ຄຳມ່ວນເນັ້ນ ກວດກາຄຸ້ມຄອງສິນຄ້າ ຖ້າກວດເຫັນສວຍໂອກາດຂຶ້ນລາຄາ ກັກຕຸນສິນຄ້າ ຈະປະຕິບັດຕາມກົດໝາຍ

    ແຂວງ​ຄຳ​ມ່ວນ ເປັນ​ແຂວງ​ໜຶ່ງ​ທີ່​ໄດ້​ຕັ້ງ­ໜ້າ​ຜັນ​ຂະ­ຫຍາຍ​ຄຳ​ສັ່ງ​ຂອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ສະ­ບັບ​ເລກ​ທີ 06/ນຍ ວ່າ​ດ້ວຍ​ການ​ເພີ່ມ​ທະ­ວີ​ມາດ​ຕະ­ການ​ສະ­ກັດ​ກັ້ນ ກັນ​ການ​ລະ­ບາດ ຄວບ​ຄຸມ ແລະ ກຽມ​ຄວາມ​ພ້ອມ​ຮອບ­ດ້ານ ເພື່ອ​ຕ້ານ​ພະ­ຍາດ COVID-19.

    ວັນ​ທີ 30 ມີ­ນາ 2020 ທີ່​ຫ້ອງ​ວ່າ­ການ​ແຂວງ​ຄຳ​ມ່ວນ ໄດ້​ຈັດ​ກອງ​ປະ­ຊຸມ​ຜັນ​ຂະ­ຫຍາຍ​ຄຳ​ສັ່ງ​ຂອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ສະ­ບັບ​ເລກ​ທີ 06/ນຍ ວ່າ​ດ້ວຍ​ການ​ເພີ່ມ​ທະ­ວີ​ມາດ​ຕະ­ການ​ສະ­ກັດ​ກັ້ນ ກັນ​ການ​ລະ­ບາດ ຄວບ​ຄຸມ ແລະ ກຽມ​ຄວາມ​ພ້ອມ​ຮອບ­ດ້ານ ເພື່ອ​ຕ້ານ​ພະ­ຍາດ COVID-19 ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ ໂອ​ໄດ ສຸ­ດາ​ພອນ ເຈົ້າ­ແຂວງໆ​ຄຳ​ມ່ວນ ມີ​ຄະ­ນະ​ສະ­ເພາະ​ກິດ​ຂັ້ນ​ຄວບ​ຄຸມ ສະ­ກັດ​ກັ້ນ​ການ​ລະ­ບາດ​ຂັ້ນ​ແຂວງ ຂັ້ນ​ເມືອງ​ເຂົ້າ​ຮ່ວມ.

    ທ່ານ ວົງ​ເພັດ ຈິດ​ປັນ­ຍາ ຫົວ­ໜ້າ​ຫ້ອງ​ວ່າ­ການ​ແຂວງ ໄດ້​ຜ່ານ​ຮ່າງ​ຄຳ​ສັ່ງ​ແນະ­ນຳ​ຂອງ​ແຂວງ​ຄຳ​ມ່ວນ ວ່າ​ດ້ວຍ​ການ​ຜັນ​ຂະ­ຫຍາຍ​ຄຳ​ສັ່ງ​ສະ­ບັບ​ເລກ​ທີ 06/ນຍ ໂດຍ​ໄດ້​ແບ່ງ​ຄວາມ​ຮັບ­ຜິດ­ຊອບ​ໃຫ້​ບັນ­ດາ​ພະ­ແນກ­ການ ແລະ ເມືອງ​ເອົາ­ໃຈ­ໃສ່​ຄື: ມອບ​ໃຫ້​ຄະ­ນະ​ສະ­ເພາະ​ກິດ​ຂັ້ນ​ແຂວງ ຂັ້ນ​ເມືອງ ຕິດ­ຕາມ ສະ­ຫຼຸບ​ຕີ​ລາ­ຄາ ລາຍ​ງານ​ສະ­ພາບ​ການ ແລະ ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ມາດ​ຕະ­ການ​ຕ່າງໆ​ຢ່າງ​ເຂັ້ມ​ງວດ ມອບ​ໃຫ້​ພະ​ແນກ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ສົມ­ທົບ​ກັບ​ສະ­ເພາະ​ກິດ ສືບ­ຕໍ່​ຕິດ­ຕາມ​ມາດ​ຕະ­ການ​ປິດ​ບັນ­ດາ​ກິດ­ຈະ­ການ​ຮ້ານ​ບັນ­ເທີງ ຄາ​ຣາ​ໂອ​ເກະ ຖ້າ​ພົບ​ເຫັນ​ພາກ­ສ່ວນ​ໃດ​ຍັງ​ສືບ­ຕໍ່ ແມ່ນ​ໃຫ້​ມີ​ມາດ​ຕະ­ການ​ຢ່າງ​ເດັດ­ຂາດ ປະ­ສານ​ສົມ­ທົບ​ກັບ​ຫ້ອງ­ການ ຖວ​ທ ເມືອງ ແລະ ບັນ­ດາ​ບ້ານ​ໃນ​ການ​ເຜີຍ­ແຜ່​ໂຄ­ສະ­ນາ​ຄຳ​ສັ່ງ​ຕ່າງໆ​ກ່ຽວ​ກັບ​ການ​ປ້ອງ​ກັນ​ຜ່ານ​ທາງ​ສື່​ວິ­ທະ­ຍຸ ໜັງ­ສື­ພິມ ໂທລະ­ພາບ ໂທລະ​ໂຄ່ງ​ປະ­ຈຳ​ບ້ານ ແລະ ສື່​ອື່ນໆ​ໃຫ້​ປົກ­ກະ­ຕິ ເພີ່ມ​ທະ­ວີ​ການ​ຕິດ­ຕາມ ກວດ­ກາ ແລະ ຄຸ້ມ​ຄອງ​ລາ­ຄາ​ສິນ­ຄ້າ ຢ່າງ​ເຂັ້ມ​ງວດ ຖ້າ​ພົບ​ເຫັນ​ກໍ­ລະ­ນີ​ສວຍ­ໂອ­ກາດ​ຂຶ້ນ​ລາ­ຄາ ກັກ​ຕຸນ​ສິນ­ຄ້າ ແມ່ນ​ໃຫ້​ປະ­ຕິ­ບັດ​ຕາມ​ລະ­ບຽບ​ກົດ­ໝາຍ ມອບ​ໃຫ້​ກຳ­ລັງ ປກຊ-ປກສ ຈັດ​ຕັ້ງ​ກຳ­ລັງ​ລົງ​ຊຸກ­ຍູ້​ຕິດ­ຕາມ​ກວດ­ກາ​ເວນ­ຍາມ ການ​ເຂົ້າ-ອອກ​ຂອງ​ພົນ­ລະ­ເມືອງ​ຢູ່​ຕາມ​ຊາຍ​ແດນ​ແມ່­ນ້ຳ​ຂອງ​ຢ່າງ​ເຂັ້ມ​ງວດ ຕິດ­ຕາມ​ກວດ­ກາ​ການ­ເຄື່ອນ­ໄຫວ​ໄປ-ມາ​ຂອງ​ພົນ­ລະ­ເມືອງ​ຢູ່​ບັນ­ດາ​ເທ­ສະ​ບານ ເມືອງ ແລະ ໃນ​ແຕ່​ລະ​ບ້ານ ຢ່າງ​ເຂັ້ມ​ງວດ ພ້ອມ​ນີ້​ກໍ​ໃຫ້​ປິດ​ບັນ­ດາ​ໂຮງ­ງານ​ຕ່າງໆ​ທີ່​ມີ​ຄວາມ​ສ່ຽງ​ໃນ​ການ​ລະ­ບາດ ຍົກ­ເວັ້ນ​ໂຮງ­ງານ​ຜະ­ລິດ​ສິນ­ຄ້າ ເຄື່ອງ​ບໍ­ລິ­ໂພກ ແຕ່​ຕ້ອງ​ມີ​ການ​ຄຸ້ມ​ຄອງ​ຕາມ​ມາດ​ຕະ­ການ​ປ້ອງ​ກັນ​ຢ່າງ​ເຂັ້ມ​ງວດ ແລະ ບັນ­ດາ​ຂໍ້​ຫ້າມ​ຕ່າງໆ ແມ່ນ​ໃຫ້​ປະ­ຕິ­ບັດ​ຕາມ​ສຳ​ສັ່ງ​ສະ­ບັບ​ເລກ​ທີ 6/ນຍ ລົງ​ວັນ​ທີ 29 ມີ­ນາ 2020 ຢ່າງ​ເຂັ້ມ​ງວດ.

error: Content is protected !!