ກອງປະຊຸມໃຫຍ່ຄັ້ງທີ III ສະມາຄົມນັກທຸລະກິດແມ່ຍິງ

    ກອງປະຊຸມໃຫຍ່ຄັ້ງທີ III ສະມາຄົມນັກທຸລະກິດແມ່ຍິງ (ສທຍ) ຈັດຂຶ້ນວັນທີ 17 ພະຈິກ 2020 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດຍິງ ມີທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ນາງ ສິລິກິດ ບຸບຜາ ຮອງປະທານສູນກາງສະຫະພັນແມ່ຍິງລາວ ພ້ອມດ້ວຍຄະນະບໍລິຫານງານ ສະມາຊິກສະມາຄົມ ແລະ ແຂກຖືກເຊີນເຂົ້າຮ່ວມ.

    ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄໍາຄິດເຫັນຮ່ວມກັນ ເພື່ອຮັບຮອງເອົາບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ II ຂອງສະມາຄົມນັກທຸລະກິດແມ່ຍິງ ຈຸດດີທີ່ເປັນທ່າແຮງຂອງສະມາຄົມທຸລະກິດແມ່ຍິງ ທີ່ຈະຕ້ອງໄດ້ເສີມຂະຫຍາຍເຂົ້າໃນການເຄື່ອນໄຫວກິດຈະກໍາາຕ່າງໆຂອງສະມາຄົມ ໄປຕາມແນວທາງນະໂຍບາຍຂອງພັກ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ ພ້ອມນັ້ນ ຍັງໄດ້ພ້ອມກັນຕີລາຄາຢ່າງພາວະວິໄສ ຕໍ່ກັບຂໍ້ຄົງຄ້າງ ອຸປະສັກທີ່ຍັງມີຢູ່ໃນສະມາ ຄົມ 5 ປີຜ່ານມາ (2015-2020) ນອກນັ້ນ ຍັງຈະໄດ້ຊອກຫາສາເຫດ ບົດຮຽນທີ່ຖອດຖອນໄດ້ຈາກການນໍາພາໃນຜ່ານມາ ເພື່ອນໍາມາເປັນຈຸດໜຶ່ງທີ່ຈະຕ້ອງໄດ້ສືບຕໍ່ສູ້ຊົນ ເປັນບ່ອນອີງໃຫ້ແກ່ການກໍານົດທິດທາງ 5 ປີຕໍ່ໜ້າ (2021-2025) ນອກນີ້ ກອງປະຊຸມຍັງໄດ້ຮັບຮອງເອົາກົດລະບຽບສະບັບປັບປຸງຕາມດໍາລັດໃໝ່ຂອງລັດຖະບານ.

    ນອກນັ້ນ ກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານສະມາຄົມທຸລະກິດແມ່ຍິງຊຸດໃໝ່ ເພື່ອສືບຕໍ່ຊີ້ນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 3 ຕໍ່ໄປ ແລະ ໄດ້ຄັດເລືອກເອົາຄະນະທີ່ປຶກສາຂອງ ສທຍ ເພື່ອສືບຕໍ່ຊີ້ນໍານໍາພາເປັນອີກກໍາລັງແຮງໜຶ່ງໃນການຊ່ວຍພັດທະນາ ສທຍ ໃຫ້ເຕີບໃຫຍ່ເຂັ້ມແຂງເປັນກ້າວໆ.

    ໃນພິທີທ່ານ ນາງ ເຂັມມະນີ ພົນເສນາ ໃຫ້ກຽດປະດັບຫຼຽນໄຊແຮງງານຊັ້ນ I ໃຫ້ສະມາຄົມນັກທຸລະກິດແມ່ຍິງ ມອບຫຼຽນໄຊແຮງງານຊັ້ນ I ໃຫ້ປະທານສະມາຄົມ ມອບຫຼຽນໄຊແຮງງານຊັ້ນ II ໃຫ້ຮອງປະທານສະມາຄົມຈຳນວນ 2 ທ່ານ ມອບຫຼຽນໄຊແຮງງານຊັ້ນ III ໃຫ້ຄະນະບໍລິຫານງານສະມາຄົມຈຳນວນ 7 ທ່ານ ທີ່ໄດ້ຊີ້ນຳໆພາປະກອບສ່ວນຊ່ວຍເຫຼືອສັງຄົມຕະຫຼອດໄລຍະຜ່ານມາ ຈາກນັ້ນ ຍັງໄດ້ມອບຫຼຽນກາແຮງງານໃຫ້ສະມາຊິກສະມາຄົມຈຳນວນ 11 ທ່ານ ມອບໃບຍ້ອງຍໍຂັ້ນລັດຖະບານຈຳນວນ 16 ທ່ານ ໃບຍ້ອງຍໍຂອງກະຊວງອຸດສາຫະກຳ-ການຄ້າ 26 ທ່ານ ນອກນັ້ນ ທ່ານນາງ ຈັນທະຈອນ ວົງໄຊ ໄດ້ໃຫ້ກຽດມອບໃບຍ້ອງຍໍຂອງສະມາຄົມ ໃຫ້ສະມາຊິກທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວວຽກງານຂອງສະມາຄົມຕະຫຼອດໄລຍະ 5 ປີຜ່ານມາ ຈຳນວນ 22 ທ່ານ ແລະ ໃບກຽດຕິຄຸນໃຫ້ແກ່ສະມາຊິກທີ່ມີຜົນງານຕື່ມອີກ.

# ຂ່າວ & ພາບ : ຂັນທະວີ

error: Content is protected !!