ບັນຫາປິ່ນອ້ອມການຈັດຕັ້ງປະຕິບັດ

ຫາກ​ເປັນ​ຜູ້​ສັງ­ເກດ​ຈະ​ເຫັນ​ວ່າ ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ​ເຮົາ​ນີ້ ການ​ຄຸ້ມ​ຄອງ​ບໍ­ລິ­ຫານ​ຫຼາຍ​ຢ່າງ​ເພິ່ນ​ມີ​ນິ­ຕິ​ກຳ​ຫຼາຍ​ແທ້​ໃດ ? ເປັນ­ຕົ້ນ​ແມ່ນ​ຂໍ້​ຕົກ­ລົງ ແຈ້ງ​ການ​ຕ່າງໆ ເຊິ່ງ​ວ່າງ​ມໍ່ໆມານີ້​ກໍ​ມີ​ການ​ຄວບ​ຄຸມ​ສຽງ​ເນືອງ​ນັນ ແຕ່​ກໍ​ຕ້ອງ​ຍອມ­ຮັບ​ວ່າ ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ບໍ່​ຄ່ອຍ​ໄດ້​ຮັບ​ຜົນ​ສູງ​ສຸດ​ນໍ ? ກ່ຽວ​ກັບ​ເລື່ອງ​ນີ້ ພວກ​ເຮົາ​ຕ້ອງ​ເຂົ້າ­ໃຈ​ນຳ​ກັນ​ວ່າ ມັນ​ພົວ­ພັນ​ກັບ​ຫຼາຍ​ຝ່າຍ ກໍ​ຄື​ດຽວ​ກັນ​ກັບ​ເລື່ອງ​ການ​ເຮັດ​ສຳ­ມະ­ໂນ​ໃໝ່ ບັດ­ປະ­ຈຳ­ຕົວ​ໃໝ່ ທີ່​ດຳ­ເນີນ​ຢູ່​ບາງ​ບ້ານ ບາງ​ເມືອງ ເກີດ​ມີ​ຫາງ​ສຽງ​ເລື່ອງ​ການ​ເກັບ​ຄ່າ​ທຳ­ນຽມ​ຕ່າງໆ ທັ້ງໆທີ່​ການ­ຈັດ­ຕັ້ງ​ເພິ່ນ​ມີ​ແຈ້ງ​ການ​ອອກ​ມາ​ແລ້ວ…ແຕ່​ເວ­ລາ​ລົງ​ໄປ​ເຮັດ​ວຽກ ພະ­ນັກ­ງານ​ເຮົາ​ບາງ​ຈຸດ… ບາງ​ບ່ອນ​ກໍ​ບໍ່​ແຈ້ງ​ລະ­ອຽດ ເລື່ອງ​ລາ­ຄາ​ຄ່າ​ທຳ­ນຽມ​ເອົາ​ແຕ່​ຊິ​ເກັບ… ປະ­ຊາ­ຊົນ​ກໍ​ບໍ່​ທ້ວງ ມີ​ແຕ່​ຈົ່ມ… ກາຍ­ເປັນ​ບັນ­ຫາ​ຊ້ຳ​ເຮື້ອ ທັງໆ​ທີ່​ເປັນ​ສິດ­ທິ​ຂອງ​ພົນ­ລະ­ເມືອງ​ທີ່​ຕ້ອງ​ທ້ວງ​ຕ້ອງ​ເຕືອນ ຫາກ​ເຫັນ​ວ່າ​ມີ​ການ​ກະ­ທຳ​ລະ­ເມີດ​ນິ­ຕິ​ກຳ​ກ່ຽວ­ຂ້ອງ. ປະ­ທານ ໄກ­ສອນ ພົມ­ວິ­ຫານ … Continue reading ບັນຫາປິ່ນອ້ອມການຈັດຕັ້ງປະຕິບັດ