ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ

    ວັນທີ 20 ພະຈິກ 2020 ທີ່ອົງການກາແດງລາວ ນະຄອນຫຼວງວຽງຈັນ ບໍລິສັດ ພຣູເດັນໂຊລ໌ ປະກັນໄພຊີວິດ ລາວ ຈໍາກັດ ໄດ້ຮ່ວມຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ຢູ່ແຂວງສະຫວັນນະເຂດ ມອບໂດຍທ່ານ ວິຍາສອນ ມູນນະລາດ ອໍານວຍການຝ່າຍບໍລິຫານທຸລະກິດ ພະແນກຫຸ້ນສ່ວນການຂາຍ ບໍລິສັດ ພຣູເດັນໂຊລ໌ ປະກັນໄພຊີວິດ ລາວ ຈໍາກັດ ແລະ ຮັບແມ່ນທ່ານ ຄໍາຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ ມີພະນັກງານວິຊາການທັງສອງຝ່າຍເຂົ້າຮ່ວມ.

    ເຄື່ອງທີ່ນໍາມາຊ່ວຍເຫຼືອຄັ້ງນີ້ ເປັນປະເພດເຄື່ອງອຸປະໂພກ-ບໍລິໂພກ (ເຂົ້າສານ ໝີ່ສຳເລັດຮູບ ປາກະປ໋ອງ) ລວມມູນຄ່າ 25 ລ້ານກີບ ເພື່ອຊ່ວຍເຫຼືອຜູ້ປະສົບໄຟນໍ້າຖ້ວມທາງພາກກາງ ແລະ ພາກໃຕ້ ຂອງ ສປປ ລາວ ແລະ ໃນເວລາດຽວກັນນີ້ ທ່ານ ປະທານອົງການກາແດງລາວ ກໍໄດ້ຮັບເງິນນໍ້າໃຈຄົນລາວທີ່ອາໄສຢູ່ສະຫະລັດອາເມຣິກາ ຈໍານວນ 6 ລ້ານກີບ ເຊິ່ງຕາງໜ້າມອບເງິນໂດຍທ່ານ ສັງຄົມ ພົງພັກດີ.

     ໃນໂອກາດນີ້ ທ່ານປະທານອົງການກາແດງ ໄດ້ສະແດງຄວາມຂອບໃຈມາຍັງພາກສ່ວນດັ່ງກ່າວ ທີ່ໄດ້ນຳເອົາວັດຖຸປັດໄຈ ມາຊ່ວຍປະຊາຊົນຜູ້ທີ່ປະສົບໄພທຳມະຊາດໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນສຳຄັນເຂົ້າໃນການຟື້ນຟູ ແລະ ບັນເທົາທຸກແກ່ປະຊາຊົນທີ່ໄດ້ຮັບຜົນກະທົບ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ ພ້ອມສະແດງຄວາມຢືນຢັນວ່າ ເຄື່ອງຊ່ວຍເຫຼືອດັ່ງກ່າວ ແມ່ນຈະນຳໄປມອບໃຫ້ຜູ້ປະສົບໄພຢ່າງທົ່ວເຖິງ ແລະ ເງິນຈໍານວນດັ່ງກ່າວ ແມ່ນຈະນໍາເອົາຈັດຊື້ໃນສິ່ງສໍາຄັນ ແລະ ຈໍາເປັນທີ່ສຸດ.

error: Content is protected !!