ຍົກລະດັບໃຫ້ຄະນະນຳອົງການກວດສອບແຫ່ງລັດ ແລະ ອົງການກວດສອບປະຈຳພາກກາງ

    ພິທີເປີດຊຸດເຝິກອົບຮົມໃຫ້ຫົວໜ້າ ແລະ ຮອງຫົວໜ້າຄະນະກວດສອບ ອົງການກວດສອບແຫ່ງລັດ ແລະ ອົງການກວດສອບປະຈຳພາກກາງ ຊຸດທີ 1 ຈັດຂຶ້ນວັນທີ 26 ຕຸລາ 2020 ທີ່ສະຖາບັນເຝິກອົບຮົມອົງການກວດສອບແຫ່ງລັດ ເປັນປະທານ ແລະ ກ່າວເປີດຊຸດເຝິກອົບຮົມໃນຄັ້ງນີ້ ໂດຍທ່ານ ເຄນ ລໍວັນໄຊ ຮອງປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຫົວໜ້າຫ້ອງການ ຫົວໜ້າກົມ ຮອງກົມ ຫົວໜ້າຄະນະກວດສອບ ອົງການກວດສອບແຫ່ງລັດ ແລະ ອົງການກວດສອບປະຈຳພາກກາງ ແຂກຖືກເຊີນ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ.

    ຊຸດອົບຮົມໃນຄັ້ງນີ້ ປະກອບມີ ອົງການກວດສອບປະຈຳພາກກາງ ຫ້ອງການ ກົມຈັດຕັ້ງພະນັກງານ ກົມກວດສອບທະນາຄານ ກົມກວດສອບວິສາຫະກິດ ກົມກວດສອບອົງການຈັດຕັ້ງລັດ ກົມກວດສອບໂຄງການເງິນກູ້ຢືມ ແລະ ຊ່ວຍເຫຼືອລ້າ ສະຖາບັນເຝິກອົບຮົມ ແລະ ສະຖາບັນຄົ້ນຄວ້າວິທະຍາສາດການປົກຄອງ ແລະ ເຝິກອົບຮົມ ກະຊວງພາຍໃນ ລວມທັງໝົດຈຳນວນ 35 ຄົນ ຍິງ 14 ຄົນ.

    ຊຸດເຝິກອົບຮົມໃນຄັ້ງນີ້ ຈະດໍາເນີນເປັນເວລາ 5 ວັນ ນັບແຕ່ວັນທີ 26 ຫາ 30 ຕຸລາ 2020 ແລະ ການອົບຮົມຍັງຈະໄດ້ຮັບການສິດສອນຈາກຄູເຝິກ ຈາກກະຊວງພາຍໃນ ພະນັກງານບຳນານ ກະຊວງສຶກສາທິການ ແລະ ກີລາ ພ້ອມພະນັກງານພາຍໃນອົງການກວດສອບແຫ່ງລັດ.


# ພາບ & ຂ່າວ: ບຸນມີ

error: Content is protected !!