ໃສທິລາດ ອຸປະຖຳທີມນະຄອນຫຼວງ ເຂົ້າຮ່ວມບານເຕະຕ້ອນຮັບວັນຊາດ

ບໍ­ລິ­ສັດ ໃສ​ທິ​ລາດ ຂົນ­ສົ່ງ ຈຳ­ກັດ​ຜູ້​ດຽວ ອຸ­ປະ­ຖຳ​ເຄື່ອງ​ກີ­ລາ ເປັນ­ຕົ້ນ: ອຸ­ປະ­ກອນ​ການ​ເຝິກ­ຊ້ອມ-ເຝິກ­ແອບ ໝາກ­ບານ ເສື້ອ​ເຝິກ­ຊ້ອມ​ຂອງ​ຄູ​ເຝິກ ແລະ ນັກ­ກີ­ລາ ລວມ​ມູນ​ຄ່າ 95.750.000 ກີບ ໃຫ້​ແກ່​ທີມ​ບານ­ເຕະ​ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ທັງ​ປະ­ເພດ​ຍິງ-ຊາຍ ໃນ​ການ​ເຂົ້າ​ຮ່ວມ​ແຂ່ງ­ຂັນ​ກີ­ລາ​ບານ­ເຕະ​ທົ່ວ​ປະ­ເທດ ເພື່ອ​ຄຳ­ນັບ​ຮັບ​ຕ້ອນ​ວັນ­ຊາດ ທີ 2 ທັນ­ວາ ຄົບ­ຮອບ 45 ປີ.

ພິ­ທີ​ມອບ-ຮັບ​ເຄື່ອງ​ດັ່ງ­ກ່າວ ຈັດ​ຂຶ້ນ​ວັນ​ທີ 23 ຕຸ­ລາ 2020 ຢູ່​ສະ­ໜາມ​ກີ­ລາ​ເຈົ້າ​ອາ​ນຸ​ວົງ ນະ­ຄອນ­ຫຼວງ​ວຽງ​ຈັນ ໂດຍ​ຕາງ­ໜ້າ​ກ່າວ​ມອບ​ຂອງ​ທ່ານ ວິ­ຊຽນ ໂລ​ວັນ ຕາງ­ໜ້າ​ບໍ­ລິ­ສັດ ໃສ​ທິ​ລາດ ຂົນ­ສົ່ງ ຈຳ­ກັດ​ຜູ້​ດຽວ ແລະ ກ່າວ​ຮັບ​ຂອງ​ທ່ານ ເດດ​ສົງ­ຄາມ ທຳ​ມະ​ວົງ ປະ­ທານ​ສະ­ຫະ­ພັນ​ກີ­ລາ​ບານ­ເຕະ​ນະ­ຄອນ­ຫຼວງ​ວຽງ​ຈັນ ມີ​ບັນ­ດາ​ຄະ­ນະ​ສະ­ຫະ­ພັນ​ບານ­ເຕະ ນວ ພະ­ນັກ­ງານ​ທັງ​ສອງ​ຝ່າຍ ພ້ອມ​ທັງ    ຄູ​ເຝິກ ແລະ ນັກ­ກີ­ລາ ເຂົ້າ​ຮ່ວມ​ເປັນ​ສັກ­ຂີ​ພິ­ຍານ.

ສຳ­ລັບ​ການ​ແຂ່ງ­ຂັນ​ປະ­ເພດ​ທີມ​ຊາຍ ແບ່ງ​ເປັນ 4 ກຸ່ມ:

ກຸ່ມ ກ ມີ: ນະ­ຄອນ­ຫຼວງ​ວຽງ​ຈັນ ຄຳ​ມ່ວນ ສາ­ລະ​ວັນ ໄຊ​ສົມ­ບູນ ແລະ ຊຽງ​ຂວາງ.

ກຸ່ມ ຂ ມີ: ຈຳ­ປາ​ສັກ ເຊ​ກອງ ແຂວງ​ວຽງ​ຈັນ ຜົ້ງ​ສາ­ລີ ແລະ ອຸ­ດົມ​ໄຊ.

ກຸ່ມ ຄ ມີ: ຫຼວງ​ນ້ຳ​ທາ ໄຊ​ຍະ​ບູ​ລີ ຫຼວງ​ພະ​ບາງ ແລະ ອັດ​ຕະ​ປື.

ກຸ່ມ ງ ມີ: ບໍ່​ແກ້ວ ຫົວ­ພັນ ບໍ​ລິ​ຄຳ​ໄຊ ແລະ ສະ­ຫວັນ​ນະ​ເຂດ.

ຮູບ​ແບບ​ການ​ແຂ່ງ­ຂັນ ເອົາ​ທີມ​ອັນ​ດັບ 1-2 ເຂົ້າ​ສູ່​ຮອບ 8 ທີມ​ຕໍ່​ໄປ ແຂ່ງ​ຢູ່ 4 ສະ­ໜາມ​ຄື: ສະ­ໜາມ​ກີ­ລາ​ແຫ່ງ​ຊາດ ຫຼັກ 16 ສະ­ໜາມ​ໃນ – ນອກ ສະ­ໜາມ​ກີ­ລາ​ກາງ​ມະ­ຫາ­ວິ­ທະ­ຍາ­ໄລ​ແຫ່ງ​ຊາດ​ແລະ ສະ­ໜາມ​ກີ­ລາ​ກອງ­ທັບ ຫຼັກ 5.

ສ່ວນ​ປະ­ເພດ​ທີມ​ຍິງ ແບ່ງ​ເປັນ 2 ກຸ່ມ ຄ:

ກຸ່ມ ກ ມີ: ແຂວງ​ວຽງ​ຈັນ ຊຽງ​ຂວາງ ໄຊ​ຍະ​ບູ​ລີ ແລະ ຈຳ­ປາ​ສັກ.

ກຸ່ມ ຂ ມີ: ນະ­ຄອນ­ຫຼວງ​ວຽງ​ຈັນ ອຸ­ດົມ​ໄຊ ຫຼວງ​ນ້ຳ​ທາ ແລະ ສະ­ຫວັນ​ນະ​ເຂດ.

ຮູບ​ແບບ​ການ​ແຂ່ງ­ຂັນ​ເອົາ​ອັນ​ດັບ 1-2 ທັງ 2 ກຸ່ມ​ເຂົ້າ​ສູ່​ຮອບ 4 ທີມ​ຕໍ່​ໄປ ແຂ່ງ​ຢູ່ 2 ສະ­ໜາມ​ຄື: ສະ­ໜາມ​ຫຍ້າ​ທຽມ​ສະ­ຫະ­ພັນ​ບານ­ເຕະ​ແຫ່ງ​ຊາດ​ລາວ ສະ­ໜາມ 1–2 ການ​ແຂ່ງ­ຂັນ​ຄັ້ງ​ນີ້ ຈະ​ຈັດ​ຂຶ້ນ​ລະ­ຫວ່າງ​ວັນ​ທີ 6-21 ພະ­ຈິກ 2020 ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ.

# ພາບ & ຂ່າວ: ສີ​ພອນ

error: Content is protected !!