ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດ ເຂົ້າວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ ປະທານໄກສອນ ພົມວິຫານ

ວັນ​ທີ 28 ຕຸ­ລາ 2020 ຄະ­ນະ​ບໍ­ລິ­ຫານ​ງານ​ສະ­ມາ­ຄົມ​ນັກ­ທຸ­ລະ­ກິດ​ໜຸ່ມ​ແຫ່ງ​ຊາດ ນຳ​ໂດຍ​ສະ­ຫາຍ ຄຳ​ແສນ ສີ­ສະ​ວົງ ກຳ­ມະ­ການ​ຄະ­ນະ​ບໍ­ລິ­ຫານ​ງານ​ສູນ​ກາງ​ຊາວ​ໜຸ່ມ ປະ­ຊາ­ຊົນ​ປະ­ຕິ­ວັດ​ລາວ ປະ­ທານ​ສະ­ມາ­ຄົມ​ນັກ­ທຸ­ລະ­ກິດ​ໜຸ່ມ​ແຫ່ງ​ຊາດ ພ້ອມ​ດ້ວຍ​ຄະ­ນະ ໄດ້​ເຂົ້າ​ວາງ​ກະ­ຕ່າ​ດອກ​ໄມ້​ຢູ່​ຕໍ່­ໜ້າ​ຮູບ​ປັ້ນ​ຫຼໍ່ ປະ­ທານ​ ໄກ­ສອນ ພົມ­ວິ­ຫານ ເນື່ອງ​ໃນ​ໂອ­ກາດ ກະ­ກຽມ​ໄຂ​ກອງ​ປະ­ຊຸມ​ໃຫຍ່ ​ຄັ້ງ​ທີ IV ຂອງ​ຜູ້​ແທນ​ສະ­ມາ­ຄົມ​ນັກ­ທຸ­ລະ­ກິດ​ໜຸ່ມ​ທົ່ວ​ປະ­ເທດ ທີ່​ຈະ​ໄຂ​ຂຶ້ນ​ວັນ​ທີ 29 ຕຸ­ລາ​ນີ້ ເພື່ອ​ສະ­ແດງ​ເຄົາ­ລົບ​ຮັກ ກະ­ຕັນ­ຍູ​ຮູ້​ບຸນ­ຄຸນ​ອັນ​ສູງ​ສົ່ງ ແລະ ລະ­ນຶກ​ເຖິງ​ປະ­ທານ​ໄກ­ສອນ ພົມ­ວິ­ຫານ ອະ​ດີ​ຜູ້­ນຳ​ທີ່​ດີ­ເດັ່ນ ແລະ ເຄົາ­ລົບ​ຮັກ​ຂອງ​ພັກ-ລັດ ປວງ​ຊົນ​ລາວ​ທັງ​ຊາດ.

# ຂ່າວ & ພາບ: ລັດ​ເວ­ລາ

error: Content is protected !!