7 ໜ່ວຍພັກ ພະແນກສຶກສາ ນວ ຢັ້ງຢືນເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ

    ພິທີມອບໃບຢັ້ງຢຶນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ກັບ 7 ໜ່ວຍພັກ ພະແນກສຶກສາທິ ການ ແລະ ກີລາ ນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 13 ພະຈິກ 2020 ທີ່ວິທະຍາໄລເຕັກນິກວິຊາ ຊີບມິດຕະພາບ ວຽງຈັນ-ຮ່າໂນ້ຍ ນວ ໂດຍມີສະຫາຍ ພູວົງ ວົງຄຳຊາວ ຄະນະປະຈຳພັກ ຫົວໜ້າໂຄສະ ນາອົບຮົມ ນວ ມີສະຫາຍ ສົມພອນ ສອນດາລາ ຄະນະພັກ ນວ ເລຂາຄະນະພັກຮາກຖານ ຫົວໜ້າພະ ແນກສຶກສາທິການ ແລະ ກີລາ ນວ ຄະນະພັກຮາກຖານ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ພ້ອມດ້ວຍສະຫາຍເລຂາໜ່ວຍພັກ ແລະ ສະມາຊິກພັກທີ່ຂຶ້ນກັບພະແນກສຶກສາທິການ ແລະ ກີລາ ນວ ເຂົ້າຮ່ວມ.

    ສະຫາຍ ສົມພອນ ສອນດາລາ ໄດ້ແຈ້ງໃຫ້ຊາບວ່າ: ຄະນະພັກຮາກຖານ ພະແນກສຶກສາທິການ ແລະ ກີລາ ນວ ປະກອບມີ 8 ໜ່ວຍພັກ ມີສະມາຊິກພັກທັງໝົດ 269 ສະຫາຍ ຍິງ 125 ສະຫາຍ ເປັນສະມາຊິກພັກສົມບູນ 234 ສະຫາຍ ຍິງ 102 ສະຫາຍ ຜ່ານການຈັດຕັ້ງປະຕິບັດ ຕີລາຄາດ້ານດີ ດ້ານອ່ອນ ຂໍ້ຄົງຄ້າງ ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ໃນແຕ່ລະດ້ານ ສາມາດປະເມີນຜົນ ມີສະມາຊິກພັກແຂງທັງໝົດ 267 ສະຫາຍ ຍິງ 117 ສະຫາຍ ກວມ 99% ຈັດໜ່ວຍພັກໄດ້ 9,2 ຄະແນນ ຈັດປະເພດໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໄດ້ 7 ໜ່ວຍພັກ.

    ສ່ວນທິດທາງແຜນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປິ 2020 ມີດທາງ ລວມ ຈະສູ້ຊົນໃຫ້ສະມາຊິກພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ໄດ້ຄະແນນ 9 ຄະແນນ 85% ຂຶ້ນໄປ ບໍ່ໃຫ້ມີສະມາຊິກພັກອ່ອນ ແລະ ເສຍທາດເກິນ 2% ຈະສູ້ຊົນສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ໄດ້ 9 ຄະແນນຂຶ້ນໄປ ແລະ ໃນພິທີຄັ້ງນີ້ ຍັງໄດ້ຫວນຄືນມູນເຊື້ອວັນຊາດວັນທີ 2 ທັນວາ ຄົບຮອບ 45 ປີ (02/12/1975-02-02/12/2020) ໃຫ້ກັບບັນດາສະຫາຍສະມາຊິກພັກພາຍໃນຂົງເຂດ ການສຶກສາ ຂອງພະແນກສຶກສາທິການ ແລະ ກີລາ ນວ ເຜີຍແຜ່ໂດຍສະຫາຍພູວົງ ວົງຄຳຊາວ ຄະນະປະຈຳພັກ ຫົວໜ້າໂຄສະນາອົບຮົມ ນວ.   

# ຂ່າວ & ພາບ : ບຸນມີ

error: Content is protected !!