ເຮັດແນວບໍ່ແນວ ລະວັງຖິ້ມແຂ້ວ

ຂີ່​ລົດ­ຖີບ​ຕາມ​ເສັ້ນ­ທາງ ບໍ່​ແມ່ນ​ຂີ່​ສະ­ແດງ​ໃນ​ໂຮງ​ກາ​ຍະ​ສິນ​ໂດຍ​ນັກ­ສະ­ແດງ ດັ່ງ­ນັ້ນ ຂໍ​ຢ່າ​ເຮັດ​ແນວ​ໂລດ​ໂຜນ ສ່ຽງ​ໄພ ເຊັ່ນ ການ​ຢອກ​ລໍ້​ກັນ ການ​ປ່ອຍ​ມື​ຈາກ​ເຂົາ​ລົດ​ທັງ​ສອງ​ເບື້ອງ ຫຼື ການ​ຂີ່​ຕັດ​ໜ້າ​ຕັດ​ຫຼັງ​ກັນ ຂີ່​ເປັນ​ແພ ຫຼື ເອົາ​ຕີນ-ມື​ເກາະ​ກາຍ​ກັນ​ຄື​ໃນ​ຮູບ​ກາ​ຕຸນ​ນີ້ ຄູ-ອາ­ຈານ ຜູ້​ປົກ­ຄອງ​ທຸກ​ຄົນ​ຄວນ​ໃສ່­ໃຈ​ຕັກ­ເຕືອນ​ລູກ​ຫຼານ ເລື່ອງ​ການ​ໃຊ້​ລົດ­ຖີບ-ລົດ­ຈັກ ຖ້າ​ບໍ່​ຢາກ​ໃຫ້​ເດັກ​ເຫຼົ່າ​ນີ້​ຖິ້ມ​ແຂ້ວ​ກາງ​ທາງ.

error: Content is protected !!