ປາກລາຍ-ແກ່ນທ້າວ ຈັດກິດຈະກຳຂີ່ລົດຖີບ

    ວັນທີ 15 ພະຈິກ 2020 ສະມາຄົມຂີ່ລົດຖືບເມືອງປາກລາຍ ແລະ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກິດຈະກຳຂີ່ລົດຖີບເພື່ອສ້າງຂະບວນການຄຳນັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 45 ປີຂຶ້ນ ໂດຍມີຄະນະນຳເມືອງ ແລະ ນັກຂີ່ລົດຖີບສອງເມືອງເຂົ້າຮ່ວມ 60 ກວ່າຄົນ.

    ຄະນະນຳເມືອງປາກລາຍ ນຳໂດຍທ່ານ ບຸນພະລັງ ວິໄລສັກ ຮອງເຈົ້າເມືອງປາກລາຍ ເລີ່ມຂະບວນລົດອອກຈາກທ່າເຮືອເມືອງປາກລາຍ ໄປຕາມເສັ້ນທາງຫຼວງແຫ່ງຊາດ R4 ໄປຫາຈຸດນັດພົບບ້ານດົງສະຫງວນແລະ ຄະນະນຳເມືອງແຫ່ນທ້າວ ນຳໂດຍທ່ານ ຄຳປຸ່ນ ນວນສະບັບ ຮອງເຈົ້າເມືອງແກ່ນທ້າວ ເລີ່ມອອກຈາກເມືອງແກ່ນທ້າວ ມາຕາມເສັ້ນທາງຫຼວງແຫ່ງຊາດ R4 ໄປຫາຈຸດນັດພົບບ້ານດົງສະຫງວນ ເມືອງປາກງານ ລວມໄລຍະທາງຍາວ 100 ກວ່າກິໂລແມັດ ເຊິ່ງການຈັດຫິດຈະກຳຄັ້ງນີ້ ນອກຈາກສ້າງຂະບວນການຕ້ອນຮັບວັນສຳຄັນຂອງຊາດແລ້ວ ຍັງເປັນການສ້າງສັນແລກປ່ຽນຄວາມສາມັກຄີລະຫວ່າງນັກຂີ່ລົດຖີບຂອງທັງສອງສະມາຄົມດ້ວຍບັນຍາກາດທີ່ເບີກບານມ່ວນຊື່ນ ແລະ ເປັນການສົ່ງເສີມສຸຂະພາບຕື່ມອີກ.

# ຂ່າວ & ພາບ : ສົມສະຫວັນ

error: Content is protected !!