ຄູເຝິກ ນວ ຫວັງພາທີມສ້າງຜົນງານໂດດເດັ່ນ ບານເຕະທົ່ວປະເທດ

ທ່ານ ເວີນ​ສະ­ຫວັນ ສີ​ວິ​ໄຊ ຫົວ­ໜ້າ​ຄູ​ເຝິກ​ທັບ​ນັກ­ກີ­ລາ​ບານ­ເຕະ​ເຈົ້າ​ຖິ່ນ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ໝັ້ນ​ໃຈ​ລູກ​ທີມ​ຈະ​ສາ­ມາດ​ສ້າງ​ຜົນ­ງານ​ໄດ້​ດີ​ຢ່າງ​ແນ່­ນອນ ເພື່ອ​ມອບ​ຄວາມ­ສຸກ​ໃຫ້​ພໍ່​ແມ່​ປະ­ຊາ­ຊົນ​ຊາວ​ນະ­ຄອນ­ຫຼວງ​ວຽງ​ຈັນ ໃນ​ລາຍ­ການ​ບານ­ເຕະ​ຊາຍ​ທົ່ວ​ປະ­ເທດ ເພື່ອ​ສ້າງ​ຂະ​ບວນ​ການ​ຄຳ­ນັບ​ຮັບ​ຕ້ອນ​ວັນ­ຊາດ​ທີ 2 ທັນ­ວາ ຄົບ­ຮອບ 45 ປີ ເຖິງ​ວ່າ​ຜົນ­ງານ​ໃນ​ການ​ລົງ​ສະ­ໜາມ​ອຸ່ນ​ເຄື່ອງ 2 ນັດ​ຜ່ານ​ມາ​ຈະ​ເສຍ​ກໍ​ຕາມ ໂດຍ​ສະ­ເພາະ​ນັດ​ຫຼ້າ​ສຸດ ຖືກ​ສະ­ໂມ­ສອນ ຊ້າງ​ນ້ອຍ ເອັຟ​ຊີ ໄລ່​ເອົາ​ຊະ­ນະ 3-0 ປະ­ຕູ.

ການ​ແຂ່ງ­ຂັນ​ເຕະ­ບານ​ອຸ່ນ​ເຄື່ອງ​ລະ­ຫວ່າງ​ເຈົ້າ​ຖິ່ນ ນວ ນຳ​ທີມ​ໂດຍ​ທ່ານ ເວີນ​ສະ­ຫວັນ ສີ​ວິ​ໄຊ ຫົວ­ໜ້າ​ຄູ​ເຝິກ ພົບ​ກັບ​ສະ­ໂມ­ສອນ ຊ້າງ​ນ້ອຍ ເອັຟ​ຊີ ແຊັມ​ຫຼ້າ​ສຸດ ລາຍ­ການ​ຄອມ​ມານ​ໂດ ແອວ​ເອັຟ​ເອັຟ ຄັບ 2020 ແລະ ເປັນ​ທີມ​ອັນ​ດັບ​ທີ 3 ໃນ​ລາຍ­ການ ລາວ​ລີກ 1 ຫຼື ລີກ​ສູງ​ສຸດ​ຂອງ ສປປ ລາວ ໃນ​ວັນ​ທີ 3 ພະ­ຈິກ​ຜ່ານ​ມາ ທີ່​ສະ­ໜາມ​ກີ­ລາ​ເຈົ້າ​ອາ​ນຸ​ວົງ ເຊິ່ງ​ມີ​ຄະ­ນະ​ນຳ ແລະ ບັນ­ດາ​ກອງ​ເຊຍ​ຂອງ​ທັງ​ສອງ​ພາກ­ສ່ວນ​ດັ່ງ­ກ່າວ​ເຂົ້າ​ຮ່ວມ​ຊົມ ແລະ ເຊຍ​ຫຼາຍ​ຮ້ອຍ​ຄົນ.

ຜ່ານ​ການ​ແຂ່ງ­ຂັນ​ຕະ­ຫຼອດ​ໄລ­ຍະ 90 ນາ­ທີ ຜົນ​ປາ­ກົດ​ວ່າ: ທັບ​ນັກ­ກີ­ລາ​ບານ­ເຕະ​ເຈົ້າ​ຖິ່ນ ນວ ຖືກ​ສະ­ໂມ­ສອນ ຊ້າງ​ນ້ອຍ ບຸກ​ມາ​ເອົາ​ຊະ­ນະ​ໄປ​ແບບ​ຂາດ​ຮອຍ 3-0 ປະ­ຕູ ຫຼັງ​ການ​ແຂ່ງ­ຂັນ​ສິ້ນ​ສຸດ​ລົງ ທ່ານ ເວີນ​ສະ­ຫວັນ ສີ​ວິ​ໄຊ ໃຫ້​ສຳ­ພາດ​ວ່າ: ໂດຍ​ລວມ​ໃນ​ການ​ລົງ​ສະ­ໜາມ​ອຸ່ນ​ເຄື່ອງ 2 ນັດ​ຜ່ານ​ມາ ໂດຍ​ສະ­ເພາະ​ກັບ​ສະ­ໂມ­ສອນ ຊ້າງ​ນ້ອຍ ທີມ​ອັນ​ດັບ​ທີ 3 ລາວ​ລີກ 1 ແລະ ຫາ​ກໍ​ຄວ້າ​ແຊັມ​ລາຍ­ການ​ຄອມ​ມານ​ໂດ ແອວ​ເອັຟ​ເອັຟ ຄັບ 2020 ມາ​ໃໝ່ໆ​ໝາດໆ ນັກ­ກີ­ລາ​ນະ­ຄອນ­ຫຼວງ ພວກ​ເຮົາ​ມີ​ການ​ພັດ­ທະ­ນາ​ດີ​ຂຶ້ນ​ຫຼາຍ ທຸກ​ຄົນ​ມີ​ການ​ເໜັງ​ຕີງ​ມີ​ຄວາມ​ແຕກ​ຕ່າງ​ດີ​ກວ່າ​ເກົ່າ ແລະ ສິ່ງ​ສຳ­ຄັນ​ແມ່ນ​ໄດ້​ບົດ­ຮຽນ ແລະ ປະ­ສົບ​ການ​ທີ່​ດີ ເຊື່ອ​ໝັ້ນ​ວ່າ­ການ​ເຂົ້າ​ຮ່ວມ​ແຂ່ງ­ຂັນ​ບານ­ເຕະ​ຊາຍ​ທົ່ວ​ປະ­ເທດ ໃນ​ຄັ້ງ​ນີ້ ທີ່​ບໍ່​ມີ​ນັກ­ກີ­ລາ​ທີມ​ຊາດ ແລະ ຈາກ​ລາວ​ລີກ 1 ລູກ​ທີມ​ທັບ​ນັກ​ເຕະ­ບານ ນວ ຈະ​ສາ­ມາດ​ສ້າງ​ຜົນ­ງານ​ໂດດ​ເດັ່ນ​ຢ່າງ​ແນ່­ນອນ ເພື່ອ​ມອບ​ຄວາມ­ສຸກ​ໃຫ້​ພໍ່​ແມ່​ປະ­ຊາ­ຊົນ​ຊາວ​ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ຊື່ນ​ໃຈ​ໃນ​ລາຍ­ການ​ດັ່ງ­ກ່າວ​ຢ່າງ​ແນ່­ນອນ.

ການ​ແຂ່ງ­ຂັນ​ເຕະ­ບານ​ຊາຍ​ທົ່ວ​ປະ­ເທດ​ໃນ​ຄັ້ງ​ນີ້ ມີ​ທັງ​ໝົດ 17 ແຂວງ ແລະ 1 ນະ­ຄອນ­ຫຼວງ ຈັດ​ແບ່ງ​ອອກ​ເປັນ 4 ກຸ່ມ ແຕ່​ລະ​ກຸ່ມ​ພົບ​ກັນ​ໝົດ​ຄັດ​ເອົາ​ທີ 1-2 ຜ່ານ​ເຂົ້າ​ໄປ​ຫຼິ້ນ​ໃນ​ຮອບ​ຕໍ່​ໄປ ສຳ­ລັບ​ນະ­ຄອນ­ຫຼວງ ຖືກ​ຈັດ​ຢູ່​ກຸ່ມ A ປະ­ກອບ​ມີ ແຂວງ​ຄຳ​ມ່ວນ ແຂວງ​ຊຽງ​ຂວາງ ແຂວງ​ໄຊ​ສົມ­ບູນ ແລະ ແຂວງ​ສາ­ລະ​ວັນ ນັດ​ທຳ​ອິດ ນະ­ຄອນ­ຫຼວງ ມີ​ຄິວ​ລົງ​ສະ­ໜາມ​ພົບ​ກັບ​ແຂວງ​ຊຽງ​ຂວາງ ໃນ​ວັນ​ທີ 7 ພະ­ຈິກ​ນີ້ ເວ­ລາ 16:00 ໂມງ ເປັນ­ຕົ້ນ​ໄປ ທີ່​ສະ­ໜາມ​ກີ­ລາ​ແຫ່ງ​ຊາດ (ຫຼັກ 16).

error: Content is protected !!