ກະຊວງ ຖວທ ຮ່ວມກັບອົງການກາແດງລາວ ມອບເຄື່ອງຊ່ວຍເຫຼືອຄອບຄົວປະສົບໄພນ້ຳຖ້ວມ

ວັນ​ທີ 27 ຕຸ­ລາ 2020 ກະ­ຊວງ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ (ຖວ​ທ) ແລະ ອົງ­ການ​ກາ­ແດງ​ລາວ ໄດ້​ນຳ​ເອົາ​ເຄື່ອງ​ອຸ­ປະ­ໂພກ-ບໍ­ລິ­ໂພກ​ຈຳ­ນວນ​ໜຶ່ງ ລົງ​ມາ​ມອບ​ໃຫ້​ກັບ​ພໍ່​ແມ່​ປະ­ຊາ­ຊົນ​ທີ່​ຖືກ​ຜົນ​ກະ­ທົບ​ຈາກ​ໄພ­ພິ­ບັດ​ນ້ຳ​ຖ້ວມ ນຳ​ໂດຍ​ທ່ານ ທອງ​ພະ­ຈັນ ສອນ​ນະ​ສິນ ຮອງ​ປະ­ທານ​ອົງ­ການ​ກາ­ແດງ​ລາວ ທ່ານ​ນາງ ບົວ​ໄຂ ເພັງ​ພະ­ຈັນ ຫົວ­ໜ້າ​ກົມ​ພິມ​ຈຳ­ໜ່າຍ ປະ­ທານ​ສະ­ຫະ­ພັນ​ແມ່­ຍິງ​ກະ­ຊວງ ຖວ​ທ ພ້ອມ​ຕາງ­ໜ້າ 3 ອົງ​ການ­ຈັດ­ຕັ້ງ​ຂອງ​ກະ­ຊວງ ອົງ­ການ​ກາ­ແດງ​ລາວ ພະ​ແນກ ຖວ​ທ ແຂວງ​ສະ­ຫວັນ​ນະ​ເຂດ ອົງ­ການ​ກາ­ແດງ​ແຂວງ​ສະ­ຫວັນ​ນະ​ເຂດ ການ​ນຳ​ເມືອງ​ເຊ​ໂປນ ຕະ­ຫຼອດ​ຮອດ​ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ການ​ມອບ​ເຄື່ອງ​ຊ່ວຍ­ເຫຼືອ​ຂອງ​ຄະ­ນະ​ດັ່ງ­ກ່າວ ມີ​ຢູ່​ບ້ານ​ດົງ​ນ້ອຍ ດົງ​ໃຫຍ່ ກະ​ດັບ ຈະ​ກີ​ຟີນ ແລະ ບ້ານ​ແກ້ງ​ກົກ ເມືອງ​ເຊ​ໂປນ ແຂວງ​ສະ­ຫວັນ​ນະ​ເຂດ ເຊິ່ງ​ປະ­ກອບ​ມີ​ເຂົ້າ­ສານ ໝີ່​ສຳ­ເລັດ​ຮູບ ປາ­ກະ­ປ໋ອງ ນ້ຳ​ດື່ມ ແລະ ເຄື່ອງ­ນຸ່ງ​ຫົ່ມ ລວມ​ມູນ​ຄ່າ​ທັງ​ໝົດ 100 ກວ່າ​ລ້ານ​ກີບ ເຄື່ອງ​ຈຳ­ນວນ​ດັ່ງ­ກ່າວ ແມ່ນ​ໄດ້​ມາ​ຈາກ​ພໍ່​ແມ່​ປະ­ຊາ­ຊົນ ພະ­ນັກ­ງານ ນັກ­ທຸ­ລະ­ກິດ ຊາວ​ຄ້າ-ຂາຍ ແລະ ສັງ­ຄົມ​ພາຍ​ໃນ​ນະ­ຄອນ­ຫຼວງ​ວຽງ​ຈັນ ປະ­ກອບ­ສ່ວນ​ຜ່ານ​ການ​ລະ­ດົມ​ເຄື່ອງ​ຂອງ​ກະ­ຊວງ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ຮ່ວມ​ກັບ​ອົງ­ການ​ກາ­ແດງ​ລາວ ເຊິ່ງ​ຈັດ​ຂຶ້ນ​ແຕ່​ວັນ​ທີ 23-24 ຕຸ­ລາ 2020 ຜ່ານ​ມາ ຢູ່​ຫໍ​ວັດ­ທະ­ນະ­ທຳ​ແຫ່ງ​ຊາດ.

# ຂ່າວ & ພາບ: ຊີ​ລິ​ການ​ດາ

error: Content is protected !!