ການແຕ່ງດອງລະຫວ່າງຄົນລາວ ກັບຄົນຊາດອື່ນ

ເວົ້າ​ເລື່ອງ​ການ​ແຕ່ງ­ດອງ ການ​ເອົາ­ກັນ​ເປັນ​ຜົວ​ເປັນ​ເມຍ ເຖິງ​ວ່າ​ເປັນ​ສິດ​ເສລີ­ພາບ​ຂອງ​ບຸກ­ຄົນ ແຕ່​ກໍ​ຕ້ອງ​ຢູ່​ພາຍ​ໃຕ້​ກົດ­ໝາຍ​ທີ່​ກ່ຽວ­ຂ້ອງ ໂດຍ​ສະ­ເພາະ ແມ່ນ​ກົດ­ໝາຍ​ຄອບ­ຄົວ​ໄດ້​ກຳ­ນົດ​ກ່ຽວ​ກັບ​ເງື່ອນ­ໄຂ ແລະ ລະ­ບຽບ​ການ​ແຕ່ງ­ດອງ​ໄວ້​ຢ່າງ​ຈະ­ແຈ້ງ ໃນ​ເງື່ອນ­ໄຂ ແລະ ລະ­ບຽບ​ການ​ນັ້ນ​ໄດ້​ລະ­ບຸ​ໄວ້​ວ່າ: 1. ແມ່ນ​ຜູ້​ທີ່​ມີ​ອາ­ຍຸ​ແຕ່ 18 ປີ​ຂຶ້ນ​ໄປ 2. ມີ​ຄວາມ​ມັກ​ຮັກ ການ​ຕົກ­ລົງ ແລະ ຄວາມ​ສະ­ໝັກ​ໃຈ​ຂອງ​ຄູ່​ບ່າວ​ສາວ ແລະ 3.  ເປັນ​ໂສດ ເປັນ​ຮ້າງ ຫຼື ເປັນ​ໝ້າຍ ໂດຍ​ມີ​ເອ­ກະ ສານ​ຢັ້ງ­ຢືນ​ຢ່າງ​ຖືກ­ຕ້ອງ.

ບັດ​ນີ້​ຈະ​ມາ​ເວົ້າ​ເຖິງ​ການ​ແຕ່ງ­ດອງ​ລະ ຫວ່າງ​ຄົນ​ລາວ​ກັບ​ຄົນ​ຕ່າງ​ດ້າວ​ທ້າວ​ຕ່າງ​ແດນ​ວ່າ​ຈະ​ຕ້ອງ​ໄດ້​ປະ­ຕິ­ບັດ ແລະ ດຳ­ເນີນ​ການ​ໄປ​ຄື​ແນວ­ໃດ ເພື່ອ​ວ່າ​ຈະ​ມີ​ຄວາມ​ເຂົ້າ ໃຈ​ຢ່າງ​ຖືກ­ຕ້ອງ ແລະ ສ້າງ​ຄວາມ​ສະ­ດວກ ໃນ​ເວ­ລາ​ຢາກ​ແຕ່ງ­ງານ​ກັບ​ຄົນ​ທາງ​ຕາ ເວັນ​ຕົກ​ນົກ​ເຄົ້າ​ນອນ.

ກົດ­ໝາຍ​ໄດ້​ບອກ​ວ່າ ຄົນ​ຕ່າງ­ປະ­ເທດ ຄົນ​ຕ່າງ​ດ້າວ ແລະ ຄົນ​ບໍ່​ມີ​ສັນ­ຊາດ ມີ​ສິດ ແລະ ພັນ­ທະ​ຄື​ກັນ​ກັບ​ພົນ­ລະ­ເມືອງ​ລາວ ກ່ຽວ​ກັບ​ສາຍ​ພົວ­ພັນ​ແຕ່ງ­ດອງ ແລະ ຄອບ ຄົວ ນັ້ນ​ກໍ​ສະ­ແດງ​ວ່າ​ກົດ­ໝາຍ ບໍ່​ໄດ້​ມີ​ເງື່ອນ­ໄຂ​ໃດ​ກີດ​ກັ້ນ​ຄວາມ​ຮັກ​ລະ­ຫວ່າງ​ຄົນ​ຊາດ​ນີ້ ແລະ ຄົນ​ຊາດ​ອື່ນ.

ການ​ແຕ່ງ­ດອງ​ລະ­ຫວ່າງ​ພົນ­ລະ­ເມືອງ​ລາວ​ກັບ​ຄົນ​ຕ່າງ­ປະ­ເທດ ຄົນ​ຕ່າງ​ດ້າວ ແລະ ຄົນ​ບໍ່​ມີ​ສັນ­ຊາດ​ຢູ່ ສປປ ລາວ ໃຫ້​ປະ ຕິ​ບັດ​ຕາມ​ປະ­ມວນ​ກົດ­ໝາຍ​ແພ່ງ ມາດ­ຕາ 150 ຫາ ມາດ­ຕາ 152 ສຳ­ລັບ​ການ​ຈົດ​ທະ ບຽນ​ການ​ແຕ່ງ­ດອງ​ລະ­ຫວ່າງ​ພົນ­ລະ­ເມືອງ​ລາວ​ກັບ​ຄົນ​ຕ່າ​ປະ­ເທດ ຄົນ​ຕ່າງ​ດ້າວ ແລະ ຄົນ​ບໍ່​ມີ​ສັນ­ຊາດ​ຢູ່​ໃນ ສປປ ລາວ ໃຫ້​ດຳ ເນີນ​ຢູ່​ພະ​ແນກ​ພາຍ​ໃນ​ຂັ້ນ​ແຂວງ ບ່ອນ​ຄູ່​ບ່າວ​ສາວ​ອາ­ໄສ​ຢູ່ ຫຼື ບ່ອນ­ຢູ່​ຂອງ​ຝ່າຍ​ໃດ​ໜຶ່ງ ຕາມ​ທີ່​ໄດ້​ກຳ­ນົດ​ໄວ້​ໃນ​ກົດ­ໝາຍ​ວ່າ​ດ້ວຍ​ທະ­ບຽນ​ຄອບ­ຄົວ.

ການ​ແຕ່ງ­ດອງ​ລະ­ຫວ່າງ​ຄົນ​ຕ່າງ­ປະ­ເທດ ຄົນ​ຕ່າງ​ດ້າວ ແລະ ຄົນ​ບໍ່​ມີ​ສັນ­ຊາດ​ດ້ວຍ​ກັນ​ຢູ່ ສປປ ລາວ ໃຫ້​ປະ­ຕິ­ບັດ​ຕາມ​ກົດ­ໝາຍ​ຂອງ ສປປ ລາວ ຫຼື ກົດ­ໝາຍ​ຂອງ​ປະ­ເທດ​ຂອງ​ຄູ່​ແຕ່ງ­ດອງ​ຝ່າຍ​ໃດ​ໜຶ່ງ​ກໍ​ໄດ້.

ຖ້າ​ຫາກ​ປະ­ຕິ­ບັດ​ຕາມ​ກົດ­ໝາຍ​ຂອງ​ປະ­ເທດ​ຂອງ​ຄູ່​ແຕ່ງ­ດອງ​ຝ່າຍ​ໃດ​ໜຶ່ງ​ນັ້ນ ໃຫ້​ຈົດ​ທະ­ບຽນ​ແຕ່ງ­ດອງ​ຢູ່​ສະ­ຖານ­ທູດ ຫຼື ສະ­ຖານ­ກົງ­ສູນ​ຂອງ​ປະ­ເທດ​ທີ່​ກ່ຽວ­ຂ້ອງ ໝາຍ​ຄວາມ​ວ່າ​ບໍ່​ໃຫ້​ໄປ​ຈົດ​ທະ­ບຽນ​ຢູ່​ພະ​ແນກ​ພາຍ​ໃນ​ແຂວງ​ຂອງ ສປປ ລາວ ສຳ­ລັບ​ການ​ຈົດ​ທະ­ບຽນ​ການ​ແຕ່ງ­ດອງ​ລະ­ຫວ່າງ​ຄົນ​ຕ່າງ­ປະ­ເທດ ຄົນ​ຕ່າງ​ດ້າວ ແລະ ຄົນ​ບໍ່​ມີ​ສັນ­ຊາດ​ດ້ວຍ​ກັນ​ຢູ່ ສປປ ລາວ ໃຫ້​ດຳ­ເນີນ​ຢູ່​ພະ​ແນກ​ພາຍ​ໃນ​ຂັ້ນ​ແຂວງ ບ່ອນ​ຄູ່​ບ່າວ​ສາວ​ອາ­ໄສ​ຢູ່ ຫຼື ບ່ອນ­ຢູ່​ຂອງ​ຝ່າຍ​ໃດ​ໜຶ່ງ ຫຼື ດຳ­ເນີນ​ຢູ່​ສະ­ຖານ­ທູດ ຫຼື ສະ­ຖານ­ກົງ­ສູນ​ຂອງ​ປະ­ເທດ​ທີ່​ກ່ຽວ­ຂ້ອງ​ປະ­ຈຳ​ຢູ່ ສປປ ລາວ ຕາມ​ທີ່​ໄດ້​ກຳ­ນົດ​ໄວ້​ໃນ​ກົດ­ໝາຍ​ວ່າ​ດ້ວຍ​ທະ­ບຽນ​ຄອບ­ຄົວ ຕົວ­ຢ່າງ: ທ້າວ ໂວບ ຄົນ​ໂຊ​ມາ­ລີ ຈະ​ແຕ່ງ​ກັບ​ນາງ ອີ​ຍູນ ຄົນ​ເກົາ­ຫຼີ ກໍ​ສາ­ມາດ​ນຳ​ໃຊ້​ກົດ­ໝາຍ​ຂອງ​ຝ່າຍ​ໃດ​ໜຶ່ງ​ກໍ​ໄດ້ ບໍ່​ຈຳ­ເປັນ​ວ່າ​ຕ້ອງ​ອີງ­ໃສ່​ກົດ­ໝາຍ​ຄອບ­ຄົວ​ຂອງ ສປປ ລາວ ເຖິງ ແມ່ນ​ວ່າ​ທັງ​ຄູ່​ຈະ​ດຳ­ລົງ​ຊີ­ວິດ​ຢູ່ ສປປ ລາວ ກໍ​ຕາມ.

ລັດ​ຮັບ​ຮູ້​ການ​ແຕ່ງ­ດອງ​ລະ­ຫວ່າງ​ພົນ­ລະ­ເມືອງ​ລາວ​ດ້ວຍ​ກັນ ຢູ່​ຕ່າງ­ປະ­ເທດ​ທີ່​ເຮັດ​ຂຶ້ນ​ໂດຍ​ສອດ­ຄ່ອງ​ກັບ​ກົດ­ໝາຍ​ຂອງ ສປປ ລາວ.

ຕົວ­ຢ່າງ: ທ້າວ ຈອກ ກັບ ນາງ ຈີກ ຊຶ່ງ​ເປັນ​ພົນ­ລະ­ເມືອງ​ລາວ​ໄດ້​ໄປ​ສຶກ​ສາ​ຮ່ຳ­ຮຽນ​ຢູ່​ຕ່າງ­ປະ­ເທດ​ໄດ້​ມີ​ຄວາມ​ມັກ​ຮັກ ແລະ ຕົກ­ລົງ​ປົງ­ໃຈ​ແຕ່ງ­ດອງ​ນຳ​ກັນ​ຢູ່​ປະ­ເທດ​ໄທ ທັງ​ສອງ​ກໍ​ຕ້ອງ​ໄດ້​ປະ­ຕິ­ບັດ​ຕາມ​ເງື່ອນ­ໄຂ​ຂອງ​ການ​ແຕ່ງ­ດອງ​ຕາມ​ປະ­ມວນ​ກົດ­ໝາຍ​ແພ່ງ​ຂອງ ສປປ ລາວ ໄດ້​ກຳ­ນົດ​ໄວ້ ສຳ­ລັບ​ການ​ຈົດ​ທະ­ບຽນ​ການ​ແຕ່ງ­ດອງ​ລະ­ຫວ່າງ​ພົນ­ລະ­ເມືອງ​ລາວ​ດ້ວຍ​ກັນ ຢູ່​ຕ່າງ­ປະ­ເທດ ໃຫ້​ດຳ­ເນີນ​ຢູ່​ໜ່ວຍ​ງານ​ທະ­ບຽນ​ຄອບ­ຄົວ​ສຳ­ນັກ­ງານ​ຜູ້­ຕາງ­ໜ້າ​ຂອງ ສປປ ລາວ ຢູ່​ຕ່າງ­ປະ­ເທດ ຕາມ​ທີ່​ໄດ້​ກຳ­ນົດ​ໄວ້​ໃນ​ກົດ ໝາ­ຍວ່າ​ດ້ວຍ​ທະ­ບຽນ​ຄອບ­ຄົວ​ຂອງ ສປປ ລາວ.

ໂດຍ: ໄມ້​ງັດ

error: Content is protected !!