ຊ້າງນ້ອຍ ຄວ້າແຊັມບານເຕະ ຄອມມານໂດ ແອວເອັບເອັບຄັບ

ການ​ແຂ່ງ­ຂັນ​ບານ­ເຕະ​ນັດ​ຊີງ​ຊະ­ນະ​ເລີດ ລາຍ­ການ​ຄອມ​ມານ​ໂດ ແອວ​ເອັບ​ເອັບ​ຄັບ 2020 ຈັດ​ຂຶ້ນ​ວັນ​ທີ 31 ຕຸ­ລາ 2020 ຢູ່​ສະ­ໜາມ​ກີ­ລາ​ແຫ່ງ​ຊາດ ໃຫ້​ກຽດ​ເຂົ້າ​ຮ່ວມ ແລະ ມອບ​ລາ­ງວັນ​ຂອງ​ທ່ານ ວີ​ເພັດ ສີ​ຫາ​ຈັກ ປະ­ທານ​ສະ­ຫະ­ພັນ​ບານ­ເຕະ​ແຫ່ງ​ຊາດ​ລາວ (ສຕລ) ມີ​ຮອງ​ປະ­ທານ ສຕລ ພ້ອມ​ຄະ­ນະ​ບໍ­ລິ­ຫານ​ງານ ຄະ­ນະ​ນຳ ຄູ​ເຝິກ ແລະ ນັກ­ກີ­ລາ ຕະ­ຫຼອດ​ກອງ​ເຊຍ​ເຂົ້າ​ຮ່ວມ​ເກືອບ 2.000 ຄົນ.

ສຳ­ລັບ​ການ​ແຂ່ງ­ຂັນ​ນັດ​ຊີງ​ຊະ­ນະ​ເລີດ​ເປັນ​ການ​ມາ​ພົບ​ກັນ ລະ­ຫວ່າງ​ສະ­ໂມ­ສອນ​ຊ້າງ​ນ້ອຍ ເອັຟ​ຊີ ທີມ​ອັນ​ດັບ​ທີ 3 ຈາກ ລາວ​ລີກ 1 ພົບ​ກັບ​ສະ­ໂມ­ສອນ​ເມືອງ​ຫາດ ຢູ​ໄນ​ເຕັດ ທີມ​ອັນ​ດັບ​ທີ 3 ຈາກ​ລາວ​ລີກ 2 ຜ່ານ​ການ​ແຂ່ງ­ຂັນ​ຜົນ​ປາ­ກົດ​ວ່າ: ສະ­ໂມ­ສອນ​ຊ້າງ​ນ້ອຍ ອອກ​ນຳ­ໄປ​ກ່ອນ 1-0 ຈາກ​ການ​ຍິງ​ຂອງ ທາ​ກູ​ມຸ ໃນ​ນາ­ທີ 7 ແຕ່​ໃນ​ນາ­ທີ 88 ເມືອງ​ຫາດ ຕີ​ສະ­ເໝີ​ໄດ້​ສຳ­ເລັດ ຈາກ​ການ​ຍິງ​ຂອງ ກິ​ຕ້າ ສີ​ສະ­ຫວາດ ແຕ່​ທ້າຍ ເກມ ທາ​ກູ​ມຸ ກາຍ­ເປັນ​ຮີ​ໂຣ​ຍິງ ປະ­ຕູ​ໄຊ​ຊ່ວຍ​ໃຫ້​ຊ້າງ​ນ້ອຍ​ຄອງ ແຊັມ​ລາຍ­ການ​ນີ້​ໄປ​ຄອງ ພ້ອມ​ຮັບ​ເງິນ​ລາ­ງວັນ 30 ລ້ານ​ກີບ ສ່ວນ​ເມືອງ​ຫາດ​ໄດ້​ຮັບ​ລາ­ງວັນ​ທີ 2 ພ້ອມ​ເງິນ​ລາ­ງວັນ 20 ລ້ານ​ກີບ.

ນອກ​ນັ້ນ​ຍັງ​ມີ​ລາ­ງວັນ​ນັກ​ເຕະ​ດີ­ເດັ່ນ​ຕົກ​ເປັນ​ຂອງ ທາ​ກູ​ມຸ ຈາກ​ສະ­ໂມ­ສອນ​ຊ້າງ​ນ້ອຍ ນັກ​ເຕະ​ຍິງ​ປະ­ຕູ​ສູງ​ສຸດ ກິ​ຕ້າ ສີ​ສະ­ຫວາດ ສະ­ໂມ­ສອນ​ເມືອງ​ຫາດ ຍິງ​ໄດ້ 7 ປະ­ຕູ ຜູ້​ຮັກ­ສາ​ປະ­ຕູ​ດີ­ເດັ່ນ ໄຊ​ນະ­ຄອນ ດາ­ລາ​ແສນ ຈາກ​ສະ­ໂມ­ສອນ​ເມືອງ​ຫາດ ແລະ ຄູ​ເຝິກ​ດີ­ເດັ່ນ ທ່ານ ອຳ­ໄພ​ວັນ ຈັນ­ທະ​ລາ​ວົງ ຈາກ​ສະ­ໂມ­ສອນ​ເມືອງ​ຫາດ.

ລາຍ­ການ​ນີ້​ເລີ່ມ​ດຳ­ເນີນ​ການ​ແຂ່ງ­ຂັນ​ວັນ​ທີ 19 ກັນ­ຍາ ແລະ ສຳ­ເລັດ​ວັນ​ທີ 31 ຕຸ­ລາ 2020 ເຊິ່ງ​ໄດ້​ມີ​ການ​ຄັດ​ເລືອກ​ທີມ​ຈາກ​ລາຍ­ການ​ຄອມ​ມານ​ໂດ​ລາວ​ລີກ 2 ຈຳ­ນວນ 13 ສະ­ໂມ­ສອນ​ແຂ່ງ­ຂັນ​ໃນ​ຮອບ​ຄັດ​ເລືອກ ເພື່ອ​ເລືອກ​ເອົາ 8 ສະ­ໂມ­ສອນ​ຜ່ານ ເຂົ້າ​ໄປ​ຫຼິ້ນ​ໃນ​ຮອບ 16 ທີມ​ສຸດ ທ້າຍ​ກັບ​ບັນ­ດາ​ສະ­ໂມ­ສອນ​ທີ່​ຮ່ວມ​ລາຍ­ການ​ເປບ​ຊີ​ລາວ​ລີກ 1.

error: Content is protected !!