ລົງນາມສັນຍາພັດທະນາໂຄງການໄຟຟ້າພະລັງງານແສງຕາເວັນເມືອງໂຂງ

    ວັນທີ 5 ພະຈິກ 2020 ນີ້ ທີ່ກະຊວງແຜນການ ແລະ ການລົງທຶນ ໄດ້ມີການລົງນາມໃນສັນຍາພັດທະນາໂຄງການ (PDA) ໄຟຟ້າພະລັງງານແສງຕາເວັນເມືອງໂຂງ ແຂວງຈໍາປາສັກ ລະຫວ່າງລັດຖະບານແຫ່ງ ສປປ ລາວ ກັບ ບໍລິສັດເມືອງໂຂງ ຄຣີນ ເອເນີຈີ ຈໍາກັດ.

    ໂຄງການດັ່ງກ່າວໄດ້ສໍາເລັດການສຶກສາສຶກສາເນື້ອທີ່ ຄວາມອາດສາມາດ ທ່າແຮງດ້ານເສດຖະກິດ ແລະ ສະພາບຜົນກະທົບຕົວຈິງທີ່ອາດເກີດຂຶ້ນຈາກການພັດທະນາຢ່າງຮອບດ້ານ ແລະ ໄດ້ຮັບຜົນສະຫຼຸບວ່າ ໂຄງການດັ່ງກ່າວມີຄວາມເປັນໄປໄດ້ທີ່ສາມາດພັດທະນາໄດ້ ເຊິ່ງກໍາລັງຕິດຕັ້ງຮອດ 760 ເມກາວັດ ແບ່ງເປັນ 5 ໄລຍະ ໂດຍເລີ່ມຕົ້ນພັດທະ ນາໄລຍະທໍາອິດ ກໍາລັງຕີດຕັ້ງຈະຢູ່ປະມານ 135 ເມກາວັດ ໃນເນື້ອທີ່ 236 ເຮັກຕາ ໃນບໍລິເວນໃກ້ກັບສະຖານີໄຟຟ້າບ້ານຫາດ ເຊິ່ງເປັນຈຸດເຊື່ອມຕໍ່ສໍາຄັນໃນການສົ່ງໄຟຟ້າອອກໄປຈໍາໜ່າຍໃຫ້ປະເທດກໍາປູເຈຍ.

    ສໍາລັບການລົງນາມສັນຍາພັດທະນາໂຄງການດັ່ງກ່າວ ຕາງໜ້າໃຫ້ລັດຖະບານລາວແມ່ນ ທ່ານນາງ ຄໍາຈັນ ວົງແສນບຸນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ຕາງໜ້າໃຫ້ທາງບໍລິສັດແມ່ນທ່ານ ພັດທະລະພົງ ຄົງວິຈິດ ຜູ້ອໍານວຍການບໍລິສັດ ເມືອງໂຂງ ຄຣີນ ເອເນີຈີ ຈໍາກັດ ໂດຍເປັນສັກຂີພະຍານຂອງທ່ານ ປອ ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມທ່ານນາງ ບຸນຄໍາ ວໍລະຈິດ ຮອງລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວັດລ້ອມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.

ລົງນາມສັນຍາພັດທະນາໂຄງການໄຟຟ້າພະລັງງານແສງຕາເວັນເມືອງໂຂງ
error: Content is protected !!