ທໍາລາຍພືດຜັກທີ່ນໍາເຂົ້າບໍ່ຖືກຕ້ອງຕາມລະບຽບກົດໝາຍ

     ເຈົ້າໜ້າທີ່ພາສີ ດ່ານສາກົນຂົວມິດຕະພາບ ລາວ-ໄທ 1 ຮ່ວມກັບເຈົ້າໜ້າທີ່ໜ່ວຍງານປ້ອງກັນ ແລະ ກັກກັນພືດປະຈໍາດ່ານ ຈັດພິທີທໍາລາຍພຶດຜັກທີ່ນໍາເຂົ້າບໍ່ຖືກຕ້ອງຕາມລະບຽບກົດໝາຍ ຂຶ້ນວັນທີ 13 ພະຈິກ 2020 ຢູ່ສະຖານີກັກກັນພືດ ບ້ານດົງໂພສີ ເມືອງຫາຍຊາຍຟອງ ນະຄອນຫຼວງວຽງຈັນ ໂດຍມີທ່ານ ວັນນາ ຄໍາໂພໄຊ ຫົວໜ້າໜ່ວຍງານປ້ອງກັນ ແລະ ກັກກັນພືດ ຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ມີບັນດາຄະນະດ່ານ ຄະນະພາສີ ພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ວັນນາ ຄໍາໂພໄຊ ລາຍງານໃຫ້ຮູ້ວ່າ: ອີງຕາມຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 51/ນຍ ລົງວັນທີ 30 ສິງຫາ 2019 ວ່າດ້ວຍການສົ່ງເສີມການຜະລິດ ແລະ ຊົມໃຊ້ຜະລິດຕະພັນທີ່ຜະລິດຢູ່ພາຍໃນ ແລະ ຄຸ້ມຄອງການນໍາເຂົ້າສິນຄ້າອຸປະໂພກ-ບໍລິໂພກ ດັ່ງນັ້ນ ໃນວັນທີ 11 ພະຈິກ 2020 ເວລາ 15:30 ໂມງ ພະນັກງານເຈົ້າໜ້າທີ່ກັກກັນພືດ ໄດ້ປະສານສົມທົບກັບ ເຈົ້າໜ້າທີ່ປະຈໍາດ່ານພາສີສາກົນ ຂົວມິດຕະພາບ ລາວ-ໄທ 1 ໄດ້ກວດຢຶດ ແລະ ເຮັດບົດບັນທຶກມອບ-ຮັບພືດຜັກ ກັບນາງ ຈັນ ເສວີ ເຊິ່ງເປັນເຈົ້າຂອງສິນຄ້າ ປະກອບມີ: ໝາກເລັ່ນ ຈໍານວນ 80 ກະຕ່າ ນໍ້າໝັກ 1.600 ກິໂລ ໝາກເຜັດໃຫຍ່ ຈໍານວນ 26 ຖົງ ນໍ້າໝັກ 165 ກິໂລ ແລະ ໝາກເຜັດນ້ອຍ ຈໍານວນ 15 ເປົາ ນໍ້າໝັກ 240 ກິໂລກຣາມ ລວມທັງໝົດ 1.996 ກິໂລ ມູນຄ່າ 5 ລ້ານກວ່າກີບ ທີ່ນໍາເຂົ້າບໍ່ຖືກຕ້ອງຕາມລະບຽບກົດໝາຍ.

error: Content is protected !!