ເປີດເປັນທາງການ ແຂ່ງຂັນເຕະບານທົ່ວປະເທດ ຕ້ອນຮັບວັນຊາດ ຄົບຮອບ 45 ປີ

ເປີດ​ສາກ​ຢ່າງ​ເປັນ​ທາງ​ການ​ແລ້ວ ການ​ແຂ່ງ­ຂັນ​ເຕະ­ບານ​ທົ່ວ​ປະ­ເທດ ເພື່ອ​ສ້າງ​ຂະ​ບວນ​ການ​ຄຳ­ນັບ​ຮັບ​ຕ້ອນ​ວັນ­ຊາດ​ຄົບ­ຮອບ 45 ປີ (2 ທັນ­ວາ 1975-2 ທັນ­ວາ 2020) ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 7 ພະ­ຈິກ 2020 ຢູ່​ສະ­ໜາມ​ກີ­ລາ​ແຫ່ງ​ຊາດ (ຫຼັກ 16) ນະ­ຄອນ­ຫຼວງ​ວຽງ​ຈັນ ໂດຍ​ມີ​ທ່ານ​ນາງ ແສງ​ເດືອນ ຫຼ້າ​ຈັນ­ທະ​ບູນ ລັດ­ຖະ­ມົນ­ຕີ ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ປະ­ທານ​ຄະ­ນະ​ກຳ­ມະ­ການ​ໂອ​ແລມ​ປິກ​ແຫ່ງ​ຊາດ ພ້ອມ​ດ້ວຍ​ບັນ­ດາ​ການ​ນຳ​ພັກ-ລັດ ຄະ­ນະ​ບໍ­ລິ­ຫານ​ງານ​ສະ­ຫະ­ພັນ​ບານ­ເຕະ​ແຫ່ງ​ຊາດ​ລາວ ຄະ­ນະ​ນຳ ຄູ​ເຝິກ ນັກ­ກີ­ລາ​ແຕ່​ລະ​ພາກ­ສ່ວນ ຕະ­ຫຼອດ​ຮອດ​ກອງ​ເຊຍ​ເຂົ້າ​ຮ່ວມ​ຢ່າງ​ຫຼວງ­ຫຼາຍ.

ສຳ­ລັບ​ການ​ແຂ່ງ­ຂັນ​ເຕະ­ບານ​ທົ່ວ​ປະ­ເທດ ເພື່ອ​ຄຳ­ນັບ​ຕັບ​ຕ້ອນ​ວັນ­ຊາດ ຄົບ­ຮອບ 45 ປີ ແມ່ນ​ຈັດ​ຂຶ້ນ​ໃນ​ລະ­ຫວ່າງ​ວັນ​ທີ 6-21 ພະ­ຈິກ 2020 ທີ່​ນະ­ຄອນ­ຫຼວງ​ວຽງ​ຈັນ ໂດຍ​ມີ 17 ແຂວງ ແລະ ນະ­ຄອນ­ຫຼວງ​ວຽງ​ຈັນ ເຂົ້າ​ຮ່ວມ ໃນ​ນີ້ ປະ­ເພດ​ທີມ​ຊາຍ ແບ່ງ​ອອກ​ເປັນ 4 ກຸ່ມ ປະ­ກອບ​ມີ:

ກຸ່ມ ກ: ນະ­ຄອນ­ຫຼວງ​ວຽງ​ຈັນ ແຂວງ​ຄຳ​ມ່ວນ ແຂວງ​ສາ­ລະ​ວັນ ແຂວງ​ໄຊ​ສົມ­ບູນ ແລະ ແຂວງ​ຊຽງ​ຂວາງ.

ກຸ່ມ ຂ: ແຂວງ​ຈຳ­ປາ​ສັກ ແຂວງ​ເຊ​ກອງ ແຂວງ​ວຽງ​ຈັນ ແຂວງ​ຜົ້ງ​ສາ­ລີ ແລະ ແຂວງ​ອຸ­ດົມ​ໄຊ.

ກຸ່ມ ຄ: ແຂວງ​ຫຼວງ​ນ້ຳ​ທາ ແຂວງ​ໄຊ​ຍະ​ບູ​ລີ ແລະ ແຂວງ​ອັດ​ຕະ​ປື.

ກຸ່ມ ງ: ແຂວງ​ບໍ່​ແກ້ວ ແຂວງ​ຫົວ­ພັນ ແຂວງ​ບໍ​ລິ​ຄຳ​ໄຊ ແລະ ແຂວງ​ສະ­ຫວັນ​ນະ​ເຂດ.

ຮູບ​ແບບ​ການ​ແຂ່ງ­ຂັນ ຄັດ​ເອົາ​ທີມ​ອັນ​ດັບ 1-2 ເຂົ້າ​ສູ່​ຮອບ 8 ທີມ​ຕໍ່​ໄປ ແຂ່ງ­ຂັນ​ຢູ່ 4 ສະ­ໜາມ​ຄື: ສະ­ໜາມ​ກີ­ລາ​ແຫ່ງ​ຊາດ (ຫຼັກ 16) ສະ­ໜາມ​ໃນ-ນອກ ສະ­ໜາມ​ກີ­ລາ​ກາງ​ມະ­ຫາ­ວິ­ທະ­ຍາ­ໄລ​ແຫ່ງ​ຊາດ ແລະ ສະ­ໜາມ​ກີ­ລາ​ກອງ­ທັບ (ຫຼັກ 5).

ສ່ວນ​ປະ­ເພດ​ທີມ​ຍິງ ມີ 7 ແຂວງ ແລະ ນະ­ຄອນ­ຫຼວງ​ວຽງ​ຈັນ​ເຂົ້າ​ຮ່ວມ ແບ່ງ​ເປັນ 2 ກຸ່ມ ຄື:

ກຸ່ມ ກ: ແຂວງ​ວຽງ​ຈັນ ແຂວງ​ຊຽງ​ຂວາງ ແຂວງ​ໄຊ​ຍະ​ບູ​ລີ ແລະ ແຂວງ​ຈຳ­ປາ​ສັກ.

ກຸ່ມ ຂ: ນະ­ຄອນ­ຫຼວງ​ວຽງ​ຈັນ ແຂວງ​ອຸ­ດົມ​ໄຊ ແຂວງ​ຫຼວງ​ນ້ຳ​ທາ ແລະ ແຂວງ​ສະ­ຫວັນ​ນະ​ເຂດ.

ຮູບ​ແບບ​ການ​ແຂ່ງ­ຂັນ ຄັດ​ເອົາ​ອັນ​ດັບ 1-2 ທັງ 2 ກຸ່ມ​ເຂົ້າ​ສູ່​ຮອບ 4 ທີມ​ຕໍ່​ໄປ ແຂ່ງ­ຂັນ​ຢູ່ 2 ສະ­ໜາມ​ຄື: ສະ­ໜາມ​ຫຍ້າ​ທຽມ​ສະ­ຫະ­ພັນ​ບານ­ເຕະ​ແຫ່ງ​ຊາດ​ລາວ ສະ­ໜາມ 1-2 ສຳ­ລັບ​ທີມ​ຊະ­ນະ​ເລີດ (ຍິງ-ຊາຍ) ຈະ​ໄດ້​ຮັບ​ເງິນ​ລາ­ງວັນ 100 ລ້ານ​ກີບ ພ້ອມ​ຂັນ 1 ໜ່ວຍ ແລະ ຫຼຽນ​ຊະ­ນະ​ເລີດ 30 ຫຼຽນ ສ່ວນ​ທີມ​ຮອງ​ຊະ­ນະ​ເລີດ ຈະ​ໄດ້​ຮັບ​ເງິນ​ລາ­ງວັນ ຈຳ­ນວນ 40 ລ້ານ​ກີບ ແລະ ຫຼຽນ​ຮອງ​ຊະ­ນະ​ເລິດ 30 ຫຼຽນ ນອກ­ຈາກ​ນັ້ນ ຍັງ​ມີ​ລາ­ງວັນ​ນັກ­ກີ­ລາ​ຍິງ​ປະ­ຕູ​ສູງ​ສູດ ແລະ ລາ­ງວັນ​ຄູ​ເຝິກ​ດີ­ເດັ່ນ.

# ພາບ & ຂ່າວ: ສີ​ພອນ

error: Content is protected !!