ມູນນິທິ ຊ່ວຍຂຸດເຈາະນ້ຳບາດານ ໃຫ້ປະຊາຊົນເມືອງວຽງທອງ

ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ຮ່ວມ​ກັບ​ມູນ​ນິ­ທິ​ວີ​ເລີບ​ຢູ​ນາໆຊາດ ໄດ້​ຊ່ວຍ­ເຫຼືອ​ລ້າ ໂຄງ­ການ​ຂຸດ​ເຈາະ​ນ້ຳ​ບາ​ດານ​ໃຕ້​ດິນ ໃນ​ລະ­ດັບ​ຄວາມ​ເລິກ​ຜ່ານ​ຊັ້ນ​ຫີນ 68 ແມັດ 1 ຂຸມ ພ້ອມ​ຕິດ​ຕັ້ງ​ລະ­ບົບ​ສູບ​ນ້ຳ ມູນ​ຄ່າ 30.000 ໂດ​ລາ​ສະ­ຫະ­ລັດ ໃຫ້​ປະ­ຊາ­ຊົນ​ບ້ານ​ຈອມ​ທອງ ເມືອງ​ວຽງ​ທອງ ແຂວງ​ບໍ​ລິ​ຄຳ​ໄຊ ໂດຍ​ແມ່ນ​ບໍ­ລິ­ສັດ ລາວ​ຊິນ​ຊູ ຈຳ­ກັດ​ຜູ້​ດຽວ​ເປັນ​ຜູ້​ຂຸດ​ເຈາະ.

ພາຍ­ຫຼັງ​ສຳ­ເລັດ​ໂຄງ­ການ​ເຈາະ​ຂຸດ ວັນ​ທີ 3 ພະ­ຈິກ 2020 ທີ່​ປົກ­ຄອງ​ແຂວງ​ບໍ​ລິ​ຄຳ​ໄຊ ໄດ້​ມີ​ພິ­ທີ​ມອບ-ຮັບ​ໂຄງ­ການ ກ່າວ​ມອບ​ໂດຍ​ທ່ານ ຄຳ​ຫຼ້າ ອູ​ມາ­ລີ ຜູ້​ຊ່ວຍ​ປະ­ທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ທ່ານ ນາງ ຄິມ​ອົກ​ຄີ ປະ­ທານ​ມູນ​ນິ­ທິ​ວີ​ເລີບ​ຢູ​ນາ­ນາ​ຊາດ ທ່ານ ຄິມ​ຢັອງ​ຊູ ປະ­ທານ​ບໍ­ລິ­ສັດ ລາວ​ຊິນ​ຊູ ຈຳ­ກັດ ແລະ ກ່າວ​ຮັບ​ໂດຍ​ທ່ານ ປອ ກອງ​ແກ້ວ ໄຊ​ສົງ­ຄາມ ເຈົ້າ­ແຂວງ​ບໍ​ລິ​ຄຳ​ໄຊ ພ້ອມ​ການ​ນຳ​ແຂວງ ແລະ ເມືອງ.

# ຂ່າວ & ພາບ: ສົມ​ສະ­ຫວັນ

error: Content is protected !!