ປະດັບຫຼຽນໄຊໃຫ້ກົມກອງລວມໝູ່ ທີ່ມີຜົນງານເຄື່ອນໄຫວເຮັດວຽກສິດທິເດັກຢູ່ລາວ

    ເພື່ອເປັນການສັນລະເສີນຄຸນງາມຄວາມດີ ຜົນງານທີ່ໄດ້ປະກອບສ່ວນເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດວຽກສິດທິເດັກຢູ່ ສປປ ລາວ ຕິດພັນກັບຂະບວນການຮັກຊາດ ແລະ ພັດທະນາ ແລະ ການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກ ຄົບຮອບ 30 ປີ (1989-2019) ຢ່າງສົມກຽດ  ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ (ຄຊກມດ) ໄດ້ຈັດພິທີປະດັບຫຼຽນໄຊ ແລະ ມອບໃບຍ້ອງຍໍໃຫ້ບັນດາຄະນະກໍາມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ (ຄກມດ) ກະຊວງ ອົງການ ບັນດາແຂວງ ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ວັນທີ 25 ພະຈິກ 2020 ທີ່ຫໍປະຊຸມແຫ່ງຊາດ ໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານສູນກາງສະຫະພັນແມ່ຍິງລາວ ຮອງປະທານຜູ້ປະຈໍາການ ຄຊກມດ ທ່ານ ອາລຸນແກ້ວ ກິດຕິຄຸນ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ ຮອງປະທານ ຄຊກມດ ພ້ອມດ້ວຍລັດຖະມົນຕີ ຮອງລັດຖະມົນຕີ ຮອງປະທານອົງການ ຮອງເຈົ້າແຂວງ ທູຕານຸທູດ ຜູ້ຕາງໜ້າອົງການຈັດຕັ້ງສົງຄົມ ແລະ ອົງການສາກົນປະຈໍາລາວ.

     ການມອບຄັ້ງນີ້ປະກອບມີ ຫຼຽນໄຊແຮງງານຊັ້ນ I ໃຫ້ 11 ພາກສ່ວນ ຫຼຽນໄຊແຮງງານຊັ້ນ II ໃຫ້ 13 ພາກສ່ວນ ຫຼຽນໄຊແຮງງານຊັ້ນ III ໃຫ້ 14 ພາກສ່ວນ ຫຼຽນໄຊພັດທະນາຊັ້ນ 2 ໃຫ້ອົງການອຸຍນີເຊັບປະຈໍາລາວ ຫຼຽນໄຊພັດທະນາຊັ້ນ III ໃຫ້ອົງການ Child Fund Lao ແລະ ໃບຍ້ອງຍໍລັດຖະບານ 3 ພາກສ່ວນ ຫຼຽນກາແຮງງານ 18 ພາກສ່ວນ ແລະ ໃບຍ້ອງຍໍປະທານ ຄຊກມດ ໃຫ້ໂຮງຮຽນ 52 ແຫ່ງທີ່ມາຈາກທຸກແຂວງໃນທົ່ວປະເທດ.

ປະດັບຫຼຽນໄຊໃຫ້ກົມກອງລວມໝູ່ ທີ່ມີຜົນງານເຄື່ອນໄຫວເຮັດວຽກສິດທິເດັກຢູ່ລາວ

# ຂ່າວ & ພາບ : ຂັນທະວີ

error: Content is protected !!