ຮັບປະກັນສະບຽງອາຫານໃຫ້ພຽງພໍ

     ວັນທີ 1-19 ເມສາ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໃຫ້ສໍາພາດໃນໂອກາດເຂົ້າຮ່ວມງານຖະແຫຼງຂ່າວຄໍາສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ ກັນການລະບາດ ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ວັນທີ 29 ມີນາ 2020 ຢູ່ສໍານັກງານນາຍົກລັດຖະມົນຕີວ່າ: ເພື່ອອໍານວຍຄວາມສະດວກເຄື່ອງອຸປະໂພກ-ບໍລິໂພກໃຫ້ປະຊາຊົນຢ່າງຕໍ່ເນື່ອງ ຈຶ່ງໄດ້ສ້າງເວັບໄຊ WWW.COVID19.gov.la ເປັນບ່ອນອີງໃນການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ພ້ອມທັງໃຫ້ເຫັນວ່າມີຮ້ານຄ້າຢູ່ໃສທີ່ຍັງເປີດໃຫ້ບໍລິການ.     

ການຮັບປະກັນດ້ານສະບຽງອາຫານແຕ່ວັນທີ 1-19 ເມສາ 2020 ຂະແໜງກະສິກໍາ ຕ້ອງໄດ້ສືບຕໍ່ຊຸກຍູ້ໃຫ້ປະຊາຊົນປູກຝັງ ເຮັດສວນຄົວ ປູກຕາມເຮືອນ ສວນ ພ້ອມນັ້ນກະຊວງອຸດສະຫະກໍາ ແລະ ການຄ້າ ກໍຈະພະຍາຍາມສະໜອງເຄື່ອງອຸປະໂພກ-ບໍລິໂພກໃຫ້ມີພຽງພໍ ແຕ່ສ່ວນໃຫຍ່ ປະເທດເຮົາໄດ້ນໍາເຂົ້າຈາກປະເທດໄທ ເຊິ່ງປັດຈຸບັນ ປະເທດດັ່ງກ່າວກໍກໍາລັງພົບຄວາມຂໍ້ຫຍຸ້ງຍາກເຊັ່ນກັນ ແຕ່ໂຊກດີທີ່ ສປ ຈີນ ແລະ ສສ ຫວຽດນາມ ສາມາດຄວບຄຸມການລະບາດພະຍາດ COVID-19 ໄດ້ແລ້ວ ຖ້າສະຖານະການແກ່ຍາວ ກໍຈະໄດ້ນໍາເຂົ້າເຄື່ອງອຸປະໂພກ-ບໍລິໂພກຈາກສອງປະເທດດັ່ງກ່າວ ເພື່ອສະໜອງໃຫ້ປະຊາຊົນ.

error: Content is protected !!