ໄຂຊຸດເຝິກອົບຮົມການປະດິດແຕ່ງບົດປະພັນວັນນະຄະດີ

    ວາລະສານວັນນະສິນ ກົມພິມຈຳໜ່າຍ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄຂຊຸດເຝິກອົບຮົມການປະດິດແຕ່ງບົດປະພັນວັນນະຄະດີ ປະຈໍາປີ 2020 ຂຶ້ນວັນທີ 28 ພະຈິກ 2020 ທີ່ສະຖາບັນ ຄົ້ນຄວ້າວິທະຍາສາດ-ສັງຄົມ (ຄຸ້ມສີເມືອງ) ໂດຍມີທ່ານນາງ ບົວໄຂ ເພັງພະຈັນ ຫົວໜ້າກົມພິມຈຳໜ່າຍ ກະຊວງ ຖວທ ທ່ານນາງ  ຜິວລາວັນ ຫຼວງວັນນາ ຮອງປະທານສະມາຄົມນັກປະພັນລາວ ພ້ອມທ່ານ ໂອທອງ ຄຳອິນຊູ ຫົວໜ້າອຳນວຍການວາລະສານວັນນະສິນ ພ້ອມດ້ວຍພະເຖລານຸເຖລະ ນັກເຝິກອົບຮົມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ໂອທອງ ຄຳອິນຊູ ກ່າວລາຍງານຕໍ່ການເຝິກອົບຮົມຄັ້ງນີ້ວ່າ: ຈຸດປະສົງຂອງຊຸດເຝິກອົບຮົມ ເພື່ອເປັນເວທີໃຫ້ແກ່ຊາວໜູ່ມ ນັກຮຽນ ນັກສຶກສາ ແລະ ຜູ້ສົນໃຈໃນການປະພັນວັນນະຄະດີ ໄດ້ມີໂອກາດນໍາໃຊ້ເວລາຫວ່າງໃຫ້ເປັນປະໂຫຍດ ສາມາດຄົ້ນຫາພອນສະຫວັນອັນເຊື່ອງຊ້ອນຂອງຕົນ ກ້າວໄປສູ່ການພັດທະນາໃຫ້ສາມາດນໍາໃຊ້ເຂົ້າໃນຊີວິດປະຈໍາວັນ ປະກອບສ່ວນຮັບໃຊ້ວຽກງານໃນສັງຄົມ ສໍາລັບຊຸດອົບຮົມປະຈໍາປີ 2020 ນີ້ ວິຊາທີ່ຈະນໍາມາອົບຮົມ ປະກອບມີການແຕ່ງເລື່ອງສັ້ນ ການແຕ່ງນະວະນິຍາຍ ແລະ ການແຕ່ງບົດກະວີ ມີຜູ້ສະໝັກເຂົ້າຮ່ວມທັງໝົດ 92 ຄົນ ຍິງ 51 ຄົນ ພະສົງ 14 ອົງ ການເຝິກອົບຮົມຈະໄດ້ດໍາເນີນສະເພາະວັນເສົາ ແລະ ວັນອາທິດ ນັບແຕ່ວັນວັນເສົາທີ 28 ພະຈິກ ເຖິງວັນອາທິດທີ 20 ທັນວາ 2020 ຈຶ່ງສຳເລັດ.

# ຂ່າວ & ພາບ : ບຸນມີ

error: Content is protected !!