ສະຫະພາບເອີຣົບ ອຸຍນີເຊັບ ມອບອຸປະກອນການແພດ-ຢາປິ່ນປົວຫຼາຍກວ່າ 7 ຕື້ກວ່າກີບຕອບໂຕ້ການຂາດສານອາຫານໃນເດັກ

    ໃນວັນທີ 27 ພະຈິກ 2020 ທີ່ກະຊວງສາທາລະນະສຸກ ສະຫະພາບເອີຣົບ ແລະ ອົງການອຸຍນິເຊັບ ປະຈຳ ສປປ ລາວ ໄດ້ນຳອຸປະກອນການແພດ ແລະ ຢາປິ່ນປົວ ມາມອບໃຫ້ແກ່ກະຊວງສາທາລະນະສຸກ ມູນຄ່າ 793.855 ໂດລາສະຫະລັດ ປະມານ 7,3 ຕື້ກວ່າກີບ ຕາງໜ້າມອບຂອງທ່ານ ນາງ ອີນາ ມາຊິວລີໂອນິແຕ ເອກອັກຄະລັດຖະທູດສະຫະພາບເອີຣົບປະຈຳລາວ ທ່ານ ນາງ ເປຍ ລີເບວໂລ ບີຣໂຕ ຜູ້ຕາງໜ້າອົງການອຸຍນີເຊັບປະຈຳລາວ ຕາງໜ້າຮັບໂດຍທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ສຳລັບອຸປະກອນການແພດທີ່ນຳມາມອບໃນຄັ້ງນີ້ ປະກອບມີ ວິຕາມິນ A ອາຫານເສີມສຳລັບເດັກຂາດສານອາຫານກະທັນຫັນ ຮ້າຍແຮງ ຖົງມື ເຄື່ອງວັດແທກລວງສູງ ຊິງຊັ່ງນໍ້າໜັກ ແນວວັດແທກຮອບເຄີ່ງກາງແຂນຂອງເດັກ ເຊິ່ງເຄື່ອງດັ່ງກ່າວໄດ້ມອບໃຫ້ກະຊວງສາທາລະນະສຸກເພື່ອນຳໄປມອບຕໍ່ໃຫ້ພະແນກສາທາລະນະສຸກແຂວງທົ່ວປະເທດ ເພື່ອນຳໄປແຈກຢາຍໃຫ້ໂຮງໝໍ ແລະ ໂຮງໝໍນ້ອຍ ເພື່ອເພີ່ມຄວາມເຂັ້ມແຂງໃນການຕອບໂຕ້ບັນຫາການຂາດສານອາຫານຂອງເດັກນ້ອຍໃນ ສປປ ລາວ ເຊິ່ງຍິ່ງຈະເພີ່ມຂຶ້ນກວ່າເກົ່າໃນໄລຍະໂຄວິດ-19 ທັງເພື່ອແນໃສ່ໃຫ້ເດັກລຸ່ມ 5 ປີໃຫ້ສາມາດສ້າງພູມຄຸ້ມກັນຮ່າງກາຍ ແລະ ຫຼຸດຜ່ອນການເຈັບເປັນ.

    ຜົນກະທົບດ້ານເສດຖະກິດ ການເຂົ້າເຖິງອາຫານ ແລະ ລະບົບສາທາລະນະສຸກທີ່ເປັນຜົນມາຈາກສະຖານະການຂອງໂຄວິດ-19 ຄາດວ່າຈະເຮັດໃຫ້ການຂາດສານອາຫານທຸກຮູບແບບໃນ ສປປ ລາວ ຮ້າຍແຮງຂຶ້ນ ໂດຍສະເພາະ ການຄາດຄະເນທົ່ວໂລກ ຊີ້ໃຫ້ເຫັນອັດຕາການຂາດສານອາຫານຮ້າຍແຮງໃນກຸ່ມເດັກນ້ອຍລຸ່ມ 5 ປີ ອາດຈະເພີ່ມຂຶ້ນປະມານ 15 % ໃນໄລຍະການລະບາດຂອງພະຍາດດັ່ງກ່າວ ການປິ່ນປົວເດັກຂາດສານອາຫານທີ່ມີອາການຮ້າຍແຮງຍັງມີຂໍ້ຈຳກັດ ເຊິ່ງການຄາດຄະເນຕົວເລກເດັກນ້ອຍຂາດສານອາຫານຮ້າຍແຮງ ປະມານ 60.000 ຄົນຕໍ່ປີ ຢູ່ໃນ ສປປ ລາວ ເຊິ່ງການຂາດສານອາຫານ ເພີ່ມຄວາມສ່ຽງຕໍ່ການເສຍຊີວິດຂອງເດັກ.

# ຂ່າວ & ພາບ : ເພັດສະໝອນ

error: Content is protected !!