ສັນຍານເຕືອນ “ມະເຮັງປາກມົດລູກ” ພະຍາດຮ້າຍໃນຜູ້ຍິງ

ມະ​ເຣັງ​ປາກ​ມົດ​ລູກ ສາ­ເຫດ​ເສຍ​ຊີ­ວິດ​ຂອງ​ຜູ້­ຍິງ​ເປັນ​ອັນ​ດັບ​ຕົ້ນໆ ເລີ່ມ​ທຳ​ອິດ​ບໍ່​ມີ​ອາ­ການ​ພົບ​ເຫັນ​ອາ­ການ​ເມື່ອ​ເຂົ້າ​ໄລ­ຍະ​ເປັນ​ຫຼາຍ ແນະນຳ​ກວດ​ມະ​ເຮັງ​ປາກ​ມົດ​ລູກ​ທຸກ​ປີ ເພື່ອ​ຫຼຸດ​ສ່ຽງ ເປັນ​ໜັກ ຮັກ­ສາ​ບໍ່​ຫາຍ.

ສັນ­ຍານ​ເຕືອນ ອາ­ການ​ເລີ່ມ​ຕົ້ນ​ຂອງ​ພະ­ຍາດ​ມະ​ເຮັງ​ປາກ​ມົດ​ລູກ:

ບັນ­ຫາ​ທີ່​ສຳ­ຄັນ​ຂອງ​ຜູ້​ທີ່​ຕິດ­ເຊື້ອ Human Papillomavirus (HPV) ຄື: ບໍ່​ມີ​ອາ­ການ​ສະ ແດງ ດັ່ງ­ນັ້ນ ຈະ​ບໍ່​ຮູ້​ຕົວ ແລະ ສາ­ມາດ​ກະ­ຈາຍ​ເຊື້ອ​ໄວ​ຣັສ​ໄປ​ສູ່​ຄົນ​ອື່ນໆ​ໄດ້ ແລະ ອາ­ການ​ສະ ແດງ​ຂອງ​ມະ​ເຮັງ​ປາກ​ມົດ​ລູກ​ໄລ­ຍະ​ກ່ອນ​ມະ​ເຮັງ ຫຼື ໄລ­ຍະ​ເລີ່ມ​ຕົ້ນ​ຂອງ​ພະ­ຍາດ​ນີ້ ຈະ​ບໍ່​ມີ​ອາ­ການ ສະ­ແດງ​ທີ່​ຜິດ​ປົກ­ກະ­ຕິ ແຕ່​ຍົກ­ເວັ້ນ​ຖ້າ​ໄລ­ຍະ​ຂອງ​ພະ­ຍາດ​ມະ​ເຮັງ​ເປັນ​ຫຼາຍ​ພໍ​ສົມ­ຄວນ.

ອາ­ການ​ທີ່​ອາດ​ພົບ​ໄດ້ ໄດ້­ແກ່:

1. ອາດ​ມີ​ອາ­ການ​ປະ­ຈຳ​ເດືອນ​ຜິດ​ປົກ­ກະ­ຕິ.

2. ເລືອດ​ອອກ​ທາງ​ຊ່ອງ​ຄອດ​ທີ່​ຜິດ​ປົກ­ກະ­ຕິ (Abnormal vaginal bleeding).

3. ມີ​ລະ­ດູ​ຂາວ​ທີ່​ຜິດ​ກະ​ປົກ​ຕິ ມີ​ກິ່ນ​ເໝັນ.

4. ຫາກ​ກະ­ຈາຍ​ໄປ​ຍັງ​ອະ​ໄວ​ຍະ​ວະ​ອື່ນ​ອາດ​ມີ ອາ­ການ​ເຈັບ­ທ້ອງ ຖ່າຍ​ປັດ­ສາ­ວະ ຫຼື ອາ­ຈົມ ເປັນ​ເລືອດ​ໄດ້.

ການ​ປິ່ນ­ປົວ​ພະ­ຍາດ​ມະ​ເຮັງ​ປາກ​ມົດ​ລູກ:

ສຳ­ລັບ​ການ​ປິ່ນ­ປົວ​ໄລ­ຍະ​ເລີ່ມ​ຕົ້ນ ອາດ​ຈະ​ປິ່ນ ປົວ​ດ້ວຍ​ການ­ຜ່າ­ຕັດ ເຊັ່ນ:

– ຕັດ​ປາກ​ມົດ​ລູກ​ເປັນ​ຮູບ​ກວຍ (Therapeutic conization) ການ​ຕັດ​ມົດ​ລູກ​ພ້ອມໆ​ກັບ ເລາະ​ເອົາ​ຕ່ອມ​ນ້ຳ​ເຫຼືອງ​ອອກ (Radical hysterectomy with pelvic lympha denectomy).

– ຜູ້​ປ່ວຍ​ບາງ​ຄົນ​ຕ້ອງ​ຮັບ​ການ​ປິ່ນ­ປົວ​ຢ່າງ​ຕໍ່​ເນື່ອງ ດ້ວຍ​ລັງ­ສີ​ປິ່ນ­ປົວ ການ​ສາຍ​ລັງ­ສີ​ດ້ວຍ ເຄື່ອງ­ສາຍ​ລັງ­ສີ (Teletherapy).

– ການ​ໃສ່​ແຮ່ (Brachy-therapy).

– ບາງ​ຄົນ​ພິ­ຈາ­ລະ­ນາ​ປິ່ນ­ປົວ ຮ່ວມ​ກັບ​ການ​ປິ່ນ ປົວ​ດ້ວຍ​ຢາ​ເຄ​ມີ​ບຳ­ບັດ (Concurrent Chemo-Radiation treatment).

ການ​ປິ່ນ­ປົວ​ດ້ວຍ​ເຄ​ມີ​ບຳ­ບັດ​ຢ່າງ​ດຽວ ໃຊ້​ໃນ​ກໍ­ລະ­ນີ​ທີ່​ມະ​ເຮັງ​ກະ­ຈາຍ​ໄປ​ຫຼາຍ​ພໍ​ຄວນ ເຊິ່ງ​ບໍ່ ສາ­ມາດ​ໃຫ້​ລັງ­ສີ​ປິ່ນ­ປົວ ຫຼື ດຳ­ເນີນ​ການ­ຜ່າ­ຕັດ ໄດ້.

ວິ­ທີ​ປ້ອງ​ກັນ​ພະ­ຍາດ​ມະ​ເຮັງ​ປາກ​ມົດ​ລູກ:

ດັ່ງ​ທີ່​ກ່າວ​ມາ​ແລ້ວ​ວ່າ ໄລ­ຍະ​ກ່ອນ​ມະ​ເຮັງ ຫຼື ມະ​ເຮັງ​ທີ່​ຫາ​ກໍ​ເລີ່ມ​ເປັນ ອາດ​ຈະ​ບໍ່​ມີ​ອາ­ການ ແລະ ການ​ປິ່ນ­ປົວ​ເຮັດ​ໄດ້ ມີ​ໂອ­ກາດ​ທີ່​ຈະ​ຫາຍ ຂາດ​ໄດ້.

ວິ­ທີ​ທີ່​ຈະ​ຮູ້​ໄດ້ ຄື: ການ​ມາ​ຮັບ​ການ​ກວດ​ພາຍ ໃນ ເພື່ອ​ເອົາ​ເຊລ​ຈາກ​ປາກ​ມົດ​ລູກ​ມາ​ກວດ ທີ່ ເອີ້ນ​ກັນ​ວ່າ ກວດ​ແປ໊ບ​ສະ​ເມຍຣ໌ (Pap Smear) ແລະ ຖ້າ​ກວດ​ຮ່ວມ​ກັບ​ການ​ຫາ​ເຊື້ອ​ໄວ​ຣັສ HPV (HPV DNA Test) ຈະ​ເຮັດ​ໃຫ້​ໄດ້​ຮັບ ຄວາມ​ຊັດ​ເຈນ​ເພີ່ມ​ຂຶ້ນ ຫາກ​ຜົນ​ຜິດ​ປົກ­ກະ­ຕິ​ຕ້ອງ​ກວດ​ດ້ວຍ​ການ​ສ່ອງ​ກ້ອງ​ຂະ­ຫຍາຍ​ປາກ ມົດ​ລູກ (Colposcopic examination) ເພື່ອ ຄົ້ນ​ຫາ​ບໍ­ລິ­ເວນ​ທີ່​ຜິດ​ປົກ­ກະ­ຕິ ແລະ ຈະ​ດຳ­ເນີນ​ການ​ຕັດ​ຊິ້ນ​ເນື້ອ​ໄປ​ກວດ​ທາງ​ພະ­ຍາດ​ວິ­ທະ­ຍາ (Biopsy) ເພື່ອ​ວິ­ນິດ​ໄສ​ຄວາມ​ຜິດ​ປົກ­ກະ­ຕິ ວາງ​ແຜນ­ການ​ກວດ​ເພື່ອ​ບອກ​ໄລ­ຍະ​ຂອງ​ພະ­ຍາດ ແລະ ວາງ​ແຜນ­ການ​ປິ່ນ­ປົວ​ໄດ້​ຖືກ­ຕ້ອງ.

ມະ​ເຮັງ​ປາກ​ມົດ​ລູກ​ປ້ອງ​ກັນ​ໄດ້ ຫາກ​ສະ­ຕີ​ທຸກ ທ່ານ​ໃສ່­ໃຈ​ໃນ​ສຸ­ຂະ­ພາບ​ຂອງ​ຕົວ​ເອງ ດ້ວຍ​ການ​ກວດ​ສຸ­ຂະ­ພາບ​ປະ­ຈຳ​ປີ ແລະ ສາ­ມາດ​ສີດ​ວັກ ຊີນ​ປ້ອງ​ກັນ​ໄວ​ຣັສ HPV ກໍ​ສາ­ມາດ​ຫຼຸດ​ອັດ­ຕາ ສ່ຽງ​ລົງ​ໄດ້​ຢ່າງ​ໜ້ອຍ 70% ແລະ ຖ້າ​ຮ່ວມ​ກັບ ການ​ກວດ Pap Smear ແລະ ຄົ້ນ​ຫາ High Risk HPV DNA ເປັນ​ປະ­ຈຳ​ຕາມ​ທີ່​ແພດ​ແນະ­ນຳ​ຈະ​ສາ­ມາດ​ປ້ອງ​ກັນ​ມະ​ເຮັງ​ຂອງ​ປາກ​ມົດ​ລູກ​ໄດ້.

ຊາວ­ບ້ານ – ນຳ​ສະ­ເໜີ

error: Content is protected !!