ທຸ່ມ​ເທ ສຸມ​ທຸກ​ກຳ­ລັງ​ແຮງ ທຶນ­ຮອນ​ທີ່​ມີ ໃນ​ການ​ປະ­ຕິ­ບັດ​ວຽກ​ຕ່າງໆ ເຮັດ​ໃຫ້​ໂຄງ­ການ​ມີ​ຄວາມ​ຄືບ​ໜ້າ ແລະ ຈະ​ສຳ­ເລັດ​ຕາມ​ແຜນ­ທີ່​ກຳ­ນົດ​ໄວ້ ໂອ­ກາດ​ນີ້ ກໍ​ຂໍ​ສະ­ແດງ​ຄວາມ​ຂອບ­ໃຈ​ມາ​ຍັງ​ອົງ­ການ​ປົກ­ຄອງ ນວ ໂດຍ​ສະ­ເພາະ ເຈົ້າ​ຄອງ-ຮອງ​ເຈົ້າ​ຄອງ ນວ ພະ​ແນກ ຍທຂ ນວ ແລະ ຄະ­ນະ​ຊີ້​ນຳ​ໂຄງ­ການ ທີ່​ໄດ້​ເອົາ­ໃຈ­ໃສ່​ລົງ​ໃກ້­ຊິດ­ຕິດ­ແທດ ຊຸກ­ຍູ້​ໂຄງ­ການ​ມາ​ໂດຍ​ຕະ­ຫຼອດ ລວມ​ເຖິງ​ອຳ­ນາດ​ການ​ປົກ­ຄອງ​ເມືອງ​ໄຊ​ທາ­ນີ ເມືອງ​ສີ​ໂຄດ​ຕະ­ບອງ ເມືອງ​ນາ​ຊາຍ​ທອງ ກໍ​ຄື​ອຳ­ນາດ​ການ​ປົກ­ຄອງ​ບ້ານ​ລຽບ​ຕາມ​ເສັ້ນ­ທາງ​ນີ້ ທີ່​ຊ່ວຍ​ແກ້​ໄຂ​ບັນ­ຫາ​ຫຍຸ້ງ­ຍາກ​ຕ່າງໆ ຂອບ­ໃຈ​ປະ­ທານ​ກຸ່ມ​ບໍ­ລິ­ສັດ​ຕັງ​ຈະ­ເລີນ ທີ່​ໄດ້​ທຸ່ມ​ເທ​ເອົາ­ໃຈ­ໃສ່​ຊອກ​ຫາ​ແຫຼ່ງ​ທຶນ​ມາ​ປະ­ຕິ­ບັດ​ໂຄງ­ການ ເຮັດ​ໃຫ້​ວຽກ​ງານ​ຕ່າງໆ​ປະ­ສົບ​ຜົນ­ສຳ­ເລັດ​ໄປ​ດ້ວຍ​ດີ.

error: Content is protected !!