ສະຫະລັດ ຫວນຄືນ 5 ອັນດັບສູງສຸດ ດັດຊະນີນະວັດຕະກຳໂລກ

ສະ­ຫະ­ລັດ​ອາ​ເມ​ຣິ​ກາ ຫວນ​ກັບ​ຄືນ​ສູ່ 5 ອັນ​ດັບ​ສູງ​ສຸດ ການ​ຈັດ​ອັນ​ດັບ​ດັດ­ຊະ­ນີ ນະ​ວັດ­ຕະ​ກຳ​ໂລກ​ຂອງ​ອົງ­ການ​ສະ­ຫະ​ປະ­ຊາ​ຊາດ ປະ­ຈຳ​ປີ​ນີ້ ສ່ວນ ຈີນ ກະ­ໂດດ​ຂຶ້ນ​ມາ​ອີກ 3 ອັນ​ດັບ ເປັນ 14 ດ້ານ​ໄທ ຫຍັບ​ຂຶ້ນ​ເປັນ​ອັນ​ດັບ​ທີ 43 ແຕ່​ຍັງ​ຕາມ​ຫຼັງ​ຫວຽດ­ນາມ.

ການ​ຈັດ​ອັນ​ດັບ The Global Innovation Index 2019 ຫຼື ດັດ­ຊະ­ນີ​ນະ​ວັດ­ຕະ​ກຳ​ໂລກ ທີ່​ຈັດ​ສ້າງ​ຂຶ້ນ​ໂດຍ​ສຳ­ນັກ­ງານ​ຊັບ​ສິນ​ທາງ​ປັນ­ຍາ​ຂອງ​ອົງ­ການ​ສະ­ຫະ​ປະ­ຊາ​ຊາດ ຫຼື UN ຈາກ​ການ​ຈັດ​ອັນ​ດັບ 129 ປະ­ເທດ​ທົ່ວ​ໂລກ ພົບ​ວ່າ ສະ​ວິດ ຄອງ​ແຊັມ​ຕໍ່​ເນື່ອງ​ເປັນ​ປີ​ທີ 9 ຊູ​ແອັດ ຕາມ​ມາ​ເປັນ​ອັນ​ດັບ 2.

ສ່ວນ​ສະ­ຫະ­ລັດ​ອາ​ເມ​ຣິ​ກາ ດີດ​ຈາກ​ອັນ​ດັບ 6 ຂຶ້ນ​ມາ​ເປັນ​ອັນ​ດັບ 3 ດັນ ໂຮນ​ລັງ ໄປ​ຢູ່​ໃນ​ອັນ​ດັບ 4 ແລະ ອັງ­ກິດ ຫຼົ່ນ​ໄປ​ຢູ່​ອັນ​ດັບ 5.

ທີ່​ໜ້າ​ສົນ­ໃຈ ຄື ອິດ​ສະ​ຣາ​ແອນ ພຸ່ງ​ເຂົ້າ​ມາ​ໃນ​ອັນ​ດັບ 10 ໄດ້​ເປັນ​ຄັ້ງ​ທຳ​ອິດ.

ໃນ​ລາຍ​ງານ​ສະ­ບັບ​ນີ້​ຊີ້​ແຈງ​ວ່າ ຈີນ ຍັງ​ຄົງ​ສືບ­ຕໍ່​ໄປ​ໃນ​ຖາ­ນະ​ກຸ່ມ​ປະ­ເທດ​ທີ່​ມີ​ນະ​ວັດ­ຕະ​ກຳ​ລ້ຳ​ໜ້າ ໂດຍ ຈີນ ຫຍັບ​ຂຶ້ນ​ມາ 3 ຂັ້ນ​ຈົບ​ທີ່​ອັນ​ດັບ 14 ຕາມ​ຫຼັງ ຮົງ​ກົງ ທີ່​ມາ​ໃນ​ອັນ​ດັບ 13 ສ່ວນ ຍີ່­ປຸ່ນ ໄລ່​ຫຼັງ ຈີນ ມາ​ຢູ່​ທີ່​ອັນ​ດັບ 15.

ສ່ວນ​ປະ­ເທດ​ໄທ ປີນ​ຂຶ້ນ​ໄປ 1 ອັນ​ດັບ ຈາກ 44 ໄປ​ທີ 43 ແຕ່​ຍັງ​ຕາມ​ຫຼັງ ຫວຽດ­ນາມ ທີ່​ໄດ້​ອັນ​ດັບ 42.

ດັດ­ຊະ­ນີ​ນະ​ວັດ­ຕະ​ກຳ​ໂລກ ມີ​ຫຼັກ​ເກນ​ການ​ພິ­ຈາ­ລະ­ນາ​ຈາກ​ດັດ­ຊະ­ນີ​ຊີ້​ວັດ 80 ປະ­ເພດ ຕັ້ງ­ແຕ່​ການ​ລົງ­ທຶນ​ດ້ານ​ການ​ວິ­ໄຈ ແລະ ພັດ­ທະ­ນາ ປະ­ລິ­ມານ​ການ​ຍື່ນ​ຂໍ​ຈົດ​ລິ​ຂະ​ສິດ ແລະ ເຄື່ອງ­ໝາຍ​ການ​ຄ້າ ໄປ​ຈົນ​ເຖິງ​ດັດ­ຊະ­ນີ​ຊີ້​ວັດ​ໃໝ່ໆ​ຢ່າງ​ການ​ສ້າງ​ແອັບ​ພລິ​ເຄ​ຊັນ​ເທິງ​ໂທລະ­ສັບ​ມື​ຖື ແລະ ການ​ສົ່ງ​ອອກ​ສິນ­ຄ້າ​ເຕັກ​ໂນ​ໂລ​ຊີ​ສູງ.

error: Content is protected !!