ໄຂບໍລິສັດ ແຄຣຕີ້ ສະຕາຣ ຂາເຂົ້າ-ຂາອອກຈຳກັດຜູ້ດຽວ

ພິ­ທີ​ເປີດ​ປ້າຍ​ບໍ­ລິ­ສັດ ແຄຣ​ຕີ້ ສະ​ຕາ​ຣ ຂາ​ເຂົ້າ-ຂາ​ອອກ​ຈຳ­ກັດ​ຜູ້​ດຽວ ຈັດ​ຂຶ້ນ​ວັນ​ທີ 26 ຕຸ­ລາ 2020 ທີ່​ບໍ­ລິ­ສັດ​ດັ່ງ­ກ່າວ ຢູ່​ບ້ານ​ໂຊກ​ໃຫຍ່ ເມືອງ​ໄຊ​ເສດ​ຖາ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ໂດຍ​ມີ​ທ່ານ ນັນ​ຕາ ສາ­ນຸ​ວົງ ຮອງ​ຫົວ­ໜ້າ​ພະ​ແນກ ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ນວ ທ່ານ ບຸນ​ໃຈ ເຮີ​ເຊຍ​ລອງ​ກາ ປະ­ທານ​ບໍ­ລິ­ສັດ ແຄຣ​ຕີ້ ສະ​ຕາ​ຣ ຂາ​ເຂົ້າ-ຂາ​ອອກ ຈຳ­ກັດ​ຜູ້​ດຽວ ພ້ອມ​ດ້ວຍ​ຄະ­ນະ​ປະ­ທານ ບັນ­ດາ​ຕົວ​ແທນ​ຈຳ­ໜ່າຍ ຜະ­ລິດ​ຕະ​ພັນ​ຂອງ​ບໍ­ລິ­ສັດ ແລະ ແຂກ​ຖືກ​ເຊີນ​ເຂົ້າ​ຮ່ວມ.

ທ່ານ ບຸນ​ໃຈ ເຮີ​ເຊຍ​ລອງ​ກາ ກ່າວ​ວ່າ: ພາຍ­ຫຼັງ​ທີ່​ໄດ້​ດຳ­ເນີນ​ທຸ­ລະ​ກິດ​ແບບ​ອອນ​ລາຍ ທີ່​ກ່ຽວ​ພັນ​ກັບ​ຜະ­ລິດ​ຕະ​ພັນ​ອາ­ຫານ​ເສີມ​ເພື່ອ​ສຸ­ຂະ­ພາບ ພາຍ​ໃຕ້​ຍີ່­ຫໍ້​ເຄ​ທີ້ ມາ​ເປັນ​ເວ­ລາ​ຫຼາຍ​ເດືອນ ເຊິ່ງ​ເຫັນ​ໄດ້​ວ່າ​ຜະ­ລິດ​ຕະ​ພັນ​ອາ­ຫານ​ເສີມ​ປະ­ເພດ Wealth collagen moko milk collagen ແລະ comila collagen ໄດ້​ຮັບ​ຄວາມ​ນິ­ຍົມ​ຊົມ​ຊອບ​ຈາກ​ຜູ້​ຊົມ­ໃຊ້​ຢູ່​ພາຍ​ໃນ ແລະ ຕ່າງ­ປະ­ເທດ ເນື່ອງ​ຈາ​ກວ່າ​ເປັນ​ຜະ­ລິດ​ຕະ​ພັນ​ທີ່​ເປັນ​ຜົນ​ປະ­ໂຫຍດ​ຕໍ່​ສຸ­ຂະ­ພາບ​ຂອງ​ຫຼາຍ​ຄົນ ດ້ວຍ​ເຫດ​ນີ້ ຜູ້​ດຳ­ເນີນ​ທຸ­ລະ​ກິດ​ອາ­ຫານ​ເສີມ ຍີ່­ຫໍ້​ເຄ​ທີ້ ຈຶ່ງ​ຕັດ­ສິນ​ໃຈ​ມາ​ເປີດ​ຕົວ​ເປັນ​ບໍ­ລິ­ສັດ​ຢ່າງ​ເຕັມ­ຕົວ ເພື່ອ​ຂະ­ຫຍາຍ​ຜະ­ລິດ​ຕະ​ພັນ​ດັ່ງ­ກ່າວ​ໃຫ້​ກວ້າງ​ອອກ ແລະ ຕອບ​ສະ­ໜອງ​ຄວາມ​ຮຽກ­ຮ້ອງ​ຕ້ອງ­ການ​ຂອງ​ສັງ­ຄົມ​ໃນ​ປັດ­ຈຸ­ບັນ ດັ່ງ­ນັ້ນ ມາ​ຮອດ​ເວ­ລາ​ນີ້ ພວກ​ເຮົາ​ຈຶ່ງ​ໄດ້​ມີ​ການ​ເປີດ​ບໍ­ລິ­ສັດ​ຂອງ​ພວກ​ເຮົາ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ເຊິ່ງ​ແນ່­ນອນ​ພວກ​ເຮົາ​ກໍ​ໄດ້​ຄາດ​ຫວັງ​ວ່າ ພາຍ­ຫຼັງ​ບໍ­ລິ­ສັດ ແຄຣ​ຕີ້ ສະ​ຕາ​ຣ ຂາ​ເຂົ້າ-ຂາ​ອອກ ຈຳ­ກັດ​ຜູ້​ດຽວ ໄດ້​ຮັບ​ໃຊ້​ສັງ­ຄົມ​ຢ່າງ​ເຕັມ­ທີ່​ແລ້ວ ຈະ​ມີ​ປະ­ໂຫຍດ ແລະ ຊ່ວຍ​ສ້າງ​ຜູ້​ຮັກ​ມັກ​ໃນ​ການ​ດຳ­ເນີນ​ທຸ­ລະ​ກິດ ໃຫ້​ປະ­ສົບ​ຜົນ­ສຳ­ເລັດ​ຕາມ​ເງື່ອນ­ໄຂ​ຕົວ​ຈິງ ສາ­ມາດ​ຂະ­ຫຍາຍ​ສາ­ຂາ​ທຸ­ລະ​ກິດ​ຂອງ​ບໍ­ລິ­ສັດ​ໄດ້​ຫຼາຍ​ສາ­ຂາ ທັງ​ຢູ່​ພາຍ​ໃນ ແລະ ຕ່າງ­ປະ­ເທດ ທັງ​ເປັນ​ການ​ແບ່ງ­ປັນ​ຄວາມ​ຮູ້ ກ່ຽວ​ກັບ​ການ​ສ້າງ​ຄວາມ​ຮັ່ງ­ມີ​ໂດຍ​ຜ່ານ​ຫຼັກ­ສູດ​ລະ­ບົບ​ອອນ​ລາຍ ຕໍ່​ກັບ​ບັນ­ດາ​ຕົວ​ແທນ​ຈຳ­ໜ່າຍ​ປະ­ເພດ​ສິນ­ຄ້າ​ຂອງ​ຍີ່­ຫໍ້​ເຄ​ທີ້ ແລະ ອື່ນໆ.

ສຳ­ລັບ​ປະ­ເພດ​ສິນ­ຄ້າ​ທີ່​ບໍ­ລິ­ສັດ​ພວກ​ເຮົາ​ນຳ​ເຂົ້າ​ຈາກ​ຕ່າງ­ປະ­ເທດ ປະ­ກອບ​ມີ: ເຄື່ອງ​ບໍ­ລິ­ໂພກ ເຄື່ອງ​ສຳ­ອາງ ເຄື່ອງ­ນຸ່ງ​ຫົ່ມ ເຄື່ອງ­ໃຊ້​ຄົວ​ເຮືອນ ເຄື່ອງ​ດື່ມ ໜັກ-ເບົາ ຢາ​ປົວ​ພະ­ຍາດ​ສັດ ຢາ​ບຳ­ລຸງ​ສັດ ເຄື່ອງ­ຮັບ​ໃຊ້​ອຸດ­ສາ­ຫະ­ກຳ​ຂະ­ໜາດ​ນ້ອຍ ແລະ ກາງ ສ່ວນ​ປະ­ເພດ​ສິນ­ຄ້າ​ສົ່ງ​ອອກ​ມີ: ກາ­ເຟ ໝາກ­ແໜ່ງ ຊາ ຝ້າຍ ຜະ­ລິດ​ຕະ​ພັນ​ຂອງ​ພືດ​ລົ້ມ​ລຸກ ໝາກ​ໄມ້ ເຄື່ອງ​ຫັດ­ຖະ­ກຳ​ພື້ນ​ບ້ານ ແລະ ອີກ​ຫຼາຍໆ​ສິນ­ຄ້າ​ທີ່​ບໍ່​ຂັດ​ກັບ​ລະ­ບຽບ​ກົດ­ໝາຍ.

# ຂ່າວ & ພາບ: ລັດ​ເວ­ລາ

error: Content is protected !!