ການຄວບຄຸມສຽງເນືອງນັນ ຍັງບໍ່ໄດ້ຮັບການປະຕິບັດ

ຄໍ​ລຳ​ຂອງ​ພວກ​ເຮົາ​ໄດ້​ລົງ​ພິມ​ຂໍ້​ຕົກ­ລົງ ວ່າ​ດ້ວຍ​ການ​ຄວບ​ຄຸມ​ສຽງ​ເນືອງ​ນັນ ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ ເລກ​ທີ 620/ຈ​ນວ ລົງ​ວັນ​ທີ 29 ກັນ­ຍາ 2020 ທີ່​ລົງ​ນາມ​ໂດຍ​ທ່ານ​ເຈົ້າ​ຄອງ​ແລ້ວ ໃນ​ສະ­ບັບ​ວັນ​ສຸກ ທີ 9 ຕຸ­ລາ​ຜ່ານ​ມາ. ແຕ່​ຍັງ​ມີ​ເພື່ອນ​ຜູ້​ອ່ານ​ສ່ອງ​ແສງ​ເຂົ້າ​ມາ​ວ່າ: ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຍັງ​ບໍ່​ທັນ​ຖືກ​ປະ­ຕິ­ບັດ…ການ​ຈັດ ຕັ້ງ​ເຜີຍ­ແຜ່​ເຊື່ອມ​ຊຶມ​ຍັງ​ບໍ່​ທັນ​ເຮັດ​ຢ່າງ​ກວ້າງ­ຂວາງ ສະ­ແດງ​ອອກ​ບາງ​ເມືອງ ບາງ​ບ້ານ ເຈົ້າ​ໜ້າ­ທີ່​ຍັງ​ບໍ່​ຮູ້​ວ່າ​ມີ​ຂໍ້​ຕົກ­ລົງ​ນີ້​ອອກ​ມາ. ເມື່ອ​ເປັນ​ເຊັ່ນ​ນັ້ນ ພວກ​ມັກ​ມ່ວນ​ເກີນ​ເຫດ ພວກ​ຫູ­ໜວກ​ກິນ​ຟານ​ທັງ­ຫຼາຍ​ກໍ​ບໍ່​ສົນ­ໃຈ ເປີດ​ເພງ​ຖ້ວມ​ບ້ານ​ຖ້ວມ​ເມືອງ…ບາງ​ລາຍ​ກໍ​ເສບ​ງັນ​ໝົດ​ຄືນ​ຊອດ​ແຈ້ງ…ພວກ​ຂັບ​ລົດ​ເປີດ​ເພງ​ບໍ່​ລົດ​ລະ​ພໍ​ໜ້ອຍ​ແຮ່ງ​ຂຶ້ນ​ໃຈ​ເປີດ​ແວ່ນ​ລົດ​ປ່ອຍ​ສຽງ​ເພງ​ອອກ​ເນືອງ​ນັນ​ທົ່ວ​ຖະ­ໜົນ…ແຕ່​ບໍ່​ດົນ​ດອກ​ເພື່ອນ​ຜູ້​ອ່ານ​ເອີຍ ! ພວກ​ເຂົາ​ຕ້ອງ​ຖືກ​ຕັກ­ເຕືອນ ແລະ ລົງ­ໂທດ​ຕາມ​ລະ­ບຽບ​ການ​ວາງ​ອອກ. ແຕ່​ໃນ​ຍາມ​ນີ້​ຕ້ອງ​ໄດ້​ຊ່ວຍ​ກັນ​ອະ­ທິ­ບາຍ ແລະ … Continue reading ການຄວບຄຸມສຽງເນືອງນັນ ຍັງບໍ່ໄດ້ຮັບການປະຕິບັດ