ໂຈະການອະນຸມັດຖ້ຽວບິນເໝົາລຳຈາກປະເທດມີການລະບາດຂອງພະຍາດໂຄວິດ-19

      ໃນວັນທີ 27 ພະຈິກ 2020 ທີ່ກະຊວງສາທາລະນະສຸກ ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍ ທ່ານພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວກ່ຽວກັບບາງມາດຕະການທີ່ຕ້ອງສືບຕໍ່ປະຕິບັດບັນດາມາດຕະການຜ່ອນຜັນ ມາດຕະການໃນການປ້ອງກັນ ຄວບຄຸມ ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແຕ່ນີ້ ຫາວັນທີ 31 ທັນວາ 2020.

       ທ່ານ ບຸນກອງ ສີຫາວົງ ຖະແຫຼງຕາມແຈ້ງການສະບັບເລກທີ 1291/ຫສນຍ.ລົງວັນທີ 26 ພະຈິກ 2020 ວ່າ: ການປະຕິບັດບັນດາມາດຕະການປ້ອງກັນ ຄວບຄຸມ ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ນັບແຕ່ນີ້ຮອດວັນທີ 31 ທັນວາ 2020 ດັ່ງນີ້: 

    1. ໃຫ້ໂຈະການອອກວີຊາ ສຳລັບຜູ້ເດີນທາງມາຈາກປະເທດຕົ້ນທາງທີ່ມີການລະບາດຂອງພະຍາດໂຄວິດ-19 ໃນຊຸມຊົນ ແຕ່ນີ້ຈົນເຖິງວັນທີ 31 ທັນວາ 2020.

    2. ໃຫ້ໂຈະການອະນຸມັດຖ້ຽວບິນເໝົາລຳຈາກປະເທດທີ່ມີການລະບາດຂອງພະຍາດ ໂຄວິດ-19 ໃນຊຸມຊົນ ຍົກເວັ້ນຖ້ຽວບິນເພື່ອມະນຸດສະທໍາທີ່ມີຄວາມຈໍາເປັນ ແຕ່ຕ້ອງໄດ້ມີການຄົ້ນຄວ້າລະອຽດ ຮັດກຸມ ແລະ ກວດກາຢ່າງເຄັ່ງຄັດ ເປັນແຕ່ລະກໍລະນີ ພ້ອມກັນນີ້ ກໍໃຫ້ກວດກາຜູ້ໂດຍສານຖ້ຽວບິນເໝົາລຳຈາກປະເທດບໍ່ມີການລະບາດຂອງເຊື້ອພະຍາດ ໂຄວິດ-19 ໃນຊຸມຊົນ ທີ່ໄດ້ຮັບອະນຸຍາດ ເດັດຂາດບໍ່ໃຫ້ມີຜູ້ໂດຍສານຜ່ານ (Transit) ຈາກປະເທດທີ່ມີການລະບາດຂອງພະຍາດໂຄວິດ-19 ໃນຊຸມຊົນ ມານໍາຖ້ຽວບິນເໝົາລໍາດັ່ງກ່າວ.

    3. ເຫັນດີ ໃຫ້ຈັດງານສະເຫຼີມສະຫຼອງວັນສຳຄັນຂອງພັກ ຂອງຊາດ ແລະ ວັນສຳຄັນອື່ນໆ ໂດຍໃຫ້ມີການກໍານົດເປົ້າໝາຍຜູ້ເຂົ້າຮ່ວມໃນລະດັບທີ່ເໝາະສົມ ພ້ອມທັງ ປະຕິບັດມາດຕະການປ້ອງກັນ ໂຄວິດ-19 ຢ່າງເຂັ້ມງວດ ເຊັ່ນ: ການຮັກສາໄລຍະຫ່າງ ໃສ່ຜ້າອັດປາກ-ດັງ ມີນ້ຳຢາ ຫຼື ສະບູລ້າງມື.

    4. ເຫັນດີໃຫ້ສືບຕໍ່ຈັດງານບຸນປະເພນີບັນດາເຜົ່າ ແລະ ຈັດກິດຈະກຳຕ່າງໆຂອງສັງຄົມ ສຳລັບບຸນກິນຈຽງຂອງບາງເຜົ່າໃຫ້ຈັດຢູ່ຄອບຄົວ ແລະ ບ້ານ ຖ້າຈຳເປັນຈະຈັດແບບລວມໃນລະດັບທົ່ວແຂວງ ຫຼື ທົ່ວເມືອງ ແມ່ນຕ້ອງໄດ້ຮັບອະນຸຍາດຈາກເຈົ້າແຂວງ ເຈົ້າຄອງນະຄອນຫຼວງເສຍກ່ອນ ໂດຍໃຫ້ຖືກຕ້ອງຕາມຮີດຄອງປະເພນີອັນດີງາມຂອງຊາດ ແລະ ຂອງເຜົ່າ ຫຼີກເວັ້ນ ການຫຼີ້ນກິນຟຸມເຟືອຍ ແລະ ຕ້ອງປະຕິບັດມາດຕະການປ້ອງກັນ ໂຄວິດ-19 ຢ່າງເຂັ້ມງວດ ເຊັ່ນ: ການຮັກສາໄລຍະຫ່າງ ໃສ່ຜ້າອັດປາກ-ດັງ ແລະ ມີນ້ຳຢາ ຫຼື ສະບູລ້າງມື.

    5. ໃຫ້ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ສົມທົບກັບພາກສ່ວນກ່ຽວຂ້ອງແຕ່ລະຂັ້ນ ເພີ່ມທະວີການໂຄສະນາເຜີຍແຜ່ໃຫ້ທຸກຄົນໃນສັງຄົມ ເຂົ້າໃຈວ່າ ເຖິງແມ່ນວ່າປະເທດເຮົາບໍ່ມີການລະບາດພາຍໃນກໍຕາມ ແຕ່ພະຍາດໂຄວິດ-19 ຍັງບໍ່ທັນຫາຍໄປຈາກໂລກ ຍ້ອນແນວນັ້ນ ທຸກຄົນຕ້ອງຍົກສູງສະຕິຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດມາດຕະການປ້ອງກັນ ຄວບຄຸມ ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດ ຂອງພະຍາດໂຄວິດ-19 ຢ່າງເປັນເຈົ້າການຮ່ວມກັນ.

    6. ສະເໜີໃຫ້ກະຊວງປ້ອງກັນປະເທດ ກະຊວງປ້ອງກັນຄວາມສະຫງົບ ແລະ ອົງການປົກຄອງທ້ອງຖິ່ນກ່ຽວຂ້ອງ ເພີ່ມທະວີການຕິດຕາມກວດກາການເຂົ້າ-ອອກ ຕາມດ່ານຊາຍແດນເພື່ອຮັບປະກັນບໍ່ໃຫ້ມີການເຂົ້າ-ອອກແບບຊະຊາຍ ຫຼື ມີການລັກລອບເຂົ້າ-ອອກບໍ່ຜ່ານດ່ານຊາຍແດນ ເພື່ອຮັບປະກັນບໍ່ໃຫ້ມີຄວາມສ່ຽງໃນການນໍາເຊື້ອພະຍາດ ໂຄວິດ-19 ເຂົ້າມາແຜ່ລະບາດຢູ່ພາຍໃນປະເທດ.

# ຂ່າວ & ພາບ: ເພັດສະໝອນ

error: Content is protected !!