ກຸ່ມຮ້ານອາຫານນະຄອນຫຼວງ-ເບຍລາວ ນຳເຄື່ອງອຸປະໂພກ-ບໍລິໂພກ ໄປຊ່ວຍເຫຼືອປະຊາຊົນ 5 ບ້ານ ຂອງເມືອງສອງຄອນ

    ກຸ່ມຮ້ານອາຫານນະຄອນຫຼວງ-ເບຍລາວ (54 ຮ້ານ) ໄດ້ລະດົມຂົນຂວາຍເຄື່ອງອຸປະໂພກ-ບໍລິໂພກ ເຊັ່ນ: ເຂົ້າ ປາກະປອງ ໝີ່ສໍາເລັດ ນໍ້າປາ ເກືອ ແປ້ງນົວ ນໍ້າດື່ມ ແລະ ອື່ນໆ ລວມມູຄ່າ 35 ລ້ານກວ່າກີບ ໄປຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ 668 ຄອບຄົວ ໃນ 5 ບ້ານ ຂອງເມືອງສອງຄອນ ແຂວງສະຫວັນນະເຂດ. 

    ວັນທີ 6 ພະຈິກ 2020 ກຸ່ມຮ້ານອາຫານນະຄອນຫຼວງ-ເບຍລາວ ນຳເອົາເຂົ້າ ແລະ ເຄື່ອງອຸປະ ໂພກ-ບໍລິໂພກດັ່ງກ່າວ ມຸ່ງໜ້າສູ່ເມືອງສອງຄອນ ເພື່ອໄປແຈກຢາຍໃຫ້ຜູ້ໄດ້ຮັບຜົນກະທົບ 5 ບ້ານເປົ້າ ໝາຍ ໂດຍເລີ່ມຈາກປໍ້ານໍ້າມັນ ປຕທ ຫຼັກ 21 ເມືອງໄຊທານີ ນະຄອນຫຼວງວຽງຈັນ ນຳທີມໂດຍທ່ານ ຄຳແພງ ເຜົ້າບົວວົງ ປະທານກຸ່ມຮ້ານອາຫານນະຄອນຫຼວງ-ເບຍລາວ ທ່ານ ພູວົງ ອິນທະວົງສາ ຮອງປະທານກຸ່ມຮ້ານອາຫານນະຄອນຫຼວງ-ເບຍລາວ ພ້ອມດ້ວຍສະມາຊິກ 50 ກວ່າຄົນຮ່ວມເດີນທາງ. 

    ທ່ານ ຄຳແພງ ເຜົ້າບົວວົງ ໃຫ້ສຳພາດວ່າ: ກຸ່ມຮ້ານອາຫານນະຄອນຫຼວງ-ເບຍລາວ ມີຈຸດປະສົງນຳເອົາເຂົ້າ ແລະ ເຄື່ອງອຸປະໂພກ-ບໍລິໂພກທີ່ຈໍາເປັນເຫຼົ່ານີ້ ໄປຊ່ວຍເຫຼືອປະຊາຊົນ 5 ບ້ານ ຂອງເມືອງສອງຄອນ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ໂດຍພວກເຮົາໄດ້ຈັດໃສ່ເປັນຖົງເພື່ອຄວາມສະດວກໃນການມອບ ເຊິ່ງແຕ່ລະຖົງປະກອບມີເຂົ້າ ແລະ ເຄື່ອງອຸປະໂພກ-ບໍລິໂພກຕ່າງໆເທົ່າກັນ ຈະມອບຢູ່ 3 ຈຸດ ຄື: ຈຸດທີ 1 ບ້ານຫ້ວຍຄໍ້ ວັງແຊ ມີ 66 ຄອບຄົວ 66 ຖົງ ຈຸດທີ 2 ມີ 2 ບ້ານ (ບ້ານນາທັງ ແລະ ບ້ານພະແລງ) ແຕ່ມອບຢູ່ຈຸດດຽວ ໃນນີ້ບ້ານນາທັງ ມີ 198 ຄອບຄົວ 198 ຖົງ ບ້ານພະແລງ ມີ 120 ຄອບຄົວ 120 ຖົງ ຈຸດທີ 3 ມີ 2 ບ້ານ (ບ້ານດອນມ່ວງ ແລະ ບ້ານຊະແຍກ) ແຕ່ມອບຢູ່ຈຸດດຽວ ໃນນີ້ບ້ານດອນມ່ວງ ມີ 135 ຄອບຄົວ 135 ຖົງ ບ້ານຊະແຍກ ມີ 148 ຄອບຄົວ 148 ຖົງ.

error: Content is protected !!