ມາດຕະການປ້ອງກັນຄວາມປອດໄພຂອງອາຫານ

ໃນ​ບົດ​ປະ­ຈຳ​ວັນ​ນີ້ ຂໍ​ສະ­ເໜີ​ເລື່ອງ​ອ່າວ​ເບົາ ແຕ່​ມີ​ຄວາມ​ສຳ­ຄັນ​ຍິ່ງ​ສຳ­ລັບ​ຊີ­ວິດ​ອິນ​ຊີ​ຂອງ​ມະ­ນຸດ​ນັ້ນ ກໍ​ຄື ເລື່ອງ​ອາ­ຫານ​ການ​ກິນ ເຊິ່ງ​ຫຼາຍ​ປະ­ເທດ​ໄດ້​ມີ​ລະ­ບຽບ​ການ ມາດ​ຕະ­ການ​ໃນ​ການ​ຄຸ້ມ​ຄອງ ກວດ­ກາ​ການ​ຜະ­ລິດ ການ­ຈຳ­ໜ່າຍ ແລະ ການ​ບໍ­ລິ­ໂພກ ເຊັ່ນ:

ທີ່ ອິນ​ເດຍ: ມີ​ຂ່າວ​ເກົ່າໆ​ແຕ່​ປີ 2013 (ວຽງ​ຈັນ​ທາມ 6/12/2013) ທີ່​ເວົ້າ​ກ່ຽວ​ກັບ​ທາງ​ການ​ອິນ​ເດຍ ໄດ້​ອອກ​ຄຳ​ສັ່ງ​ຢ່າງ​ເດັດ­ຂາດ​ໃຫ້​ບັນ­ດາ​ຮ້ານ​ຂາຍ­ເຄື່ອງ​ດື່ມ ຂອງ​ແກ້ມ ເຄື່ອງ­ກິນ​ແບບ​ຂົບ​ຄ້ຽວ ທີ່​ມີ​ຈຳ­ນວນ​ຫຼາຍ​ລ້ານ​ຮ້ານ​ຕາມ​ແຄມ​ທາງ ເອົາ­ໃຈ­ໃສ່​ເລື່ອງ​ອະ­ນາ­ໄມ ເຊັ່ນ: ຜູ້​ຂາຍ​ຕ້ອງ​ລ້າງ​ມື​ພາຍ­ຫຼັງ​ໃຊ້​ຫ້ອງ​ນ້ຳ ຫ້າມ​ໄອ-ຈາມ​ໃສ່​ອາ­ຫານ ແລະ ພິ­ເສດ​ສຸດໆ ກໍ​ຄື ຫ້າມ​ແກະ​ຂີ້­ດັງ.

ທີ່ ມາ​ເລ​ເຊຍ: ໃນ​ລະ­ຫວ່າງ​ກາງ​ປີ 2020 ນີ້ ທາງ​ສະ­ຫະ­ພັນ​ບັນ­ດາ​ສະ­ມາ­ຄົມ​ລ້ຽງ­ສັດ​ຂອງ​ມາ​ເລ​ເຊຍ (FLFAM) ໄດ້​ອອກ​ຄຳ​ຮຽກ­ຮ້ອງ​ເຖິງ​ຜູ້​ບໍ­ລິ­ໂພກ​ທັງ­ຫຼາຍ ບໍ່​ໃຫ້​ຊື້​ຊີ້ນ​ໝູ​ຈາກ​ບັນ­ດາ​ປະ­ເທດ​ທີ່​ທາງ​ການ​ໄດ້​ສັ່ງ​ຫ້າມ ທັງ​ນີ້​ກໍ​ເພື່ອ​ປ້ອງ​ກັນ​ພະ­ຍາດ​ໄຂ້​ຫວັດ​ໝູ​ສາຍ​ພັນ​ອາ​ຟຣິ​ກາ.

ສ່ວນ​ໃນ​ມາ​ເລ​ເຊຍ​ເອງ​ນັ້ນ ທາງ FLFAM ກໍ​ໄດ້​ມີ​ມາດ​ຕະ­ການ​ຢ່າງ​ເຂັ້ມ​ງວດ ໃນ​ການ​ຮັກ­ສາ​ຄວາມ​ປອດ​ໄພ​ຂອງ​ອຸດ­ສາ­ຫະ­ກຳ​ຊີ້ນ​ໝູ ຈາກ​ເຊື້ອ​ພະ­ຍາດ​ໝູ​ທີ່​ພວມ​ລະ­ບາດ​ຢູ່​ໃນ​ຫຼາຍໆ​ປະ­ເທດ ທ່ານ ຕັນ ຈີ​ຣີ ປະ­ທານ FLFAM ໄດ້​ມີ​ຄຳ​ເຫັນ​ກ່ຽວ​ກັບ​ເລື່ອງ​ນີ້​ວ່າ ຟາມ​ລ້ຽງ​ໝູ​ໃນ​ມາ​ເລ​ເຊຍ​ນັ້ນ ໄດ້​ຍົກ​ລະ­ດັບ​ການ​ປ້ອງ​ກັນ​ພະ­ຍາດ​ໄຂ້​ຫວັດ​ໝູ​ສາຍ​ພັນ​ອາ​ຟຣິ​ກາ​ຂຶ້ນ​ໃນ​ລະ­ດັບ​ສູງ ດ້ວຍ​ການ​ໃຊ້​ຢາ​ຂ້າ​ເຊື້ອ​ສະ­ເພາະ ແລະ ດ້ວຍ​ວິ­ທີ​ການ​ອື່ນໆ.

ທີ່ ສປ ຈີນ: ມີ​ສອງ​ເລື່ອງ​ທີ່​ໜ້າ​ສົນ­ໃຈ​ຈາກ ສປ ຈີນ ຄື: ເລື່ອງ​ທີ​ໜຶ່ງ​ແມ່ນ​ກ່ຽວ​ກັບ​ຊາຍ​ນັກ­ທຸ­ລະ­ກິດ ອາ­ຍຸ 38 ປີ​ຄົນ​ໜຶ່ງ ຢູ່​ນະ­ຄອນ​ຈົງ​ຈິງ ຫຼົງ​ເຊື່ອ​ຄຳ​ແນະ­ນຳ​ຂອງ​ເພື່ອນໆ​ທີ່​ບອກ​ວ່າ­ການ​ດື່ມ​ເຫຼົ້າ​ຫຼາຍໆ ສາ­ມາດ​ລະ­ລາຍ​ໜິ້ວ​ໝາກ​ໄຂ່­ຫຼັງ​ໃຫ້​ໝົດ​ໄປ ຊາຍ​ຄົນ​ນີ້​ທີ່​ມີ​ອາ­ການ​ເຈັບ​ໜິ້ວ​ໝາກ​ໄຂ່­ຫຼັງ​ມາ​ເປັນ​ເວ­ລາ​ຫຼາຍ​ປີ ໄດ້​ກວດ​ພົບ​ວ່າ ເຂົາ​ມີ​ກ້ອນ​ຫີນ (ໜິ້ວ) 10 ເມັດ​ຢູ່​ໝາກ​ໄຂ່­ຫຼັງ ຈຳ­ເປັນ​ຕ້ອງ​ໄດ້​ຜ່າ­ຕັດ ແຕ່​ເຂົາ​ຜັດ​ເກີດ​ອາ­ການ​ຢ້ານ​ກົວ ບໍ່​ກ້າ​ໄປ​ຮັບ​ການ­ຜ່າ­ຕັດ ດັ່ງ­ນັ້ນ ຈຶ່ງ​ຊອກ​ວິ­ທີ​ປິ່ນ­ປົວ​ເອົາ​ເອງ​ຕາມ​ສູດ​ພື້ນ­ເມືອງ.

ເຂົາ​ໄດ້​ຮັບ​ຄຳ​ແນະ­ນຳ​ຈາກ​ບັນ­ດາ​ເພື່ອນໆ​ວ່າ ໜິ້ວ​ໝາກ​ໄຂ່­ຫຼັງ​ສາ­ມາດ​ປິ່ນ­ປົວ​ໃຫ້​ຫາຍ​ໄດ້ ຖ້າ​ດື່ມ​ເຫຼົ້າ​ໃນ​ປະ­ລິ­ມານ​ຫຼາຍ​ໃນ​ແຕ່​ລະ​ວັນ ຍິນ​ແນວ​ນັ້ນ ຊາຍ​ເຈົ້າ​ຂອງ​ໜິ້ວ​ໝາກ​ໄຂ່­ຫຼັງ​ກໍ​ເລີ່ມ​ດື່ມ​ເບຍ​ວັນ​ລະ 10 ຂວດ​ເປັນ​ປະ­ຈຳ ເປັນ​ເວ­ລາ​ດົນ ແຕ່​ໜິ້ວ​ກໍ​ບໍ່​ຫາຍ ສຸດ​ທ້າຍ​ເຂົາ​ກໍ​ຍອມ​ຈຳ­ນົນ ແຕ່​ຂ່າວ​ບໍ່​ໄດ້​ບອກ​ວ່າ​ເຂົາ​ຍອມ​ໄປ​ຜ່າ­ຕັດ ຫຼື ບໍ່ ນີ້​ກໍ​ຄື​ເປັນ​ຕົວ­ຢ່າງ​ໜຶ່ງ​ຂອງ​ການ​ເຊື່ອ​ທີ່​ຂາດ​ຫຼັກ​ວິ­ທະ­ຍາ­ສາດ ເຊິ່ງ​ພວກ​ຫູ​ເບົາ​ເອົາ​ງ່າຍ​ມັກ​ຈະ​ຕົກ​ເປັນ​ເຫຍື່ອ.

ສ່ວນ​ອີກ​ຂ່າວ​ໜຶ່ງ​ຈາກ​ຈີນ​ນັ້ນ ແມ່ນ​ກ່ຽວ​ກັບ​ມາດ​ຕະ­ການ​ເຂັ້ມ​ງວດ​ຂອງ​ທາງ​ການ ໃນ​ການ​ຄຸ້ມ​ຄອງ​ຄວາມ​ປອດ​ໄພ​ຂອງ​ອາ­ຫານ​ທີ່​ນຳ​ເຂົ້າ ທັງ​ນີ້ ກໍ​ເພາະ­ວ່າ ຈີນ​ເປັນ​ປະ­ເທດ​ໜຶ່ງ​ທີ່​ນຳ​ເຂົ້າ​ຜະ­ລິດ​ຕະ​ພັນ​ອາ­ຫານ​ຈາກ​ຕ່າງ­ປະ­ເທດ ເຊັ່ນ: ໃນ​ໄຕ​ມາດ​ທີ 1 ຂອງ​ປີ 2019 ນຳ​ເຂົ້າ­ໝາກ​ໄມ້ ອາ­ຫານ​ທະ­ເລ ແລະ ຊີ້ນ​ໝູ ໄດ້​ເພີ່ມ​ປະ­ລິ­ມານ 40% ແຫຼ່ງ​ນຳ​ເຂົ້າ​ສຳ­ຄັນ​ນັ້ນ ລວມ​ມີ​ຈາກ​ພາກ​ພື້ນ​ອາ​ເມ​ຣິ​ກາ​ໃຕ້ ເຊັ່ນ: ບຣາ​ຊິນ ຈີ​ເລ ແລະ ອາກ​ຊັງ​ຕິນ ນອກ­ຈາກ​ນັ້ນ ແມ່ນ​ນຳ​ເຂົ້າ​ຈາກ​ຫຼາຍ​ປະ­ເທດ​ໃນ​ອາ­ຊີ ແລະ ເອີ​ຣົບ ປະ­ເທດ​ໃນ​ອາ​ຊຽນ​ທີ່​ສົ່ງ​ອອກ​ຜະ­ລິດ​ຕະ​ພັນ​ອາ­ຫານ​ໄປ ສປ ຈີນ ຫຼາຍ​ທີ່​ສຸດ​ໄດ້­ແກ່ ໄທ ແລະ ອິນ​ໂດ​ເນ​ເຊຍ.

error: Content is protected !!