ຫົວເຫວີຍ ປະກາດຜົນປະກອບການທາງທຸລະກິດ ໄຕມາດສາມ ຂອງປີ 2020 ຫົວເຫວີຍ

ປະ­ກາດ​ຜົນ​ປະ­ກອບ​ການ​ທາງ​ທຸ­ລະ​ກິດ ໄຕ​ມາດ​ສາມ​ຂອງ​ປີ 2020 ວັນ​ທີ 23 ກັນ­ຍາ 2020 ຢູ່​ນະ­ຄອນ​ເຊີນ​ເຈີ້ນ ສປ ຈີນ ໃນ​ໄລ­ຍະ​ເວ­ລາ​ນີ້ ຫົວ​ເຫວີຍ​ມີ​ລາຍ​ໄດ້ 671,3 ຕື້​ຢວນ ເພີ່ມ​ຂຶ້ນ 9,9% ທຽບ­ໃສ່​ໄລ­ຍະ​ດຽວ​ກັນ​ຂອງ​ປີ­ຜ່ານ­ມາ ອັດ­ຕາ​ກຳ­ໄລ​ສຸດ­ທິ​ຂອງ​ບໍ­ລິ­ສັດ​ຢູ່​ທີ່ 8% ຕະ­ຫຼອດ​ສາມ​ໄຕ​ມາດ​ທຳ​ອິດ​ຂອງ​ປີ 2020 ຜົນ​ຮັບ​ທາງ​ທຸ­ລະ​ກິດ​ຂອງ​ຫົວ​ເຫວີຍ​ແມ່ນ​ເປັນ​ໄປ​ຕາມ​ການ​ຄາດ­ໝາຍ.

ໃນ​ຂະ­ນະ​ທີ່​ໂລກ​ກຳ­ລັງ​ຕໍ່­ສູ້​ກັບ​ພະ­ຍາດ​ໂຄ​ວິດ-19 ລະ­ບົບ​ຕ່ອງ​ໂສ້​ການ​ສະ­ໜອງ​ທົ່ວ​ໂລກ​ຂອງ​ຫົວ​ເຫວີຍ ກຳ­ລັງ​ຖືກ​ກົດ​ດັນ​ຢ່າງ​ໜັກ ການ​ຜະ­ລິດ ແລະ ການ​ດຳ­ເນີນ​ງານ​ຕ້ອງ​ພົບ​ກັບ​ຄວາມ​ທ້າ​ທາຍ​ທີ່​ສຳ­ຄັນ ບໍ­ລິ­ສັດ​ຍັງ​ຄົງ​ພະ­ຍາ­ຍາມ​ຢ່າງ​ເຕັມ­ທີ່ ໃນ​ການ​ຄົ້ນ​ຫາ​ວິ­ທີ​ແກ້​ໄຂ​ປັນ­ຫາ​ເພື່ອ​ຢູ່​ລອດ ແລະ ກ້າວ​ໄປ​ຂ້າງ​ໜ້າ ແລະ ປະ­ຕິ­ບັດ​ຕາມ​ພັນ­ທະ​ຂອງ​ຕົນ​ທີ່​ມີ​ຕໍ່​ລູກ​ຄ້າ ແລະ ຜູ້​ສະ­ໜອງ ໃນ​ອະ­ນາ­ຄົດ ຫົວ​ເຫວີຍ ຈະ​ໃຊ້​ປະ­ໂຫຍດ​ຈາກ​ຈຸດ​ແຂງ​ໃນ​ເຕັກ​ໂນ​ໂລ​ຊີ ICT ເຊັ່ນ: AI cloud 5G ແລະ ຄອມ​ພິວ​ເຕີ ເພື່ອ​ວິ­ທີ​ແກ້​ໄຂ​ທີ່​ອີງ­ໃສ່​ສະ­ຖາ­ນະ​ການ ພັດ­ທະ­ນາ​ການ​ນຳ​ໃຊ້​ຂໍ້​ມູນ​ອຸດ­ສາ­ຫະ­ກຳ ແລະ ປົດ​ປ່ອຍ​ຄຸນ­ຄ່າ​ຂອງ​ເຄືອ​ຂ່າຍ 5G ພ້ອມ​ກັບ​ພັນ­ທະ​ມິດ ເປົ້າ​ໝາຍ​ທີ່​ລະ­ບຸ​ໄວ້ ຄື​ການ​ຊ່ວຍ​ໃຫ້​ອົງ​ກອນ​ຕ່າງໆ​ເຕີບ​ໂຕ​ທາງ​ທຸ­ລະ​ກິດ ແລະ ຊ່ວຍ​ລັດ­ຖະ­ບານ​ໃນ​ການ​ສົ່ງ­ເສີມ​ອຸດ­ສາ­ຫະ­ກຳ​ໃນ​ປະ­ເທດ ອົງ​ປະ­ກອບ​ທີ່​ເປັນ​ປະ­ໂຫຍດ ແລະ ປັບ­ປຸງ​ການ​ກຳ­ກັບ​ເບິ່ງ­ແຍງ​ໂດຍ​ລວມ.

ICT ໄດ້​ກາຍ­ເປັນ​ຮາກ​ຖານ​ທີ່​ສຳ­ຄັນ​ຂອງ​ສັງ­ຄົມ​ສະ­ໄໝ​ໃໝ່ ແລະ ເປັນ​ໂຕ​ຂັບ​ເຄື່ອນ​ຫຼັກ​ທີ່­ຢູ່​ເບື້ອງ​ຫຼັງ​ການ​ພັດ­ທະ­ນາ​ສັງ­ຄົມ​ເສດ­ຖະ­ກິດ ແລະ ສິ່ງ­ແວ­ດລ້ອມ​ຢ່າງ​ຍືນ​ຍົງ ຫົວ​ເຫວີຍ​ເຊື່ອ​ວ່າ ການ​ພັດ­ທະ­ນາ​ຢ່າງ​ວ່ອງ­ໄວ ແລະ ສຸ­ຂະ­ພາບ​ທີ່​ດີ​ພາຍ​ໃນ​ອຸດ­ສາ­ຫະ­ກຳ ICT ຈະ​ຕ້ອງ​ອາ­ໄສ​ການ​ຮ່ວມ​ມື​ແບບ​ເປີດ​ກວ້າງ ແລະ ຄວາມ​ໄວ້​ວາງ­ໃຈ​ເຊິ່ງ​ກັນ ແລະ ກັນ ໃນ​ອຸດ­ສາ­ຫະ­ກຳ​ທົ່ວ​ໂລກ ດັ່ງ­ນັ້ນ ຈະ​ຍັງ​ຄົງ​ເຮັດ​ວຽກ​ຢ່າງ​ໃກ້­ຊິດ​ກັບ​ພັນ­ທະ​ມິດ​ໃນ​ທົ່ວ​ໂລກ ແລະ ໃຊ້​ເຕັກ​ໂນ​ໂລ​ຊີ ICT ທີ່​ເປັນ​ນະ​ວັດ­ຕະ​ກຳ​ໃໝ່ ເພື່ອ​ສ້າງ​ມູນ​ຄ່າ​ທີ່​ຫຼາຍ​ຂຶ້ນ​ໃຫ້​ກັບ​ລູກ​ຄ້າ ເຖິງ​ວ່າ​ຈະ​ພົບ​ກັບ​ສະ­ຖາ­ນະ​ການ​ທີ່​ຊັບ­ຊ້ອນ ບໍ­ລິ­ສັດ​ກໍ​ຍັງ​ຄົງ​ຈະ​ສະ­ໜັບ­ສະ­ໜູນ​ການ​ຕອບ​ສະ­ໜອງ​ຕໍ່​ການ​ແຜ່​ລະ­ບາດ ການ​ເຕີບ​ໂຕ​ທາງ​ເສດ­ຖະ­ກິດ ແລະ ຄວາມ​ກ້າວ­ໜ້າ​ທາງ​ສັງ­ຄົມ.

# ຂ່າວ & ພາບ: ສະ­ບາ​ໄພ

error: Content is protected !!