ເມືອງໂຂງ ຄຣີນ ເອເນີຈີ ມອບລົດໄຟຟ້າໃຫ້ກະຊວງພະລັງງານ-ບໍ່ແຮ່

      ບໍລິສັດ ເມືອງໂຂງ ຄຣີນເອເນີຈີ ຈໍາກັດ ມອບພາຫະນະທີ່ໃຊ້ພະລັງງານທົດແທນຈໍານວນ 1 ຄັນ ໃຫ້ກັບກະຊວງກະລັງງານ ແລະ ບໍ່ແຮ່ ເພື່ອນໍາໃຊ້ເຂົ້າໃນວຽກງານສົ່ງເສີິມການນໍາໃຊ້ພະລັງງານທົດແທນ.

       ພິທີມອບ-ຮັບພາຫະນະດັ່ງກ່າວ ມີຂຶ້ນວັນທີ 5 ພະຈິກ 2020 ທີ່ກະຊວງພະລັງງານ-ບໍ່ແຮ່ ໂດຍການມອບຂອງທ່ານ ພັດທະລະພົງ ຄົງວິຈິດ ຜູ້ອໍານວຍການບໍລິສັດ ເມືອງໂຂງ ຄຣີນເອເນີຈີ ຈໍາກັດ ແລະ ຮັບໂດຍທ່ານ ຄໍາໝັ້ນ ສີປະເສີດ ຮອງຫົວໜ້າສະຖາບັນສົ່ງເສີມພະລັງງານທົດແທນ ກະຊວງພະລັງງານ-ບໍ່ແຮ່ ໂດຍການເຂົ້າຂອງທ່ານ ປອ ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມພາກສ່ວນກ່ຽວຂ້ອງ.

      ທ່ານ ສີນາວາ ສຸພານຸວົງ ກ່າວໃນພິທີດັ່ງກ່າວວ່າ: ຕາງໜ້າກະຊວງພະລັງງານ-ບໍ່ແຮ່ ຂໍສະແດງຄວາມຂອບໃຈຕໍ່ການປະກອບສ່ວນຂອງບໍລິສັດເມືອງໂຂງ ຄຣີນເອເນີຈີ ຈໍາກັດ ໃນຄັ້ງນີ້ ເຊິ່ງຈະເປັນໂອກາດໃນການຈັດຕັ້ງຜັນຂະຫຍາຍດໍາລັດວ່າດ້ວຍການອະນຸຮັກ ແລະ ຍຸດທະສາດໃນການສົ່ງເສີມການ ນໍາໃຊ້ພະລັງງານທົດແທນ ທັງນີ້ກໍເພື່ອເປັນການຫຼຸດຜ່ອນການນໍາເຂົ້ານໍ້າມັນເຊື້ອໄຟ ແລະ ຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ທີ່ສໍາຄັນກໍຄືຫຼຸດຜ່ອນອາຍກາກໂບນິກຂຶ້ນສູ່ຊັ້ນບັນຍາກາດ.

ເມືອງໂຂງ ຄຣີນ ເອເນີຈີ ມອບລົດໄຟຟ້າໃຫ້ກະຊວງພະລັງງານ-ບໍ່ແຮ່

# ພາບ & ຂ່າວ: ອຸເປຂາ

error: Content is protected !!