ມະເຮັງລຳໄສ້ ພົບຫຼາຍຂຶ້ນ ໃນຄົນອາຍຸນ້ອຍກວ່າ 50 ປີ

ກໍ­ລະ­ນີ​ການ​ເສຍ​ຊີ­ວິດ​ຂອງ ແຊດ​ວິກ ໂບ​ສ ແມນ ນັກ­ສະ­ແດງ​ຄົນ​ດັງ​ຜູ້​ຮັບ​ບົດ Black Panther ດ້ວຍ​ພະ­ຍາດ​ມະ​ເຮັງ​ລຳ​ໄສ້ ໃນ​ໄວ ພຽງ 43 ປີ ຖື​ວ່າ​ສອດ­ຄ່ອງ​ກັບ​ການ​ສຶກ​ສາ​ຂອງ ນັກ​ວິ­ໄຈ​ທີ່​ພົບ​ວ່າ​ຜູ້​ທີ່​ປ່ວຍ​ດ້ວຍ​ພະ­ຍາດ​ມະ​ເຮັງ ລຳ​ໄສ້ ເລີ່ມ​ມີ​ອາ­ຍຸ​ໜ້ອຍ​ລົງ​ເລື້ອຍໆ.

ລາຍ​ງານ​ຈາກ​ສະ­ມາ­ຄົມ​ພະ­ຍາດ​ມະ​ເຮັງ​ແຫ່ງ ສະ­ຫະ­ລັດ​ອາ​ເມ​ຣິ​ກາ (American Cancer Society) ລະ­ບຸ​ວ່າ ອາ­ຍຸ​ສະ­ເລ່ຍ​ຂອງ​ຄົນ​ເຈັບ​ທີ່ ໄດ້​ຮັບ​ການ​ວິ­ນິດ​ໄສ​ວ່າ​ປ່ວຍ​ດ້ວຍ​ພະ­ຍາດ​ມະ​ເຮັງ ລຳ​ໄສ້​ໃຫຍ່ (Colon Cancer) ແລະ ລຳ​ໄສ້​ຊື່ (Rectal Cancer) ໃນ​ປີ 1989 ຢູ່​ທີ່ 72 ປີ ແຕ່ ນັບ​ຕັ້ງ­ແຕ່​ປີ 2000 ເປັນ­ຕົ້ນ​ມາ ອາ­ຍຸ​ສະ­ເລ່ຍ ຂອງ​ຜູ້​ປ່ວຍ​ຫຼຸດ​ໜ້ອຍ​ລົງ​ເປັນ​ລຳ­ດັບ.

ຈາກ​ການ​ເກັບ​ສະ­ຖິ­ຕິ​ຫຼ້າ​ສຸດ​ເມື່ອ​ປີ 2017 ໂດຍ​ສູນ​ຄວບ​ຄຸມ ແລະ ປ້ອງ​ກັນ​ພະ­ຍາດ​ຂອງ ສະ­ຫະ­ລັດ​ອາ​ເມ​ຣິ​ກາ (CDC) ພົບ​ວ່າ​ມີ​ຄົນ​ເຈັບ ໃນ​ສະ­ຫະ­ລັດ​ເສຍ​ຊີ­ວິດ​ດ້ວຍ​ພະ­ຍາດ​ນີ້​ສູງ​ເຖິງ 52.547 ຄົນ ຂະ­ນະ​ທີ່​ອາ­ຍຸ​ສະ­ເລ່ຍ​ກໍ​ຫຼຸດ​ລົງ​ມາ​ຢູ່​ທີ່ 45-50 ປີ.

ໂດຍ​ໄລ­ຍະ​ລະ­ຫວ່າງ​ປີ 2012-2016 ພົບ​ວ່າ ຄົນ​ເຈັບ​ພະ­ຍາດ​ມະ​ເຮັງ​ທີ່​ມີ​ອາ­ຍຸ​ໜ້ອຍ​ກວ່າ 50 ປີ ມີ​ຈຳ­ນວນ​ເພີ່ມ​ຂຶ້ນ 2,2% ເຊິ່ງ​ລວມ​ເຖິງ​ກໍ ລະ​ນີ​ທີ່​ພົບ​ເນື້ອ​ງອກ​ໃນ​ລຳ​ໄສ້​ໃຫຍ່ ແລະ ລຳ​ໄສ້ ຊື່​ດ້ວຍ ຂະ­ນະ​ທີ່​ຄົນ​ເຈັບ​ທີ່​ມີ​ອາ­ຍຸ 65 ປີ​ຂຶ້ນ​ໄປ ກັບ​ຫຼຸດ​ໜ້ອຍ​ລົງ 3,3% ໃນ​ໄລ­ຍະ​ລະ­ຫວ່າງ​ປີ 2011-2016.

ສ່ວນ​ໃນ​ປີ 2020 ສະ­ມາ­ຄົມ​ພະ­ຍາດ​ມະ ເຮັງ​ແຫ່ງ​ສະ­ຫະ­ລັດ​ອາ​ເມ​ຣິ​ກາ ຄາດ​ການ​ວ່າ​ຈະ ມີ​ຜູ້​ເສຍ​ຊີ­ວິດ​ດ້ວຍ​ພະ­ຍາດ​ມະ​ເຮັງ​ລຳ​ໄສ້​ໃນ​ສະ­ຫະ­ລັດ​ປະ­ມານ 53.200 ຄົນ ແລະ ປະ­ມານ 7% ຫຼື ປະ­ມານ 3.640 ຄົນ ຈະ​ເປັນ​ຄົນ​ເຈັບ ທີ່​ມີ​ອາ­ຍຸ​ນ້ອຍ​ກວ່າ 50 ປີ​ດ້ວຍ !.

ອາ­ຫານ-ຢາ​ປະ­ຕິ​ຊີ­ວະ​ນະ ເພີ່ມ​ຄວາມ​ສ່ຽງ​ໄດ້

Rebecca Siegel ຜູ້­ອຳ­ນວຍ­ການ​ດ້ານ​ການ​ວິ­ໄຈ ແລະ ເຝົ້າ​ລະ­ວັງ​ທາງ​ວິ­ທະ­ຍາ­ສາດ​ຂອງ​ສະ­ມາ­ຄົມ​ພະ­ຍາດ​ມະ​ເຮັງ​ແຫ່ງ​ສະ­ຫະ­ລັດ​ອາ​ເມ​ຣິ​ກາ ເປີດ­ເຜີຍ​ວ່າ ເຖິງ​ແມ່ນ​ນັກ­ວິ­ທະ­ຍາ­ສາດ ຮູ້​ດີ​ວ່າ​ພະ­ຍາດ​ດັ່ງ­ກ່າວ​ເກີດ​ຂຶ້ນ​ໃນ​ກຸ່ມ​ຄົນ​ທີ່​ອາ­ຍຸ​ນ້ອຍ​ລົງ​ເລື້ອຍໆ ແຕ່​ອົດ​ປະ­ຫຼາດ​ໃຈ​ບໍ່​ໄດ້​ວ່າ ເປັນ​ຫຍັງ​ເກີດ​ຂຶ້ນ​ໄວ​ຂະ­ໜາດ​ນີ້ ແລະ ຖື​ເປັນ ຄວາມ​ທ້າ​ທາຍ​ຕໍ່​ວົງ​ການ​ແພດ​ດ້ວຍ ຫາກ​ຕົວ ເລກ​ຄົນ​ເຈັບ​ອາ­ຍຸ​ນ້ອຍ​ມີ​ປະ­ລິ­ມານ​ເພີ່ມ​ຂຶ້ນ ເລື້ອຍໆ.

Rebecca ລະ­ບຸ​ວ່າ ອາ­ຫານ​ການ​ກິນ​ມີ​ອິດ​ທິ​ພົນ​ຢ່າງ​ສູງ​ໃນ​ການ​ເພີ່ມ​ຄວາມ​ສ່ຽງ​ຕໍ່​ການ​ເປັນ​ມະ​ເຮັງ​ລຳ​ໄສ້ ນອກ­ຈາກ​ນີ້ ຍັງ​ມີ​ງານ​ວິ­ໄຈ​ຫຼາຍ ຊິ້ນ​ທີ່​ລະ­ບຸ​ກົງ​ກັນ​ວ່າ​ຢາ​ຕ່າງໆ ເຊັ່ນ: ຢາ​ປະ­ຕິ​ຊີ­ວະ​ນະ ກໍ​ສົ່ງ​ຜົນ​ຕໍ່​ການ​ເຮັດ​ວຽກ​ຂອງ​ລຳ​ໄສ້​ດ້ວຍ ເຊັ່ນ​ກັນ ເພາະ​ຢາ​ເຫຼົ່າ​ນີ້​ຈະ​ໄປ​ຕ້ານ​ຈຸ​ລິນ​ຊີ​ທີ່​ເປັນ ໄມ​ໂຄຣ​ໄບ​ໂອມ ຫຼື ຈຸ​ລິນ​ຊີ​ທຳ​ມະ​ຊາດ​ໃນ​ຮ່າງ ກາຍ​ຂອງ​ເຮົາ​ດ້ວຍ.

ຊາວ­ບ້ານ – ນຳ​ສະ­ເໜີ

error: Content is protected !!