ຫົວເຫວີຍ ແລະ Sunrise ໄດ້ຮັບລາງວັນ GLOTEL ປະຈໍາປີ 2020

    ໂຄງການເພີ່ມປະສິດທິຜົນເຄືອຂ່າຍ 5G ຂອງບໍລິສັດຫົວເຫວີຍ ແລະ ບໍລິສັດ Sunrise ຖືກຄັດເລືອກເປັນໂຄງການທີ່ດີເລີດ ແລະ ໄດ້ຮັບລາງວັນ GLOTEL Award ປະຈໍາປີ 2020 ໃນງານປະກາດລາງວັນ Global Telecoms (GLOTEL) ຄັ້ງທີ 8 ວັນທີ 6 ພະຈິກຜ່ານມາ ຢູ່ປະເທດອັງກິດ ເຊິ່ງຈັດໂດຍ Telecoms.com ສື່ພິມສິ່ງທີ່ມີຊື່ສຽງໃນໂລກ ແລະ ເປັນທີ່ຮັບຮູ້ໃນບັນດາບໍລິສັດທີ່ໄດ້ປະກອບສ່ວນທີ່ດີເດັ່ນໃນການພັດທະນາການຫັນເປັນອຸດສາຫະກຳ ແລະ ການປະດິດສ້າງຢ່າງຕໍ່ເນື່ອງ.

    Sunrise ແມ່ນໜຶ່ງໃນຜູ້ປະກອບການຊັ້ນແນວໜ້າ ທີ່ເປີດເຄືອຂ່າຍ 5G ຂອງສະວິດ ຕົ້ນປີ 2019 5G ແມ່ນເຕັກໂນໂລຊີການສື່ສານຜ່ານມືຖືຮຸ່ນໃໝ່ ເຊິ່ງເປັນການເປີດປະສົບການໃໝ່ແກ່ຜູ້ຊົມໃຊ້ ຫົວເຫວີຍໄດ້ຮ່ວມມືກັບທີມງານຂອງ Sunrise ໂດຍໃຊ້ວິທີແກ້ໄຂການເພີ່ມປະສິດທິຜົນຂອງເຄືອຂ່າຍ 5G ທີ່ສະຫຼາດຂອງພວກເຂົາ Sunrise ຈຶ່ງເປັນຜູ້ປະກອບການແຂງແກ່ນກວ່າບັນດາຄູ່ແຂ່ງຂອງຕົນໃນການວັດແທກ 5G ຜູ້ທຳອິດຂອງວາລະສານ Connect (ໃນປະເທດທີ່ເວົ້າພາສາເຢຍລະມັນ ສະບັບ 1/2020) ຜົນເຫຼົ່ານີ້ ໄດ້ຮັບການຢັ້ງຢືນວິເຄາະ 5G ຈາກ RootMetrics ໂດຍ IHS Markit ໃນເດືອນພະຈິກ 2019 ສະແດງໃຫ້ເຫັນວ່າ Sunrise ມີເຄືອຂ່າຍ 5G ທີ່ໃຫຍ່ທີ່ສຸດ ແລະ ໄວທີ່ສຸດໃນປະເທດສະວິດ.

    ທ່ານ Elmar Grasser CTO ຂອງບໍລິສັດ Sunrise ກ່າວວ່າ: Sunrise ເລີ່ມຕົ້ນນຳໃຊ້ 5G ໃນການດຳເນີນງານຄັ້ງທຳອິດໃນທົ່ວໂລກ ແລະ ເປັນຜູ້ນຳໃຊ້ 5G ຊັ້ນແນວໜ້າໃນເອີຣົບ ຍຸດທະສາດການຄຸ້ມຄອງ ແລະ ວາງແຜນດ້ານເຄືອຂ່າຍທີ່ມີຕໍ່ໜ້າຂອງພວກເຮົາ ບວກກັບການແກ້ໄຂບັນດາອຸປະກອນ ແລະ ການບໍລິການທີ່ມີນະວັດຕະກຳຈາກຫົວເຫວີຍ ແມ່ນພື້ນຖານຂອງການນຳໃຊ້ 5G ຂອງພວກເຮົາ ແລະ ຂໍຂອບໃຈກັບຄວາມພະຍາຍາມໃນການເພີ່ມປະສິດທິຜົນທົ່ວໄປຂອງພວກເຮົາໃຫ້ສາມາດນໍາສະເໜີການບໍລິການທີ່ມີຄຸນນະພາບ 5G ໃຫ້ລູກຄ້າຂອງພວກເຮົາໄດ້.

    ທ່ານ Jack Wang ປະທານພະແນກບໍລິການ ແລະ Software Marketing & Solutions ຂອງບໍລິສັດຫົວເຫວີຍ ກ່າວວ່າ: ລາງວັນນີ້ ໄດ້ຮັບການຍອມຮັບຢ່າງສູງຈາກຂະແໜງອຸດສາຫະກຳ ສຳລັບຜົນສຳເລັດຂອງຫົວເຫວີຍ ແລະ Sunrise ໃນການເພີ່ມປະສິດທິຜົນເຄືອຂ່າຍ 5G Sunrise ເລືອກຫົວເຫວີຍເປັນຄູ່ຮ່ວມມືຍຸດທະສາດ ຍ້ອນຮັບຮູ້ເຖິງຄວາມສາມາດດ້ານເຕັກນິກຂອງຫົວເຫວີຍ ຫົວເຫວີຍໄດ້ຕົກລົງຮ່ວມມືກັບບໍລິສັດ Sunrise ແມ່ນເພື່ອໄດ້ຮັບການຍອມຮັບຈາກຂະແໜງອຸດສາຫະກຳໃນດ້ານການເຮັດວຽກຂອງເຄືອຂ່າຍ ການພັດທະນາປະສົບການແກ່ຜູ້ໃຊ້ ແລະ ການຈັດອັນດັບປະສົບການ ບໍລິສັດຫົວເຫວີຍຈະສືບຕໍ່ໃຫ້ບໍລິການເຄືອຂ່າຍ 5G ທີ່ດີທີ່ສຸດແກ່ຜູ້ປະກອບການທົ່ວໂລກ ແລະ ຊ່ວຍໃຫ້ຜູ້ປະກອບການບັນລຸປະສົບການນໍາໃຊ້ 5G.

# ຂ່າວ & ພາບ : ສະບາໄພ

error: Content is protected !!