6 ທ່າບໍລິຫານແກ້ປວດ “ຄໍ-ບ່າ-ໄຫຼ່”

ພະ­ນັກ­ງານ​ຫ້ອງ­ການ​ສ່ວນ​ໃຫຍ່ ມັກ​ຈະ​ມີ​ພຶດ­ຕິ​ກຳ​ນັ່ງ​ເຮັດ​ວຽກ​ຢູ່​ໜ້າ​ຈໍ​ຄອມ​ພິວ​ເຕີ ນັ່ງ​ເຮັດ​ວຽກ​ເອ­ກະ­ສານ​ເທິງ​ໂຕ໊ະ ກົ້ມ​ໜ້າ​ໝົດ​ມື້ ເຮັດ​ໃຫ້​ມີ​ອາ­ການ​ປວດ​ຄໍ ແລະ ບ່າ​ໄຫຼ່​ໄດ້​ງ່າຍ ບັນ­ຫາ​ເຫຼົ່າ​ນີ້ ຫາກ​ເລີ່ມ​ມີ​ອາ­ການ​ແລ້ວ​ຈັດ­ການ​ຕົວ​ເອງ​ເບື້ອງ​ຕົ້ນ​ໄດ້ ຈະ​ເຮັດ​ໃຫ້​ບັນ­ຫາ​ບໍ່​ຍືດ​ເຍື້ອ​ອາ­ການ​ປວດ​ຄໍ ແລະ ບ່າ​ໄຫຼ່​ເບື້ອງ​ຕົ້ນ ເປັນ​ຜົນ​ມາ​ຈາກ​ຄວາມ​ບໍ່​ສົມ​ດຸນ​ຂອງ​ກ້າມ­ຊີ້ນ​ດ້ານ​ໜ້າ​ກັບ​ດ້ານ​ຫຼັງ​ທີ່​ເຮັດ​ວຽກ​ຜິດ​ສົມ​ດຸນ ເກີດ​ຈາກ​ທ່າ​ທາງ​ທີ່​ເຮົາ​ຄຸ້ນ​ເຄີຍ ຈົນ​ສົ່ງ​ຜົນ​ຕໍ່​ການ​ປ່ຽນ­ແປງ​ຂອງ​ຄວາມ​ຍາວ ແລະ ຄວາມ​ແຂງ­ແຮງ​ຂອງ​ກ້າມ­ຊີ້ນ (Muscle Imbalance) ອາດ​ມາ​ຈາກ​ທ່າ​ທາງ​ເຫຼົ່າ​ນີ້.

– ນັ່ງ​ກອດ​ເອິກ
– ກົ້ມ​ຄໍ​ຫຼິ້ນ​ໂທລະ­ສັບ
– ນັ່ງ​ຫຼັງ​ຂົດ​ໃຊ້​ຄອມ​ພິວ​ເຕີ
– ນອນ​ຂົດ
– ມັກ​ຢືນ ຫຼື ນັ່ງ​ງໍ​ຕົວ

ລວມ​ໄປ​ເຖິງ​ກິດ​ຈະ​ວັດ​ປະ­ຈຳ​ວັນ​ຕ່າງໆ ໃນ​ຊີ­ວິດ​ເຮົາ​ກໍ​ມັກ​ກົ້ມ​ຕົວ​ງຸ້ມ​ໄປ​ດ້ານ​ໜ້າ​ເປັນ​ປົກ­ກະ­ຕິ​ຢູ່​ແລ້ວ ເຊັ່ນ ກິນ​ເຂົ້າ ຖູ­ແຂ້ວ ອ່ານ​ປຶ້ມ ຂຽນ​ໜັງ­ສື ອື່ນໆ ແລະ ທັງ​ໝົດ​ກໍ​ເປັນ​ເຫດ​ໃຫ້​ມີ​ອາ­ການ​ດັ່ງ­ກ່າວ​ໄດ້ ທີ່​ເອີ້ນ​ວ່າ​ກ້າມ­ຊີ້ນ​ຂາດ​ຄວາມ​ສົມ​ດຸນ ຫຼື Muscle Imbalance ພາ­ວະ​ນີ້​ເປັນ​ພາ­ວະ​ທີ່​ກ້າມ­ຊີ້ນ​ໜ້າ​ເອິກ​ມັດ​ຕື້ນ ແລະ ມັດ​ເລິກ ຫຼື​ກ້າມ­ຊີ້ນ​ທີ່​ເກາະ​ລະ­ຫວ່າງ​ຊາຍ​ໂຄງ​ດ້ານ​ໜ້າ​ຫົດ​ສັ້ນ​ແຂງ​ຫຼາຍ​ກວ່າ​ປົກ­ກະ­ຕິ ສ່ວນ​ກ້າມ­ຊີ້ນ​ດ້ານ​ຫຼັງ​ທັງ​ໝົດ​ຈະ​ຍາວ​ໂກ່ງ​ອອກ ເສັ້ນ​ໄຍ​ກ້າມ­ຊີ້ນ​ຈະ​ຖືກ​ຢືດ​ເໝືອນ​ໜັງ​ຄື​ທີ່​ຢືດ​ຄ້າງ​ໄວ້​ເປັນ​ເວ­ລາ​ດົນ ກໍ​ຈະ​ຫົດ​ກັບ​ຄືນ​ມາ​ບ່າ​ຍາກ ເຮັດ​ໃຫ້​ກ້າມ­ຊີ້ນ​ເຫຼົ່າ​ນີ້​ອ່ອນ​ແຮງ.

ໜ້າ­ທີ່​ກ້າມ­ຊີ້ນ​ເຫຼົ່າ​ນີ້ ຄື​ຄຶງ​ກ້ານ­ຄໍ ແລະ ເຮັດ​ໃຫ້​ຫຼັງ​ຊື່ ເຊິ່ງ​ພໍ​ອ່ອນ​ກຳ­ລັງ ຫຼັງ​ກໍ​ກົ່ງ ໄຫຼ່​ກໍ​ຈະ​ຕົກ­ລົງ ກ້າມ­ຊີ້ນ​ເຫຼົ່າ​ນີ້ ຄົນ​ສ່ວນ​ໃຫຍ່​ມັກ​ໄປ​ຢືດ ເຊິ່ງ​ຍິ່ງ​ຢືດ​ອາດ​ຈະ​ຍິ່ງ​ເຮັດ​ໃຫ້​ປວດ​ຫຼາຍ​ຂຶ້ນ ແຕ່​ຢືດ​ໃໝ່ໆ​ກໍ​ຈະ​ຮູ້­ສຶກ​ສະ­ບາຍ ໃນ​ໄລ­ຍະ​ຍາວ​ຈະ​ຍິ່ງ​ເກີດ​ຜົນ​ເສຍ​ຕໍ່​ໂຄງ​ສ້າງ​ຮ່າງ­ກາຍ.

ທ່າ​ທີ່ 1 ມື​ປະ­ສານ​ກັນ ຢຽດ​ແຂນ​ສຸດ​ຂຶ້ນ​ເໜືອ​ຫົວ ກະ​ດົກ​ຂໍ້­ມື​ວາດ​ແຂນ​ຢຽດ​ຊື່​ໄປ​ດ້ານ​ຫຼັງ ພ້ອມ​ຢືດ​ເອິກ​ເຫຼືອບ​ໜ້າ​ເບິ່ງ​ເທິງ ຂະ​ແມ່ວ​ທ້ອງ​ຄ່ອຍໆ ວາດ​ລົງ​ຊ້າໆ.

ທ່າ​ທີ່ 2 ມື​ຂ້ຳ​ຈັບ​ຢາງ​ຢືດ​ພໍ​ຕຶງໆ ຢຽດ​ແຂນ​ຂຶ້ນ​ເທິງ​ຫົວ ດຶງ​ຢາງ​ຢືດ​ແຍກ​ອອກ​ຈາກ​ກັນ ພ້ອມ​ງໍ​ສອກ​ຕັ້ງ​ສາກ​ດັນ​ແຂນ​ໄຫຼ່​ໄປ​ດ້ານ​ຫຼັງ ແລ້ວ​ຄ່ອຍໆ​ດຶງ​ລົງ​ລຸ່ມ ດຶງ​ສະ​ບັກ​ເຂົ້າ​ຫາ​ກັນ​ຄ້າງ​ໄວ້ 5 ວິ­ນາ­ທີ.

ທ່າ​ທີ່ 3 ກາງ​ແຂນ ງໍ​ສອກ 90 ອົງ­ສາ ຫັນ​ໜ້າ​ໄປ​ດ້ານ​ກົງ­ກັນ­ຂ້າມ ພ້ອມ​ໝູນ​ໄຫຼ່​ກວ້າງ ດັນ​ໄປ​ດ້ານ​ຫຼັງ (ເໝືອນ​ໃຊ້​ສອກ​ວາດ​ເປັນ​ວົງ​ກົມ​ກວ້າງໆ) ເປັນ­ຈັງ​ຫວະ​ພ້ອມໆ​ກັນ.

ທ່າ​ທີ່ 4 ກາງ​ແຂນ​ງໍ​ສອກ 90 ອົງ­ສາ ຫັນ​ໜ້າ​ໄປ​ດ້ານ​ກົງ­ກັນ­ຂ້າມ ພ້ອມ​ດັນ​ຫົວ​ໄຫຼ່​ແຂນ​ໄປ​ດ້ານ​ຫຼັງ ດຶງ​ສະ​ບັກ​ແໜ້ນໆ ຄ້າງ​ໄວ້ 3 ວິ­ນາ­ທີ ແລ້ວ​ຜ່ອນ​ກັບ​ທ່າ​ເລີ່ມ​ຕົ້ນ.

ທ່າ​ທີ່ 5 ມື​ປະ­ສານ​ກັນ​ດ້ານ​ຫຼັງ ຢຽດ​ສອກ​ໃຫ້​ຕຶງ ດຶງ​ສະ​ບັກ​ເຂົ້າ​ຫາ​ກັນ ດັນ​ມື​ໄປ​ດ້ານ​ຫຼັງ ຢືດ​ເອິກ ເງີຍ​ໜ້າ​ເຫຼືອບ​ເບິ່ງ​ເທິງ ຄ້າງ​ໄວ້ 3 ວິ­ນາ­ທີ ແລ້ວ​ຜ່ອນ​ກັບ​ທ່າ​ເລີ່ມ​ຕົ້ນ.

ທ່າ​ທີ່ 6 ຈັບ​ຢາງ​ຢືດ​ດຶງ​ພໍ­ປະ­ມານ​ຫງາຍ​ມື​ງໍ​ສອກ​ໄວ້​ລະ­ດັບ​ສາຍ​ບື ດຶງ​ຢາງ​ຢືດ​ແຍກ​ອອກ​ຈາກ​ກັນ ດຶງ​ສະ​ບັກ​ດັນ​ໄຫຼ່​ໄປ​ດ້ານ​ຫຼັງ​ແລ້ວ​ຢືດ​ເອິກ ຂະ​ແມ່ວ​ທ້ອງ​ຄ້າງ​ໄວ້ 3 ວິ­ນາ­ທີ ແລ້ວ​ກັບ​ທ່າ​ເລີ່ມ​ຕົ້ນ ທຳ­ທ່າ​ລະ​ປະ­ມານ 5 ຄັ້ງ 3 ຮອບ​ຕໍ່​ວັນ ຫຼື ເຮັດ​ໄດ້​ເລື້ອຍໆ ເວ­ລາ​ທີ່​ມີ​ອາ­ການ.

ຊາວ­ບ້ານ – ນຳ​ສະ­ເໜີ

error: Content is protected !!