ບຣາເດີ ຕິດອັນດັບສຸດຍອດບໍລິສັດນາຍຈ້າງທີ່ດີທີ່ສຸດໃນໂລກ ປີ 2020

    ບຣາເດີ ປະກາດຄວາມສຳເລັດ ຫຼັງຈາກ Forbes ວາລະສານທຸລະກິດ ແລະ ການເງິນທີ່ມີຊື່ສຽງລະດັບໂລກ ຮ່ວມກັບ Statista ບໍລິສັດວິເຄາະຂໍ້ມູນການຕະຫຼາດລະດັບແນວໜ້າຂອງໂລກ ຈັດອັນດັບເປັນໜຶ່ງໃນບໍລິສັດທີ່ຕິດອັນດັບສຸດຍອດບໍລິສັດນາຍຈ້າງທີ່ດີທີ່ສຸດໃນໂລກ ປະຈຳປີ 2020 (World’s Best Employers 2020) ໂດຍຄອບຄອງອັນດັບທີ 130 ຈາກ 750 ບໍລິສັດລະດັບໂລກ.

    ທ່ານ ທີລະວຸດ ສຸພະພັນພິນໂຍ ກຳມະການຜູ້ຈັດການບໍລິສັດ ບຣາເດີ ຄອມເມີຊຽວ (ປະເທດໄທ) ຈຳກັດ ກ່າວວ່າ: “at your side ແມ່ນຫຼັກໃນການປະຕິບັດທີ່ ບຣາເດີ ໃຊ້ໃນການພິສູດຄວາມໃສ່ໃຈ ແລະ ຄວາມຕັ້ງໃຈທີ່ບໍລິສັດມີຕໍ່ພະນັກງານທຸກຄົນ ການຈັດອັນດັບດັ່ງກ່າວ ມາຈາກຜົນການສຳຫຼວດຈາກພະນັກງານທັງພະນັກງານປະຈຳ ແລະ ພະນັກງານເຮັດວຽກເສີມ ລວມ 160.000 ຄົນ ໃນ 58 ປະ ເທດທີ່ເຮັດວຽກໃຫ້ກັບທຸລະກິດທີ່ມີການດຳເນີນງານໃນຫຼາຍປະເທດ ແລະ ພາກພື້ນ ການສຳຫຼວດຈັດຕັ້ງຂຶ້ນແຕ່ເດືອນມິຖຸນາ-ກໍລະກົດ 2020 ໂດຍ Statista ບໍລິສັດວິໄຈການຕະຫຼາດຂອງເຢຍລະມັນ ຜູ້ຕອບແບບສອບຖາມ ໃຫ້ຄະແນນຄວາມເຕັມໃຈທີ່ຈະແນະນຳນາຍຈ້າງຂອງຕົນເອງໃຫ້ຄອບຄົວ ແລະ ໝູ່ເພື່ອນ ຕະຫຼອດຮອດປະສິດທິຜົນການຈັດການຂອງບໍລິສັດ ຕໍ່ສະຖານະການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ດ້ານອື່ນໆ ເຊັ່ນ: ສັນຍະລັກຂອງອົງກອນ ການພັດທະນາເສດຖະກິດ ການພັດທະນາຄວາມສາມາດ ແລະ ຄວາມເທົ່າທຽມທາງເພດ ຕະຫຼອດຮອດຄວາມຮັບຜິດຊອບຕໍ່ສັງຄົມ.   

# ຂ່າວ & ພາບ : ສະບາໄພ

error: Content is protected !!