ປຸກລະດົມໃຫ້ຜູ້ບໍລິໂພກ ຫຼຸດຜ່ອນການນຳໃຊ້ຖົງຢາງປລາສຕິກ

ໂດຍ​ໄດ້​ຮັບ​ການ​ສະ­ໜັບ­ສະ­ໜູນ​ຈາກ​ ໂຄງ­ການ​ພັດ­ທະ­ນາ​ກະ­ສິ­ກຳ​ສະ­ອາດ ເຊິ່ງ​ເປັນ​ໂຄງ­ການ​ຮ່ວມ​ມື​ລະ­ຫວ່າງ​ກະ­ຊວງ​ກະ­ສິ­ກຳ – ປ່າ­ໄມ້ ແລະ ອົງ­ການ​ໄຈ​ກາ ປະ­ເທດ​ຍີ່­ປຸ່ນ ວັນ​ທີ 7 ພະ­ຈິກ 2020 ພະ​ແນກ​ກະ­ສິ­ກຳ ແລະ ປ່າ­ໄມ້​ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ໄດ້​ຈັດ​ກິດ­ຈະ­ກຳ​ເປີດ​ຂະ​ບວນ​ການ​ແຈກ​ຖົງ​ຜ້າ​ໃຫ້​ຜູ້​ບໍ­ລິ­ໂພກ​ເພຶ່ອ​ຫຼຸດ­ຜ່ອນ​ການ​ນຳ​ໃຊ້​ຖົງ​ຢາງ​ປລາ​ສ​ຕິກ ແລະ ການ​ຄຸ້ມ​ຄອງ​ຄຸນ​ນະ​ພາບ​ການ​ວິ­ໄຈ​ສານ​ເຄ​ມີ​ຕົກ​ຄ້າງ​ຢູ່​ຕະ­ຫຼາດ​ກະ­ສິ­ກຳ​ອິນ​ຊີ ນວ ສູນ​ການ​ຄ້າ​ລາວ-ໄອ​ເຕັກ ມີ​ທ່ານ ຫຼ້າ​ສາຍ ນວນ​ທາ​ສີງ ຫົວ­ໜ້າ​ພະ​ແນກ​ກະ­ສິ­ກຳ ແລະ ປ່າ­ໄມ້ ນວ ທ່ານ ຮິ​ໂຣ​ຍູ​ກິ ຊາ​ກຸ​ມະ ຫົວ­ໜ້າ​ຄະ­ນະ​ຊ່ຽວ­ຊານ​ໂຄງ­ການ​ພັດ­ທະ­ນາ​ກະ­ສິ­ກຳ​ສະ­ອາດ ທ່ານ​ຮອງ​ຫົວ­ໜ້າ​ພະ​ແນກ​ອຸດ­ສາ­ຫະ­ກຳ ແລະ ປ່າ­ໄມ້ ນວ ບັນ­ດາ​ຫົວ­ໜ້າ​ຫ້ອງ­ການ ຂະ­ແໜງ­ການ ສູນ ກຸ່ມ​ຜູ້​ຜະ­ລິດ ແລະ ຊາວ​ຄ້າ­ຂາຍ​ເຂົ້າ​ຮ່ວມ.

ການ​ຈັດ​ກິດ­ຈະ­ກຳ​ຄັ້ງ​ນີ້ ເພື່ອ​ເປັນ​ການ​ປຸກ­ລະ­ດົມ​ໃຫ້​ຜູ້​ບໍ­ລິ­ໂພກ ແລະ ຊາວ​ຄ້າ­ຂາຍ​ຫັນ​ມາ​ໃຊ້​ກະ­ຕ່າ ຖົງ​ຜ້າ ແລະ ອື່ນໆ​ທີ່​ສາ­ມາດ​ໃຊ້​ຄືນ​ໄດ້ ທົດ​ແທນ​ການ​ໃຊ້​ຖົງ​ຢາງ​ປລາ​ສ​ຕິກ​ເພື່ອ​ເປັນ​ມິດ​ກັບ​ສິ່ງ­ແວ­ດລ້ອມ.

# ຂ່າວ & ພາບ: ສົມ​ສະ­ຫວັນ

error: Content is protected !!